3 ເດືອນຕົ້ນປີ 2018 ລາວມີມູນຄ່າການນຳເຂົ້າ-ສົ່ງອອກ 2,353 ລ້ານໂດລາສະຫະລັດ - ອິດສະຫຼະ

3 ເດືອນຕົ້ນປີ 2018 ລາວມີມູນຄ່າການນຳເຂົ້າ-ສົ່ງອອກ 2,353 ລ້ານໂດລາສະຫະລັດ


 

ກົມການນ້ຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າ: ໃນງວດທີ 1 (ເດືອນ 1,​ 2 ແລະ 3) ປີ 2018 ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງ ສປປ.ລາວ ສາມາດບັນລຸໄດ້ທັງໝົດ 2,353 ລ້ານໂດລາສະຫະລັດ (ບໍ່ລວມເອົາຂໍ້ມູນການນຳເຂົ້າ ແລະ ສົ່ງອອກໄຟຟ້າ ຍ້ອນຍັງບໍ່ທັນໄດ້ຮັບຂໍ້ມູນຄົບຖ້ວນຈາກຂະແໜງການທີ່ກ່ຽວຂ້ອງ), ເພີ່ມຂຶ້ນ 12.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ການສົ່ງອອກປະຕິບັດໄດ້ 989 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 1.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ, ສ່ວນນຳເຂົ້າບັນລຸໄດ້ 1,363 ລ້ານ ເພີ່ມຂຶ້ນ 22.8%.

ສິນຄ້າທີ່ນຳເຂົ້າຕົ້ນຕໍແມ່ນ: ນ້ຳມັນເຊື້ອໄຟ (ນ້ຳມັນແອັດຊັງ, ກາຊວນ ແລະ ກາດ), ພາຫະນະທາງບົກ ແລະ ຊິ້ນສ່ວນອາໄຫຼ່, ອຸປະກອນກົນຈັກ, ເຫຼັກ ແລະ ອຸປະກອນ ທີ່ເຮັດດ້ວຍເຫຼັກ, ເຄື່ອງໃຊ້ໄຟຟ້າ...


ສິນຄ້າທີ່ສົ່ງອອກຕົ້ນຕໍແມ່ນ: ທອງ ແລະ ແຮ່ທອງ, ໂຄງຮ່າງກ້ອງບັນທຶກພາບ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ກາເຟ, ໝາກກ້ວຍ, ນ້ຳຕານ...


ປະເທດທີ່ ສປປ.ລາວ ນຳເຂົ້າສິນຄ້າສ່ວນໃຫຍ່ຍັງແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດເຊັ່ນ: ໄທ, ຈີນ ແລະ ຫວຽດນາມ. ນອກນັ້ນ ຍັງນຳເຂົ້າມາຈາກປະເທດຍີ່ປຸ່ນ, ເກົາຫຼີໃຕ້, ອິນໂດເນເຊຍ, ສິງກະໂປ, ອົດສະຕາລີ, ຮົງກົງ.


ປະເທດສົ່ງອອກຕົ້ນຕໍ່ແມ່ນ ໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ, ເຢຍລະມັນ ແລະ ອິນເດຍ.


No comments

Powered by Blogger.