ດ່ວນ…! ປ.ທຣຳ ຍົກເລີກເຈລະຈາກັບເກົາຫຼີເໜືອ ຂະນະທີ່ເກົາຫຼີເໜືອລະເບີດນິຄົມນິວເຄຼຍຖິ້ມເປັນທີ່ຮຽບຮ້ອຍແລ້ວ - ອິດສະຫຼະ

ດ່ວນ…! ປ.ທຣຳ ຍົກເລີກເຈລະຈາກັບເກົາຫຼີເໜືອ ຂະນະທີ່ເກົາຫຼີເໜືອລະເບີດນິຄົມນິວເຄຼຍຖິ້ມເປັນທີ່ຮຽບຮ້ອຍແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 24 ພຶດສະພາ 2018 ວ່າ:​ ສື່ມວນຊົນຕ່າງປະເທດທີ່ໄດ້ຮັບເຊີນໃຫ້ໄປຮ່ວມສັງເກດການທຳລາຍອຸໂມງໃຕ້ດິນຂອງນິຄົມນິວເຄຼຍປຸງກະເຢ-ຣີ ທາງພາກຕາເວັນອອກສຽງເໜືອຂອງເກົາຫຼີເໜືອ ໃນວັນຫະພັດນີ້ ລາຍງານວ່າ: ມີການລະເບີດຖິ້ມຢ່າງຕໍ່ເນື່ອງຕະຫຼອດວັນທີ່ຜ່ານມາ ແລະ ຜູ້ສື່ຂ່າວ 3 ຄົນໄດ້ລົງໄປສຳຫຼວດອຸໂມງໃຕ້ດິນດ້ວຍຕົນເອງ ໂດຍທ່ານ ທອມ ເຊເຊຍ ຜູ້ສື່ຂ່າວຈາກ Skynews ສື່ປະເທດອັງກິດກ່າວວ່າ ມີການລະເບີດແຮງຈົນຮູ້ສຶກໄດ້, ມີຝຸ່ນໄຫງ່ໄປທົ່ວ, ມີຄວາມຮ້ອນແຜ່ອອກມາ ແລະ ສຽງດັງແຮງຫຼາຍ.

ນິຄົມນິວເຄຼຍປຸງກະເຢ-ຣີ ຕັ້ງຢູ່ໃນສາຍພູໃນແຂວງຮຳຢອງເໜືອ ໃກ້ກັບຊາຍແດນຈີນ ແລະ ເປັນພຽງນິຄົມພຽງແຫ່ງດຽວທີ່ເກົາຫຼີເໜືອມີໄວ້ໃຊ້ສຳລັບການທົດລອງນິວເຄຼຍ ໂດຍມີທົດລອງລະເບີດນິວເຄຼຍໃຕ້ດິນມາແລ້ວ 6 ຄັ້ງ ແລະ ຄັ້ງທີ່ຮຸນແຮງທີ່ສຸດເກີດຂຶ້ນເມື່ອເດືອນກັນຍາ 2017 ທາງລັດຖະບານເກົາຫຼີເໜືອລະບຸວ່າເປັນ H-Bomb.

ຖະແຫຼງການຈາກສຳນັກງານອາວຸດນິວເຄຼຍເກົາຫຼີເໜືອລະບຸວ່າ ນິຄົມນິວເຄຼຍປຸງກະເຢ-ຣີ ຖືກທຳລາຍໝົດກ້ຽງແລ້ວ ເພື່ອເປັນຫຼັກປະກັນເຖິງຄວາມໂປ່ງໃສ ຂອງການຢຸດຕິການທົດລອງນິວເຄຼຍ ເຊິ່ງທາງຝ່າຍເກົາຫຼີໃຕ້ກໍ່ພໍໃຈກັບຄຳປະກາດດັ່ງກ່າວ ໂດຍທ່ານ ໂນຄະຢູ-ດຸກ ໂຄສົກກະຊວງການຕ່າງປະເທດເກົາຫຼີໃຕ້ຖະແຫຼງກວ່າ ຖືວ່າເປັນບາດກ້າວສຳຄັນສຳລັບການປົດອາວຸດນິວເຄຼຍທີ່ຈະຕ້ອງດຳເນີນໃນຂັ້ນຕໍ່ໄປ.

ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ມີກຳນົດທີ່ຈະປະຊຸມສຸດຍອດຮ່ວມກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ທີ່ປະເທດສິງກະໂປ ໃນວັນທີ 12 ມິຖຸນາ 2018 ນີ້ ທ່າມກາງຄວາມຫວັງທີ່ວ່າເກົາຫຼີເໜືອຈະທຳລາຍນິວເຄຼຍ ແລະ ເດີນໜ້າຍົກລະດັບສາຍພົວພັນກັບສະຫະລັດ ອາເມຣິກາ ເຊິ່ງເປັນປໍລະປັກຕໍ່ກັນມາຫຼາຍສິບປີ.

ຕໍ່ມາທຳນຽບຂາວໄດ້ຖະແຫຼງວ່າ ທ່ານ ໂດໂນ ທຣຳ ໄດ້ແຈ້ງຕໍ່ທ່ານ ຄິມ ຈອງ-ອຶນ ຜູ້ນຳເກົາຫຼີເໜືອວ່າ ການປະຊຸມສຸດຍອດຕາມກຳນົດໃນວັນທີ 12 ມິຖຸນານີ້ ທີ່ປະເທດສິງກະໂປນັ້ນຈະບໍ່ເກີດຂຶ້ນ ເພາະທ່າທີ່ອັນເປັນປໍລະປັກຫຼ້າສຸດທີ່ເກົາຫຼີເໜືອສະແດງອອກມາ, ໂດຍທ່ານ ໂດໂນ ທຣຳ ກ່າວວ່າເປັນທີ່ໜ້າເສຍດາຍ ເມື່ອພິຈາລະນາຈາກທ່າທີ່ທີ່ເປັນສັດຕູທີ່ສະແດງອອກມາຈາກຄຳຖະແຫຼງການຫຼ້າສຸດຂອງຜູ້ນຳເກົາຫຼີເໜືອ ຈຶ່ງເຮັດໃຫ້ທ່ານຄິດວ່າຍັງບໍ່ເໝາະສົມສຳລັບເວລານີ້ທີ່ຈະມີການປະຊຸມຮ່ວມກັນທັງທີ່ມີການວາງແຜນຮ່ວມກັນມາຢ່າງຍາວນານ.

ຄຳຖະແຫຼງຂອງຜູ້ນຳສະຫະລັດ ອາເມຣິກາ ເກີດຂຶ້ນພາຍຫຼັງທີ່ເກົາຫຼີເໜືອໄດ້ກ່າວໂຈມຕີຮອງປະທານປະເທດສະຫະລັດ ອາເມຣິກາ ທ່ານ ໄມ ເພນ ວ່າຂາດຄວາມຮູ້ ແລະ ໂງ່ຈ້າ ຕໍ່ຄຳເຕືອນຂອງຮອງຜູ້ນຳສະຫະລັດ ອາເມຣິກາເລື່ອງແຜນການປະຊຸມສຸດຍອດດັ່ງກ່າວ ຈຶ່ງຂູ່ວ່າຈະຍົກເລີກການປະຊຸມ.




No comments

Powered by Blogger.