ສ.ອາເມຣິກາ ແລະ ພັນທະມິດ ເປີດສາກໂຈມຕີຊີຣີ ຢ່າງດຸເດືອດ (ວິດີໂອ) - ອິດສະຫຼະ

ສ.ອາເມຣິກາ ແລະ ພັນທະມິດ ເປີດສາກໂຈມຕີຊີຣີ ຢ່າງດຸເດືອດ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 14 ເມສາ 2018 ວ່າ: ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການ ເມື່ອຄືນວັນສຸກ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ວ່າກອງທັບສະຫະລັດ ອາເມຣິກາ ໄດ້ຮັບຄຳສັ່ງຈາກທ່ານ ໂດໂນ ທຣຳ ປະທານປະເທດ ເຊິ່ງໃຊ້ອຳນາດຕາມມາດຕາ 2 ຂອງລັດຖະທຳມະນູນ ໃນຖານະຜູ້ບັນຊາການທະຫານສູງສຸດຂອງສະຫະລັດ ອາເມຣິກາ ໃຫ້ປະຕິບັດການໂຈມຕີທາງທະຫານໃນວົງຈຳກັດ ຕໍ່ເປົ້າໝາຍແບບເຈາະຈົງສະເພາະ ໃນຊີຣີ ເພື່ອເປັນບົດຮຽນໃຫ້ແກ່ລັດຖະບານຊີຣີ ທີ່ຢູ່ເບື້ອງຫຼັງການໃຊ້ອາວຸດເຄມີຂ້າປະຊາຊົນ ໃນເມືອງດູມາ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງເຂດກູຕາ ຕາເວັນອອກ ຮອບນອກຂອງນະຄອນຫຼວງດາມັດສະກັດ ເມື່ອອາທິດທີ່ຜ່ານມາ.
ເຊິ່ງທ່ານ ພົນເອກ ເຈມ ແມັດທິສ ກ່າວອີກວ່າ ປະຕິບັດການທາງທະຫານຄັ້ງນີ້ຍັງເປັນ ການເຕືອນທີ່ຊັດເຈນຍິ່ງຂຶ້ນ ຕໍ່ທ່ານ ບາຊາ ອັນ-ອັສຊາດ ຜູ້ນຳຊີຣີ ທີ່ຍັງຂາດຄວາມເຂົ້າໃຈຕໍ່ສະຖານະການທີ່ເກີດຂຶ້ນ ນັບຕັ້ງເຮືອຮົບຂອງສະຫະລັດ ອາເມຣິກາ ທີ່ຍິງຂີປະນາວຸດໂທມາຮັອກ 59 ລູກ ໂຈມຕີຖານທັບແຫ່ງໜຶ່ງທາງຕາເວັນຕົກຂອງຊີຣີ ເມື່ອເດືອນເມສາ ປີທີ່ຜ່ານມາ (2017).

ຂະນະທີ່ເປົ້າໝາຍຂອງການໂຈມຕີເນັ້ນໄປທີ່ ການທຳລາຍສະຖານທີ່ສຳຄັນໃນນະຄອນຫຼວງດາມັດສະກັດ ແລະ ພື້ນທີ່ໃກ້ຄຽງ ເຊິ່ງມີສ່ວນເຊື່ອມໂຍງກັບໂຄງການພັດທະນາອາວຸດເຄມີຂອງຝ່າຍລັດຖະບານຊີຣີ ໂດຍເປົ້າໝາຍຂອງການໂຈມຕີຄັ້ງນີ້ ມີ 3 ຈຸດໃຫຍ່ ໂດຍທ່ານ ພົນເອກ ໂຈເຊບ ດັນຟອດ ປະທານຄະນະເສນາທິການທະຫານຮ່ວມ ກ່າວວ່າໄດ້ແກ່ສູນວິໄຈດ້ານວິທະຍາສາດ ໃນນະຄອນຫຼວງດາມັດສະກັດ, ຄັງອາວຸດ ໃນເມືອງຮອມ ແລະ ເປົ້າໝາຍແຫ່ງທີ 3 ຄືສູນບັນຊາການ ເຊິ່ງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ຍັງບໍ່ເປີດເຜີຍຂໍ້ມູນເຖິງຕຳແໜ່ງທີ່ຕັ້ງ.

