ກຸ່ມ IS ບຸກໂຈມຕີຖານທັບຊີຣີ ແລະ ລັດເຊຍ ປະທະກັນເສຍຊີວິດລວມ 78 ຄົນ - ອິດສະຫຼະ

ກຸ່ມ IS ບຸກໂຈມຕີຖານທັບຊີຣີ ແລະ ລັດເຊຍ ປະທະກັນເສຍຊີວິດລວມ 78 ຄົນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ພຶດສະພາ 2018 ວ່າ: ຖະແຫຼງການຂອງທ່ານ ຣາມີ ອັບເດວ ຣາມານ ຜູ້ອຳນວຍການກຸ່ມສັງເກດການສິດທິມະນຸດຊີຣີ ເມື່ອວັນອາທິດທີ່ຜ່ານມາລະບຸວ່າ: ກຸ່ມ IS ບຸກໂຈມຕີຖານທັບທະຫານຊີຣີ ແລະ ນັກຮົບລັດເຊຍທີ່ເປັນພັນທະມິດ ໃນພື້ນທີ່ທະເລຊາຍໃກ້ເມືອງມາຢາດີນ ແຂວງເດອີ ເອສຊໍ ທາງພາກຕາເວັນອອກຂອງຊີຣີ ເມື່ອຄືນວັນພຸດ ທີ່ຜ່ານມາ, ການຍິງປະທະກັນເກີດຂຶ້ນປະມານ 1 ຊົ່ວໂມງ ເຮັດໃຫ້ເປົ້າໝາຍເສຍຊີວິດຢ່າງໜ້ອຍ 35 ຄົນ ລວມເຖິງທະຫານລັດເຊຍຢ່າງໜ້ອຍ 9 ຄົນ ທັງທະຫານ ແລະ ນັກຮົບຮັບຈ້າງ, ສ່ວນທີ່ເຫຼືອ 26 ຄົນ ເປັນທະຫານກອງທັບຊີຣີ ພາຍໃຕ້ການນຳພາຂອງທ່ານ ບາຊາ ອັນ-ອັສຊາດ, ສ່ວນນັກຮົບ IS ເສຍຊີວິດຢ່າງໜ້ອຍ 43 ຄົນ.
ແຕ່ຖະແຫຼງການຂອງກະຊວງປ້ອງກັນປະເທດລັດເຊຍ ໃນນະຄອນຫຼວງມົດສະກູ ໄດ້ອອກມາຖະແຫຼງໃນມື້ດຽວກັນວ່າ: ທະຫານລັດເຊຍເສຍຊີວິດ 4 ຄົນ ແລະ ໄດ້ຮັບບາດເຈັບອີກ 3 ຄົນ ຈາກການໂຈມຕີຂອງຜູ້ກໍ່ການຮ້າຍໃນຊີຣີ, ໂດຍທະຫານ 2 ຄົນເຮັດໜ້າທີ່ເປັນທີ່ປຶກສາໃຫ້ກັບກອງທັບຊີຣີ ເສຍຊີວິດໃນທີ່ເກີດເຫດ, ອີກ 2 ຄົນເສຍຊີວິດຢູ່ໂຮງໝໍທະຫານຂອງລັດເຊຍ ແຕ່ຖະແຫຼງການບໍ່ໄດ້ລະບຸສະຖານທີ່ ແລະ ວັນເວລາທີ່ເກີດເຫດ.

ຖະແຫຼງການຫຼ້າສຸດຂອງກະຊວງປ້ອງກັນປະເທດລັດເຊຍ ເຮັດໃຫ້ຈຳນວນທະຫານລັດເຊຍທີ່ເສຍຊີວິດຢ່າງເປັນທາງກນ ໃນສົງຄາມກາງເມືອງຊີຣີ ເພີ່ມຂຶ້ນເປັນ 92 ຄົນ.




No comments

Powered by Blogger.