ເກົາຫຼີເໜືອຢືນຢັນ ຜ່ານຜູ້ນຳເກົາຫຼີໃຕ້ ພ້ອມປົດອາວຸດນິວເຄຼຍ ເພື່ອສ້າງສັນຕິພາບ ແລະ ພ້ອມພົບຜູ້ນຳ ສ.ອາເມຣິກາ - ອິດສະຫຼະ

ເກົາຫຼີເໜືອຢືນຢັນ ຜ່ານຜູ້ນຳເກົາຫຼີໃຕ້ ພ້ອມປົດອາວຸດນິວເຄຼຍ ເພື່ອສ້າງສັນຕິພາບ ແລະ ພ້ອມພົບຜູ້ນຳ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 27 ພຶດສະພາ 2018 ວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ຖະແຫຼງໃນຕອນເຊົ້າຂອງວັນອາທິດນີ້ ກ່ຽວກັບຜົນການພົບປະຫາລືກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ຕຶກທົງກິວກັກ ໃນເຂດບ້ານປັນມຸນຈອມ ເຂດປອດທະຫານທີ່ເປັນຊາຍແດນລະຫວ່າງສອງເກົາຫຼີ ຝັ່ງເກົາຫຼີເໜືອ ເມື່ອວັນເສົາທີ່ຜ່ານມາວ່າ: ທ່ານ ຄິມ ຈອງ-ອຶນ ຢືນຢັນວ່າເກົາຫຼີເໜືອມີຄວາມມຸ່ງໝັ້ນໃນການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ ຕາມແນວທາງປະຕິຍານປັນມຸນຈອມ ທີ່ໄດ້ລົງນາມຮ່ວມກັນເມື່ອທ້າຍເດືອນເມສາ ທີ່ຜ່ານມາ ແລະ ສະແດງຄວາມຈິງໃຈໃນການຢຸດຕິສົງຄາມ ແລະ ການປະເຊີນໜ້າ ຜ່ານການປະຊຸມສຸດຍອດເກົາຫຼີເໜືອ-ສະຫະລັດ ອາເມຣິກາ ເຊິ່ງຕ້ອງເກີດຂຶ້ນຕາມກຳນົດການເດີມຄືໃນວັນທີ 12 ມິຖຸນາ 2018 ນີ້ ທີ່ປະເທດສິງກະໂປ ແຕ່ຜູ້ນຳເກົາຫຼີໃຕ້ກ່າວວ່າ ເກົາຫຼີເໜືອຍັງມີຄວາມເປັນຫ່ວງຕໍ່ການຮັກສາຄຳໝັ້ນສັນຍາຂອງສະຫະລັດ ອາເມຣິກາ ພາຍຫຼັງການປົດອາວຸດນິວເຄຼຍຂອງເກົາຫຼີເໜືອ.


ຂະນະທີ່ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານເພີ່ມເຕີມວ່າ: ຜູ້ນຳສອງເກົາຫຼີເຫັນດີທີ່ຈະຈັດຕັ້ງການພົບປະຫາລືຮ່ວມກັນໃຫ້ຫຼາຍຄັ້ງເພີ່ມຂຶ້ນ ເພື່ອເພີ່ມປະສິດທິພາບ ແລະ ຄວາມລ່ຽນໄຫຼຂອງຂະບວນການສ້າງສັນຕິພາບ ແລະ ປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ຈະມີການປະຊຸມລະຫວ່າງເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດອີກຄັ້ງ ທີ່ບ້ານປັນມຸນຈອມ ໃນວັນສຸກທີ 1​ ມິຖຸນາ 2018 ນີ້.

