UN ບໍ່ຜ່ານຮ່າງມະຕິປະນາມ ສ.ອາເມຣິກາ ແລະ ພັນທະມິດທີ່ໂຈມຕີຊີຣີ - ອິດສະຫຼະ

UN ບໍ່ຜ່ານຮ່າງມະຕິປະນາມ ສ.ອາເມຣິກາ ແລະ ພັນທະມິດທີ່ໂຈມຕີຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 15 ເມສາ 2018 ວ່າ: ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ວາລະສຸກເສີນ ທີ່ຈັດຂຶ້ນຕາມຄຳຮ້ອງຂອງລັດເຊຍ ພາຍຫຼັງທີ່ສະຫະລັດ ອາເມຣິກາ ນຳປະເທດພັນທະມິດໄດ້ແກ່: ຝຣັ່ງ ແລະ ອັງກິດ ປະຕິບັດການໂຈມຕີທາງອາກາດດ້ວຍການຍິງຂີປະນາວຸດໂຈມຕີເປົ້າໝາຍສະເພາະໃນຊີຣີຄື: ສາງອາວຸດ, ສູນວິໄຈວິທະຍາສາດ ແລະ ສູນບັນຊາການຂອງຊີຣີໄດ້ຮັບຄວາມເສຍຫາຍ ອັນເນື່ອງມາຈາກກອງທັບຊີຣີຖືກກ່າວຫາວ່າໃຊ້ອາວຸດເຄມີໂຈມຕີປະຊາຊົນ.

ທ່ານ ວາສຊິລີ ເນເບນເຊຍ ເອກອັກຄະລັດຖະທູດລັດເຊຍ ປະຈຳສະຫະປະຊາຊາດກ່າວວ່າ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຄວນລົງມະຕິຕາມຮ່າງສະເໜີຂອງລັດເຊຍ ວ່າດ້ວຍການປະນາມການກະທຳທີ່ເປັນການຮຸກຮານຂອງສະຫະລັດ ອາເມຣິກາ ແລະ ປະເທດພັນທະມິດໃນປະຕິບັດການໂຈມຕີຊີຣີ ແລະ ຮຽກຮ້ອງໃຫ້ປະເທດພັນທະມິດຢຸດຢັ້ງການໂຈມຕີອີກຕໍ່ໄປ.


ຂະນະທີ່ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ກ່າວວ່າ ທ່ານ ນາງ ໄດ້ປຶກສາຫາລືກັບທ່ານ ໂດໂນ ທຣຳ ປະທານະເທດສະຫະລັດ ອາເມຣິກາແລ້ວ ແລະ ຜູ້ນຳສະຫະລັດ ອາເມຣິກາສະເໜີກັບທ່ານ ນາງ ວ່າ ຫາກລັດຖະບານລັດເຊຍຍັງຄົງໃຊ້ແກັດພິດອີກ ສະຫະລັດ ອາເມຣິກາ ກໍ່ຈະລັອກເປົ້າ ແລະ ໄດ້ບັນຈຸອາວຸດໄວ້ພ້ອມແລ້ວສຳລັບການໃຊ້ໃນປະຕິບັດການທາງທະຫານກັບຊີຣີອີກ.

ໂດຍໃນກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໄດ້ລົງມະຕີບໍ່ຜ່ານຮ່າງມະຕິທີ່ສະເໜີໂດຍລັດເຊຍ ວ່າດ້ວຍການປະນາມສະຫະລັດ ອາເມຣິກາ ແລະ ປະເທດພັນທະມິດວ່າ ລະເມີດກົດໝາຍລະຫວ່າງປະເທດ ແລະ ກົດບັດຂອງສະຫະປະຊາຊາດ ໂດຍໃນກອງປະຊຸມທີ່ມີ 15 ປະເທດ ປາກົດວ່າ ມີພຽງລັດເຊຍ, ຈີນ ແລະ ໂບລິວີ 3 ປະເທດເທົ່ານັ້ນທີ່ລົງມະຕິເຫັນດີ ສ່ວນອີກ 8 ປະເທດລົງມະຕິບໍ່ເຫັນດີ ແລະ ງົດອອກສຽງ 4 ປະເທດ ເຊິ່ງມະຕິໃດໆກໍ່ຕາມຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຈະຕ້ອງໄດ້ຮັບສຽງສະໜັບສະໜູນຢ່າງໜ້ອຍ 9 ສຽງ ແລະ ຕ້ອງບໍ່ມີການໃຊ້ສິດຢຸດຢັ້ງ ຫຼື ປະຕິເສດຈາກ 5 ປະເທດສະມາຊິກຖາວອນໄດ້ແກ່ລັດເຊຍ, ຈີນ, ຝຣັ່ງ, ອັງກິດ ແລະ ສະຫະລັດ ອາເມຣິກາ.


No comments

Powered by Blogger.