ທ່ານ ພົນເອກ ໂຈເຊບ ດັນຟອດ ກ່າວອີກວ່າ ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ບໍ່ໄດ້ແຈ້ງໃຫ້ລັດເຊຍຮັບຊາບລ່ວງໜ້າ ວ່າສະຫະລັດ ອາເມຣິກາ ຈະເຄື່ອນໄຫວທາງການທະຫານ ຮ່ວມກັບອັງກິດ ແລະ ຝຣັ່ງ ແຕ່ຢືນຢັນການຄັດເລືອກເປົ້າໝາຍ ເປັນໄປດ້ວຍຄວາມລະມັດລະວັງທີ່ສຸດ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການເກີດຜົນກະທົບຕໍ່ທະຫານ ແລະ ອາວຸດຂອງກອງທັບລັດເຊຍ ທີ່ປະຈຳການຢູ່ໃນບໍລິເວນນັ້ນ ແລະ ຍອມຮັບວ່າຜົນຂອງປະຕິບັດການຄັ້ງນີ້ແມ່ນຢູ່ໃນລະຫວ່າງການວິເຄາະ ອາດສ້າງຄວາມເສຍຫາຍເປັນວົງກວ້າງກໍ່ເປັນໄດ້, ດ້ານທ່ານ ພົນເອກ ເຈມ ແມັດທິສ ກ່າວເສີມອີກວ່າ ອາວຸດທີ່ໃຊ້ໃນການໂຈມຕີຄັ້ງນີ້ລວມມີຂີປະນາວຸດໂທມາຮັອກພ້ອມ ໃນຈຳນວນທີ່ຫຼາຍກວ່າການໂຈມຕີເມື່ອປີທີ່ຜ່ານມາ 2 ເທົ່າ.

ໃນຂະນະດຽວກັນ, ສຳນັກຂ່າວ SANA ຂອງລັດຖະບານຊີຣີລາຍງານວ່າ ລະບົບປ້ອງກັນໄພທາງອາກາດຂອງກອງທັບຊີຣີ ສາມາດສະກັດຂີປະນາວຸດໄດ້ຢ່າງໜ້ອຍ 13 ລູກ ລວມເຖິງຂີປະນາວຸດທີ່ມີເປົ້າໂຈມຕີເມືອງຮອມ ສົ່ງຜົນໃຫ້ເປົ້າໝາຍໃນບໍລິເວັນນັ້ນຍັງບໍ່ໄດ້ຮັບຄວາມເສຍຫາຍ, ຂະນະທີ່ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ຍັງບໍ່ສະແດງທ່າທີຕໍ່ລາຍງານດັ່ງກ່າວ.

ຂະນະທີ່ສະຖານທູດລັດເຊຍ ປະຈຳນະຄອນຫຼວງວໍຊິງຕັນ ເຜີຍແຜ່ຖະແຫຼງການຂອງທ່ານ ອະນາໂຕລີ ອັນໂຕນັອບ ເອກອັກຄະລັດຖະທູດວ່າ: ສະຖານະການທີ່ເກີດຂຶ້ນ ຖືເປັນການດູໝິ່ນຢ່າງຮ້າຍແຮງ ຕໍ່ທ່ານ ປູຕິນ ປະທານປະເທດລັດເຊຍ ແລະ ລັດເຊຍຈະບໍ່ມີທາງຢູ່ເສີຍຕໍ່ກັບສະຖານະການທີ່ເກີດຂຶ້ນ.




No comments

Powered by Blogger.