ພາບ ແລະ ວິດີໂອ ການລະເບີດທຳລາຍນິຄົມນິວເຄຼຍປຸງກະເຢ-ຣີ ຂອງເກົາຫຼີເໜືອ - ອິດສະຫຼະ

ພາບ ແລະ ວິດີໂອ ການລະເບີດທຳລາຍນິຄົມນິວເຄຼຍປຸງກະເຢ-ຣີ ຂອງເກົາຫຼີເໜືອ



ເມື່ອວັນທີ 24 ພຶດສະພາ 2018 ທີ່ຜ່ານມາ, ເກົາຫຼີເໜືອໄດ້ລະເບີດທຳລາຍອຸໂມງການທົດລອງນິວເຄຼຍຂອງນິຄົມນິວເຄຼຍປຸງກະເຢ-ຣີ ເພື່ອເປັນການສະແດງເຖິງເຈດຕະນາອັນດີຂອງເກົາຫຼີເໜືອ ໃນການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ.

ການລະເບີດທຳລາຍດັ່ງກ່າວເກີດຂຶ້ນທ່າມກາງການຕິດຕາມຢ່າງໃກ້ຊິດຈາກສື່ມວນຊົນປະເທດຕ່າງໆເຊັ່ນ: ສະຫະລັດ ອາເມຣິກາ, ລັດເຊຍ, ຈີນ, ອັງກິດ ແລະ ເກົາຫຼີໃຕ້. ນິຄົມນິວເຄຼຍແຫ່ງດັ່ງກ່າວຕັ້ງຢູ່ແຂວງຮຳຢອງເໜືອ ໃກ້ກັບຊາຍແດນຈີນ ແລະ ເປັນນິຄົມແຫ່ງດຽວທີ່ເກົາຫຼີເໜືອໃຊ້ສຳລັບການທົດລອງອາວຸດນິວເຄຼຍ ໂດຍຜ່ານມາໄດ້ມີການທົດລອງມາແລ້ວ 6 ຄັ້ງ ແລະ ຄັ້ງທີ່ຮຸນແຮງທີ່ສຸດເກີດຂຶ້ນເມື່ອເດືອນກັນຍາ 2017 ທີ່ທາງການເກົາຫຼີເໜືອລຸບະວ່າເປັນ H-Bomb.

ເຖິງຢ່າງໃດກໍ່ຕາມ, ພາຍຫຼັງທີ່ທາງການເກົາຫຼີເໜືອລະເບີດນິຄົມນິວເຄຼຍດັ່ງກ່າວໄດ້ບໍ່ພໍເທົ່າໃດຊົ່ວໂມງ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກໍ່ໄດ້ສົ່ງຈົດໝາຍເຖິງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ປະກາດຍົກເລີກການປະຊຸມສຸດຍອດຮ່ວມ ເພື່ອເຈລະຈາສັນຕິພາບ ທີ່ຈະຈັດຂຶ້ນໃນວັນທີ 12 ມິຖຸນາ 2018 ນີ້ ຢູ່ປະເທດສິງກະໂປ, ເຊິ່ງໄດ້ຢ່າງຄວາມແປກໃຈໃຫ້ກັບຫຼາຍຝ່າຍ, ທີ່ ສ.ອາເມຣິກາ ໄດ້ປະກາດຍົກເລີກເຈລະຈາກັບເກົາລີເໜືອທ່າມກາງບັນຍາກາດອັນດີຢູ່ແຫຼມເກົາຫຼີທີ່ນັບມື້ນັບເພີ່ມທະວີ.





















No comments

Powered by Blogger.