ເກົາຫຼີເໜືອຍັງພ້ອມເຈລະຈາສະເໝີ ເຖິງແມ່ນວ່າ ສ.ອາເມຣິກາ ຈະປະກາດຍົກເລີກການເຈລະຈາຮ່ວມ - ອິດສະຫຼະ

ເກົາຫຼີເໜືອຍັງພ້ອມເຈລະຈາສະເໝີ ເຖິງແມ່ນວ່າ ສ.ອາເມຣິກາ ຈະປະກາດຍົກເລີກການເຈລະຈາຮ່ວມ



ສຳນັກຂ່າວຕ່າງປະເທດລາຍງານ 25 ພຶດສະພາ 2018 ວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ເຜີຍແຜ່ຖະແຫຼງການຂອງທ່ານ ຄິມ ຄະເຢ-ກວານ ຮອງລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອວ່າ ການຕັດສິນໃຈຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໃນການເປັນຝ່າຍຍົກເລີກການພົບປະຫາລືກັບທ່ານ ຄິມ ຈອງ-ອຶຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເຊິ່ງຈະຈັດຂຶ້ນທີ່ປະເທດສິງກະໂປ ໃນວັນທີ 12 ມິຖຸນາ 2018 ນີ້ ຖືເປັນສິ່ງທີ່ເໜືອຄວາມຄາດໝາຍ ແລະ ໜ້າເສຍໃຈເປັນຢ່າງຍິ່ງ ແຕ່ລັດຖະບານເກົາຫຼີເໜືອ ຍັງຄົງມີຄວາມພ້ອມຕະຫຼອດເວລາ ໃນການເຈລະຈາກັບສະຫະລັດອາເມຣິກາ ຕາມຂະບວນການທາງການທູດ.

ຂະນະທີ່ທຳນຽບປະທານປະເທດເກົາຫຼີໃຕ້ອອກຖະແຫຼງການວ່າ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ເສຍໃຈເປັນຢ່າງຍິ່ງ ເມື່ອໄດ້ຊາບການປະຊຸມສຸດຍອດລະຫວ່າງຜູ້ນຳສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອບໍ່ອາດເກີດຂຶ້ນໄດ້ ແລະ ໄດ້ຮຽກປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງອີກດ້ວຍ.


ພຽງບໍ່ພໍເທົ່າໃດຊົ່ວໂມງກ່ອນທີ່ທ່ານ ໂດໂນ ທຣຳ ຈະສົ່ງຈົດໝາຍເຖິງຜູ້ນຳເກົາຫຼີເໜືອ ລັດຖະບານເກົາຫຼີເໜືອໄດ້ມີການລະເບີດທຳລາຍອຸໂມງ ແລະ ສິ່ງກໍ່ສ້າງພາຍໃນນິຄົມນິວເຄຼຍປຸງກະເຢ-ຣີ ໃນພາກຕາເວັນອອກສຽງເໜືອຂອງປະເທດ ທ່າມກາງການຮ່ວມສັງເກດການຢ່າງໃກ້ຊິດຂອງກຸ່ມສື່ມວນຊົນຈາກຕ່າງປະເທດທີ່ປະກອບດ້ວຍ:​ ສະຫະລັດ ອາເມຣິກາ, ລັດເຊຍ, ຈີນ, ອັງກິດ ແລະ ເກົາຫຼີໃຕ້ ລວມປະມານ 20 ຄົນ ເພື່ອສະແດງເຖິງເຈດຕະນາດີ ຕາມທີ່ເຄີຍປະກາດໄວ້ກ່ອນການປະຊຸມຮ່ວມກັບທ່ານ ໂດໂນ ທຣຳ.

ເຖິງຢ່າງໃດກໍ່ຕາມ, ເສັ້ນທາງສູ່ການພົບປະຫາລືລະຫວ່າງຜູ້ນຳທັງສອງປະເທດດັ່ງກ່າວ ເຕັມໄປດ້ວຍຄວາມບໍ່ແນ່ນອນມາໂດຍຕະຫຼອດ ໂດຍສະເພາະຢ່າງຍິ່ງເມື່ອຮອງປະທານປະເທດສະຫະລັດ ອາເມຣິກາ ທ່ານ ໄມ ເພນ ກ່າວເມື່ອຕົ້ນອາທິດນີ້ ໃນລັກສະນະປຽບທຽບໂຄງການນິວເຄຼຍຂອງເກົາຫຼີເໜືອ ແລະ ຊະຕາກຳຂອງທ່ານ ຄິມ ຈອງ-ອຶນ ກັບ ທ່ານ ມູອຳມາ ກັດດາຟີ ຜູ້ນຳສູງສຸດຂອງລີບີ ເຊິ່ງໄດ້ສ້າງຄວາມບໍ່ພໍໃຈຢ່າງຍິ່ງໃຫ້ແກ່ເກົາຫຼີເໜືອ ເຖິງຂັ້ນອອກຖະແຫຼງການປະນາມຮອງຜູ້ນຳສະຫະລັດ ອາເມຣິກາວ່າ “ໄຮ້ການສຶກສາ ແລະ ໂງ່ຈ້າ”.


ເຊິ່ງເນື້ອໃນສຳຄັນຂອງຈົດໝາຍຜູ້ນຳສະຫະລັດ ອາເມຣິກາລະບຸວ່າ ພຶດຕິກຳອັນແຂງກະດ້າງ ແລະ ຄຸກຄາມຂອງເກົາຫຼີເໜືອໃນໄລຍະນີ້ ຄືປັດໄຈສຳຄັນທີ່ເຮັດໃຫ້ທ່ານຮູ້ສຶກວ່າ ສະຖານະການໃນຕອນນີ້ ຍັງບໍ່ແມ່ນໄລຍະເວລາທີ່ສົມຄວນທີ່ຈະພົບປະຫາລືກັນ, ທ່ານຈຶ່ງຈຳເປັນຕ້ອງຍົກເລີກພົບປະຫາລືທີ່ສິງກະໂປ ແຕ່ຍັງເຊື່ອໝັ້ນວ່າການປະຊຸມຈະເກີດຂຶ້ນໃນອະນາຄົດ, ດ້ານກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການວ່າ ຄວາມພ້ອມທາງທະຫານຕໍ່ເກົາຫຼີເໜືອຍັງຢູ່ໃນຂັ້ນສູງສຸດ, ສ່ວນທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາກ່າວຢືນຢັນວ່າ ສາຍພົວພັນລະຫວ່າງສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອ ຈະກັບມາເປັນເໜືອນເດີມ.


No comments

Powered by Blogger.