ຂີປະນາວຸດກວ່າ 100 ລູກ ທີ່ໂຈມຕີຊີຣີ ໂດຍ ສ.ອາເມຣິກາ ແລະ ພັນທະມິດ ບໍ່ສັ່ນຄອນຊີຣີໄດ້ ກອງທັບຊີຣີກ່າວ - ອິດສະຫຼະ

ຂີປະນາວຸດກວ່າ 100 ລູກ ທີ່ໂຈມຕີຊີຣີ ໂດຍ ສ.ອາເມຣິກາ ແລະ ພັນທະມິດ ບໍ່ສັ່ນຄອນຊີຣີໄດ້ ກອງທັບຊີຣີກ່າວ



ສຳນັກຂ່າວຕ່າງປະເທດລາຍງານ 14 ເມສາ 2018 ວ່າ: ກອງທັບຊີຣີອອກຖະແຫຼງການວ່າ ປະຕິບັດການໂຈມຕີທາງອາກາດຂອງກອງທັບສະຫະລັດ ອາເມຣິກາ ທີ່ຮ່ວມກັບອັງກິດ ແລະ ຝຣັ່ງ ຕໍ່ເປົ້າໝາຍແບບເຈາະຈົງສະເພາະ ໃນນະຄອນຫຼວງດາມັດສະກັດ ແລະ ພື້ນທີ່ໂດຍຮອບ ລວມເຖິງເມືອງຮອມ ທີ່ຢູ່ພາກຕາເວັນຕົກ ໄດ້ຢຸດຕິລົງແລ້ວ ໂດຍຝູງຍົນຮົບຂອງທັງ 3 ປະເທດລະດົມຍິງຂີປະນາວຸດລວມກັນປະມານ 110 ລູກ. ເຖິງຢ່າງໃດກໍ່ຕາມ ລະບົບປ້ອງກັນໄພທາງອາກາດຂອງລັດຖະບານຊີຣີ ສາມາດສະກັດໄດ້ເປັນສ່ວນໃຫຍ່ ສະແດງໃຫ້ເຫັນວ່າການປູພົມໂຈມຕີທີ່ເກີດຂຶ້ນນັ້ນ ຈະບໍ່ມີທາງສັ່ນຄອນຄວາມໝັ້ນຄົງຂອງກອງທັບຊີຣີ ໃນການປາບປາມກຸ່ມກໍ່ການຮ້າຍໃຫ້ໝົດໄປໄດ້.

ກະຊວງການຕ່າງປະເທດຊີຣີ ກໍ່ໄດ້ປະນາມປະຕິບັດການທາງທະຫານຮ່ວມຂອງສະຫະລັດ ອາເມຣິກາ, ອັງກິດ ແລະ ຝຣັ່ງ ວ່າເປັນການລະເມີດກົດໝາຍລະຫວ່າງປະເທດທີ່ມີຢູ່ທຸກຂໍ້ໃນໂລກ ໃນລະດັບທີ່ຮ້າຍແຮງທີ່ສຸດ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງຊີຣີຢູ່ໃນລະຫວ່າງການກວດສອບຄວາມເສຍຫາຍທີ່ເກີດຂຶ້ນ.

