ຈີນ-ລັດເຊຍ ບໍ່ເຫັນດີ ທີ່ປະເທດພັນທະມິດຕາເວັນຕົກ ໂຈມຕີທາງອາກາດໃນຊີຣີ - ອິດສະຫຼະ

ຈີນ-ລັດເຊຍ ບໍ່ເຫັນດີ ທີ່ປະເທດພັນທະມິດຕາເວັນຕົກ ໂຈມຕີທາງອາກາດໃນຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 14 ເມສາ 2018 ວ່າ: ທ່ານ ນາງ ຮົວ ຊຸນຫຍິງ ໂຄສົກກະຊວງການຕ່າງປະເທດຂອງຈີນຖະແຫຼງວ່າ ລັດຖະບານຈີນບໍ່ເຫັນດີເປັນຢ່າງຍິ່ງກັບການໃຊ້ກຳລັງຂອງບັນດາປະເທດຕ່າງໆ ທີ່ສະຫະລັດ ອາເມຣິກາ ນຳອັງກິດ ແລະ ຝຣັ່ງ ໂຈມຕີທາງອາກາດ ທີ່ມີເປົ້າໝາຍສະເພາະໃນຊີຣີ ເຊິ່ງຈີນສະໜັບສະໜູນໃຫ້ເຄົາລົບອະທິປະໄຕ, ອິດສະຫຼະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງທຸກປະເທດ.
ໂຄສົກກະຊວງການຕ່າງປະເທດຂອງຈີນ ກ່າວອີກວ່າ ການໃຊ້ກຳລັງທາງທະຫານແຕ່ພຽງຝ່າຍດຽວ ໂດຍບໍ່ໃສ່ໃຈຕໍ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຍິ່ງຈະເປັນປັດໄຈທີ່ສ້າງຄວາມສັບສົນຄັ້ງໃໝ່ຕໍ່ແນວທາງໃນການແກ້ໄຂບັນຫາໃນຊີຣີ ເຊິ່ງຈີນເຊື່ອວ່າການແກ້ໄຂບັນຫາໃນທາງການເມືອງ ເປັນພຽງວິທີດຽວເທົ່ານັ້ນທີ່ຈະແກ້ໄຂບັນຫາໃນຊີຣີໄດ້, ຈີນຢາກໃຫ້ທຸກຝ່າຍທີ່ກ່ຽວຂ້ອງກັບມາໃຊ້ກົດໝາຍລະຫວ່າງປະເທດໃນການແກ້ໄຂບັນຫາດ້ວຍການເຈລະຈາ ແລະ ປຶກສາຫາລືຮ່ວມກັນ.

ຈີນຖືເປັນໜຶ່ງໃນ 5 ປະເທດສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທີ່ມີສິດຢຸດຢັ້ງ ຫຼື ປະຕິເສດຮ່າງມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.

ໃນດ້ານຂອງທຳນຽບປະທານປະເທດລັດເຊຍ ອອກຖະແຫຼງການວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ໄດ້ກ່າວປະນາມການໂຈມຕີຂອງປະເທດພັນທະມິດ ທີ່ມີສະຫະລັດ ອາເມຣິກາ ເປັນແກນນຳ ໂຈມຕີເປົ້າໝາຍໃນປະເທດຊີຣີ ແລະ ຮຽກຮ້ອງໃຫ້ເປີດກອງປະຊຸມສຸກເສີນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ຜູ້ນຳລັດເຊຍລະບຸອີກວ່າ ການກະທຳຂອງສະຫະລັດ ອາເມຣິກາ ໃນຊີຣີໄດ້ເຮັດໃຫ້ຄວາມຫາຍະນະຂອງມວນມະນຸດຕົກຕ່ຳລົງ ແລະ ຍັງສ້າງຄວາມເຈັບປວດໃຫ້ກັບປະຊາຊົນ ລວມເຖິງຂະບວນການສ້າງສາຍພົວພັນລະຫວ່າງປະເທດ.

ສ່ວນທຳນຽບປະທານປະເທດຊີຣີ ອອກຖະແຫຼງການວ່າ ທ່ານ ບາຊາ ອັນ-ອັສຊາດ ປະທານປະເທດຊີຣີ ໄດ້ແຈ້ງໃຫ້ທ່ານ ຮັສຊັນ ໂຣຮານີ ປະທານປະເທດອີຣານຮັບຊາບວ່າ ການໂຈມຕີຂອງສະຫະລັດ ອາເມຣິກາ ຈະຍິ່ງເຮັດໃຫ້ຊີຣີຫາຊ່ອງທາງທີ່ຈະປາບປາມກຸ່ມກໍ່ການຮ້າຍໃນທຸກພື້ນທີ່ຂອງປະເທດ, ສ່ວນຜູ້ນຳອີຣານ ກ່າວວ່າ ອີຣານຂໍຢືນຄຽງຂ້າງຊີຣີ ແລະ ສະແດງຄວາມເຊື່ອໝັ້ນວ່າ ການກະທຳອັນແຂງກະດ້າງຄັ້ງນີ້ ຈະບໍ່ມີທາງທຳລາຍຄວາມເຊື່ອໝັ້ນຂອງປະຊາຊົນຊີຣີ ໃນການຕໍ່ສູ້ກັບການກໍ່ການຮ້າຍ.


No comments

Powered by Blogger.