ຫວຽດນາມ ຈັບຜູ້ລົງຂໍ້ຄວາມໃນ facebook ດູໝິ່ນລັດຖະບານ ແລະ ນັກເຄື່ອນໄຫວທາງການເມືອງ - ອິດສະຫຼະ

ຫວຽດນາມ ຈັບຜູ້ລົງຂໍ້ຄວາມໃນ facebook ດູໝິ່ນລັດຖະບານ ແລະ ນັກເຄື່ອນໄຫວທາງການເມືອງ



ສຳນັກຂ່າວຕ່າງປະເທດລາຍງານ 13 ເມສາ 2018 ວ່າ: ສານປະຊາຊົນແຂວງເຫງະອານ ຂອງຫວຽດນາມ ມີຄຳຕັດສິນໃຫ້ທ້າວ ຫງວຽນ ວຽດ ດຸງ ອາຍຸ 32 ປີ ຮັບໂທດຕິດຄຸກ 7 ປີ ໃນຂໍ້ຫາມີຄວາມຜິດຈິງຕາມກົດໝາຍອາຍາ ມາດຕາ 88 ທີ່ດຳເນີນກິດຈະກຳເຄື່ອນໄຫວຕໍ່ຕ້ານອຳນາດລັດ ຈາກການລົງຂໍ້ຄວາມໃນ facebook ທີ່ມີເນື້ອໃນເຈດຕະນາບິດເບືອນນະໂຍບາຍຂອງພັກຄອມມູນິດຫວຽດນາມ ແລະ ໝິ່ນປະມາດເຈົ້າໜ້າທີ່ລະດັບສູງໃນຄະນະລັດຖະບານ.

ນອກຈາກນີ້, ຄຳຕັດສິນຂອງສານຍັງລະບຸວ່າ: ທ້າວ ຫງວຽນ ວຽດ ດຸງ ທີ່ເຄີຍຕິດຄຸກມາແລ້ວ 1 ປີ ເມື່ອປີ 2015 ໃນຂໍ້ຫາທຳລາຍຄວາມສະຫງົບຮຽບຮ້ອຍ ໃນສະຖາທີ່ສາທາລະນະ ຈະຕ້ອງຮັບໂທດກັກບໍລິເວນຕໍ່ອີກ 5 ປີ ຫຼັງຮັບໂຈມຕິດຄຸກໃນຄະດີຫຼ້າສຸດຄົບຕາມກຳນົດເວລາອີກດ້ວຍ.


ໃນມື້ດຽວກັນ, ສານປະຊາຊົນແຂວງຮາຕິງ ກໍ່ໄດ້ມີຄຳຕັດສິນໃຫ້ນາງ ເຈິນ ຖີ ຊວນ ຮັບໂທດຕິດຄຸກເປັນເວລາ 9 ປີ ຈາກຄວາມຜິດໃນຂໍ້ຫາ ພະຍາຍາມລົ້ມລ້າງອຳນາດລັດຖະບານຂອງປະຊາຊົນ, ໂດຍ ນາງ ເຈິນ ຖີ ຊວນ ເປັນໜຶ່ງໃນນສະມາຊິກຂອງກຸ່ມຮຽກຮ້ອງປະຊາທິປະໄຕໃນຫວຽດນາມ ເຄືອຂ່າຍເຄື່ອນໄຫວທາງການເມືອງ ທີ່ລັດຖະບານຫວຽດນາມເຊື່ອວ່າໄດ້ຮັບການສະໜັບສະໜູນເງິນທຶນຈາກກຸ່ມປະເທດຕາເວັນຕົກ ແລະ ສະມາຊິກຄົນສຳຄັນຂອງກຸ່ມນັກເຄື່ອນໄຫວດັ່ງກ່າວອີກຫຼາຍຄົນ ລວມທັງທ້າວ ຫງວຽນ ວັນ ສາຍ ທະນາຍຄວາມດ້ານສິດທິມະນຸດ ແລະ ນັກເຄື່ອນໄຫວກິດຈະກຳການເມືອງຊື່ດັ່ງ ອາຍຸ 48 ປີ ກໍ່ໄດ້ຖືກສານນະຄອນຫຼວງຮາໂນຍ ຕັດສິນໄປເມື່ອຕົ້ນເດືອນນີ້ ໃຫ້ຮັບໂທດຕິດຄຸກເປັນເວລາ 15 ປີ ໃນຂໍ້ຫາດຽວກັນ.

ໂດຍພັກຄອມມູນິດຫວຽດນາມ ພາຍໃຕ້ການນຳພາຂອງທ່ານ ຫງວຽນ ຟູ ຈອງ ໄດ້ເດີນໜ້າປາບປາມກຸ່ມນັກເຄື່ອນໄຫວທາງການເມືອງຢ່າງເຂັ້ມງວດ ຕັ້ງແຕ່ຂຶ້ນສູ່ຕຳແໜ່ງໃນປີ 2013, ສ່ວນໃນດ້ານຂອງກະຊວງການຕ່າງປະເທດຫວຽດນາມຢືນຢັນວ່າ ລັດຖະບານບໍ່ເຄີຍດຳເນີນຄະດີກັບນັກຄິດ ຜູ້ເຄື່ອນໄຫວຢ່າງຖືກຕ້ອງ.

No comments

Powered by Blogger.