ໃນເວລາດຽວກັນ, ລາຍງານຂອງກະຊວງປ້ອງກັນປະເທດລັດເຊຍລະບຸວ່າ: ຂີປະນາວຸດທີ່ສະຫະລັດ ອາເມຣິກາ, ອັງກິດ ແລະ ຝຣັ່ງນຳມາໃຊ້ນັ້ນ ເປັນຂີປະນາວຸດນຳວິຖີຈາກອາກາດສູ່ພື້ນ ຖືກຍິງມາຈາກທັງໃນທະເລ ແລະ ຈາກອາກາດ ໃນຈຳນວນນີ້ 12 ລູກ ມີເປົ້າໂຈມຕີໄປຍັງຖານທັບອາກາດທີ່ຢູ່ນອກນະຄອນຫຼວງດາມັດສະກັດ ແຕ່ລະບົບປ້ອງກັນຂອງກອງທັບຊີຣີ ສາມາດສະກັດໄວ້ໄດ້ທັງໝົດ ແລະ ມີປະຊາຊົນ 3 ຄົນ ໄດ້ຮັບບາດເຈັບຈາກການທີ່ຂີປະນາວຸດຖືກສະກັດໃຫ້ປ່ຽນທິດທາງ ແຕ່ກ່ອນໜ້ານັ້ນບໍ່ພໍເທົ່າໃດຊົ່ວໂມງ ສຳນັກຂ່າວ SANA ຂອງທາງການຊີຣີລາຍງານວ່າ ລະບົບປ້ອງກັນສາມາດສະກັດການໂຈມຕີຂອງຂີປະນາວຸດໄດ້ 13 ລູກ, ນອກຈາກນີ້, ກະຊວງປ້ອງກັນປະເທດລັດເຊຍ ຍັງລາຍງານວ່າ ບໍ່ມີເຈົ້າໜ້າທີ່ ແລະ ອາວຸດໃດໆຂອງລັດເຊຍ ທີ່ປະຈຳການຢູ່ຊີຣີໄດ້ຮັບຜົນກະທົບຈາກສະຖານະການນີ້ ແຕ່ໜ່ວຍງານທີ່ກ່ຽວຂ້ອງກຳລັງປະເມີນສະຖານະການ “ເພື່ອດຳເນີນການໃນຂັ້ນຕໍ່ໄປ”

ຂະນະທີ່ກະຊວງການຕ່າງປະເທດອີຣານ ອອກຖະແຫຼງການປະນາມສະຫະລັດ ອາເມຣິກາ, ອັງກິດ ແລະ ຝຣັ່ງ ວ່າການປະຕິບັດການທາງທະຫານໂດຍບໍ່ລໍຖ້າຜົນການກວດສອບຂອງເຈົ້າໜ້າທີ່ອົງການເພື່ອການຫ້າມໃຊ້ອາວຸດເຄມີ ທີ່ກຳລັງດຳເນີນການພິສູດຫຼັກຖານຢູ່ນະຄອນຫຼວງດາມັດສະກັດ ແລະ ເຕືອນທັງ 3 ປະເທດຕ້ອງຮັບຜິດຊອບກັບຜົນກະທົບລະດັບພູມມິພາກ ທີ່ຈະເກີດຂຶ້ນຕາມມາ.
ໃນດ້ານຂອງສະຫະປະຊາຊາດ ເຜີຍແຜ່ຖະແຫຼງການຂອງທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ ຮຽກຮ້ອງໃຫ້ຄູ່ກໍລະນີທຸກຝ່າຍ ອົດທົນອົດກັ້ນ ແລະ ປະຕິບັດຕາມກົດບັດຂອງສະຫະປະຊາຊາດດ້ວຍ.

ສ່ວນໃນດ້ານຂອງທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ກ່າວວ່າປະຕິບັດການທີ່ເກີດຂຶ້ນ ເປັນໄປຕາມຄຳສັ່ງຂອງທ່ານ ໂດໂນ ທຣຳ ປະທານປະເທດ ທີ່ຖືເປັນຜູ້ບັນຊາການທະຫານສູງສຸດ ເພື່ອທຳລາຍຂີດຄວາມສາມາດຂອງຊີຣີ ໃນການໃຊ້ອາວຸດເຄມີ ໂດຍເປົ້າໝາຍຂອງການໂຈມຕີຄັ້ງນີ້ມີ 3 ຈຸດໃຫຍ່ ໄດ້ແກ່: ສູນວິໄຈດ້ານວິທະຍາສາດແຫ່ງຊາດຊີຣີ ຕັ້ງຢູ່ນະຄອນຫຼວງດາມັດສະກັດ, ຄັງອາວຸດເຄມີ ໃນເມືອງຮອມ ທີ່ຢູ່ພາກຕາເວັນຕົກຂອງປະເທດ ແລະ ເປົ້າໝາຍແຫ່ງທີ 3 ຄືສູນບັນຊາການຂະໜາດໃຫຍ່ໃກ້ກັບຄັງອາວຸດ ໃນເມືອງຮອມ.


No comments

Powered by Blogger.