ຜູ້ນຳສອງເກົາຫຼີພົບປະຫາລືກັນອີກຄັ້ງ, ຂະນະທີ່ ສ.ອາເມຣິກາ ກ່າວການເຈລະຈາກັບເກົາຫຼີເໜືອອາດເກີດຂຶ້ນຕາມກຳນົດການເດີມ - ອິດສະຫຼະ

ຜູ້ນຳສອງເກົາຫຼີພົບປະຫາລືກັນອີກຄັ້ງ, ຂະນະທີ່ ສ.ອາເມຣິກາ ກ່າວການເຈລະຈາກັບເກົາຫຼີເໜືອອາດເກີດຂຶ້ນຕາມກຳນົດການເດີມ



ສຳນັກຂ່າວຕ່າງປະເທດລາຍງານ 26 ພຶດສະພາ 2018 ວ່າ: ທຳນຽບປະທານປະເທດເກົາຫຼີໃຕ້ອອກຖະແຫຼງການວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ໄດ້ພົບປະຫາລືກັບທ່ານ ຄິມ ຈອງ-ອຶນ ຜູ້ນຳເກົາຫຼີເໜືອທີ່ບ້ານປັນມຸນຈອມ ເຂດປອດທະຫານທີ່ເປັນຊາຍແດນລະຫວ່າງສອງປະເທດ ເມື່ອວັນເສົາ ທີ 26 ພຶດສະພານີ້ ຫຼື ພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດວ່າ ການປະຊຸມສຸດຍອດກັບຜູ້ນຳເກົາຫຼີເໜືອຈະຍັງຄົງເດີນໜ້າຕໍ່ໄປໄດ້ຕາມແຜນການທີ່ກຳນົດເດີມຄື ວັນທີ 12 ມິຖຸນາ 2018 ນີ້ ທີ່ປະເທດສິງກະໂປ.
ທຳນຽບປະທານປະເທດເກົາຫຼີໃຕ້ຖະແຫຼງຕໍ່ວ່າ ຜູ້ນຳເກົາຫຼີເໜືອ ແລະ ເກົາຫຼີໃຕ້ຮ່ວມປຶກສາຫາລືກັນເປັນເວລາກວ່າ 2 ຊົ່ວໂມງ ເຊິ່ງທັງສອງຝ່າຍເຄີຍພົບປະຫາລືກັນມາແລ້ວເມື່ອເດືອນເມສາ ທີ່ຜ່ານມາ, ພ້ອມປະກາດວ່າຈະຫາທາງປັບປຸງສາຍພົວພັນລະຫວ່າງສອງເກົາຫຼີໃຫ້ດີຂຶ້ນ.

ຖະແຫຼງການລະບຸອີກວ່າ ຜູ້ນຳເກົາຫຼີໃຕ້ ແລະ ເກົາຫຼີເໜືອໄດ້ແລກປ່ຽນຄວາມຄິດເຫັນ ແລະ ຫາແນວທາງທີ່ຈະສົ່ງເສີມໃຫ້ມີຄຳປະກາດປັນມຸນຈອມ ແລະ ຮັບປະກັນຄວາມສຳເລັດຂອງການປະຊຸມສຸດຍອດລະຫວ່າງສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອ ສ່ວນລາຍລະອຽດການປຶກສາຫາລືນັ້ນ ຈະຖະແຫຼງໃຫ້ຊາບອີກຄັ້ງໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2018 ນີ້.







No comments

Powered by Blogger.