ເຊິ່ງການພົບປະຫາລືກັນຢ່າງບໍ່ເປັນທາງການລະຫວ່າງທ່ານ ມູນ ແຈ-ອິນ ກັບ ທ່ານ ຄິມ ຈອງ-ອຶນ ໃນຄັ້ງນີ້ ເປັນໄປຕາມຄຳເຊີນຂອງທ່ານ ຄິມ ຈອງ-ອຶນ ແລະ ໄດ້ສ້າງປະຫວັດສາດໃຫ້ທ່ານ ມູນ ແຈ-ອິນ ເປັນປະທານປະເທດເກົາຫຼີໃຕ້ຄົນທຳອິດ ທີ່ຂ້າມຊາຍແດນໄປຍັງເກົາຫຼີເໜືອແລ້ວຢ່າງໜ້ອຍ 2 ຄັ້ງ, ໂດຍຄັ້ງທຳອິດເກີດຂຶ້ນໃນລະຫວ່າງການຕ້ອນຮັບຂອງທ່ານ ຄິມ ຈອງ-ອຶນ ເຊິ່ງຜູ້ນຳເກົາຫຼີເໜືອໄດ້ເຊີນຜູ້ນຳເກົາຫຼີໃຕ້ຍ່າງຂ້າມເສັ້ນແບ່ງເຂດແດນ ກ່ອນຈະຍ່າງກັບຄືນມາຍັງຝັ່ງເກົາຫຼີໃຕ້ ເພື່ອປະຊຸມຮ່ວມກັນໃນວັນທີ 27 ເມສາ 2018 ທີ່ຜ່ານມາ ໃນຄັ້ງນັ້ນຖືເປັນການພົບປະຫາລືກັນຢ່າງເປັນທາງການຄັ້ງທຳອິດໃນຮອບ 11 ປີ ລະຫວ່າງຜູ້ນຳສອງເກົາຫຼີ.

ນອກຈາກນີ້, ການເຄື່ອນໄຫວດັ່ງກ່າວຍັງເກີດຂຶ້ນພຽງບໍ່ພໍເທົ່າໃດວັນ ພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດເມື່ອວັນພະຫັດ ທີ່ຜ່ານມາວ່າ: ການພົບປະຫາລືລະຫວ່າງທ່ານ ກັບ ຜູ້ນຳເກົາຫຼີເໜືອອາດບໍ່ເປັນໄປຕາມກຳນົດເດີມ ໂດຍໃຫ້ເຫດຜົນວ່າ ເປັນຍ້ອນພຶດຕິກຳອັນແຂງກະດ້າງຂອງລັດຖະບານເກົາຫຼີເໜືອໃນໄລຍະນີ້,​ ແຕ່ກະຊວງການຕ່າງປະເທດເກົາຫຼີເໜືອໄດ້ຕອບກັບຈົດໝາຍຂອງທ່ານ ໂດໂນ ທຣຳ ວ່າລັດຖະບານເກົາຫຼີເໜືອຍັງມີຄວາມພ້ອມຕະຫຼອດເວລາ ໃນການພົບປະຫາລືກັບຜູ້ນຳສະຫະລັດ ອາເມຣິກາ.

ຕໍ່ມາທຳນຽບຂາວອອກຖະແຫຼງການເລື່ອງການຈະສົ່ງຄະນະເຈົ້າໜ້າທີ່ເດີນທາງໄປຍັງສິງກະໂປ ໃນຕົ້ນເດືອນມິຖຸນານີ້ ເພື່ອກຽມຄວາມພ້ອມສຳລັບການປະຊຸມລະຫວ່າງຜູ້ນຳສະຫະລັດ ອາເມຣິກາ ກັບ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເຊິ່ງໄດ້ເພີ່ມຄວາມເປັນໄປໄດ້ວ່າ: ການປະຊຸມສຸດຍອດດັ່ງກ່າວ ຈະເກີດຂຶ້ນຕາມກຳນົດການເດີມ, ເຖິງຢ່າງໃດກໍ່ຕາມ ນັກວິເຄາະຕີລາຄາວ່າ ສະຖານະການທີ່ຜັນປ່ຽນໄປມາແບບນີ້ ສະທ້ອນໃຫ້ທຸກຝ່າຍເຫັນໄດ້ຢ່າງຊັດເຈນແລ້ວ່າ ຜົນຂອງການແກ້ໄຂສະຖານະການລະຫວ່າງປະເທດໂດຍໃຊ້ອາລົມເປັນທີ່ຕັ້ງຂອງທ່ານ ໂດໂນ ທຣຳ ນັ້ນອັນຕະລາຍຂະໜາດໃດ.


No comments

Powered by Blogger.