ລັດເຊຍປະສົບຄວາມສຳເລັດ ໃນການທົດລອງຍິງຂີປະນາວຸດຂ້າມທະວີບ 4 ລູກຈາກເຮືອດຳນ້ຳພະລັງງານນິວເຄຼຍ - ອິດສະຫຼະ

ລັດເຊຍປະສົບຄວາມສຳເລັດ ໃນການທົດລອງຍິງຂີປະນາວຸດຂ້າມທະວີບ 4 ລູກຈາກເຮືອດຳນ້ຳພະລັງງານນິວເຄຼຍ



ສຳນັກຂ່າວ TASS ຂອງທາງການລັດເຊຍລັດງານວ່າ: ເມື່ອວັນທີ 22 ພຶດສະພາ 2018 ທີ່ຜ່ານມາ: ເຮືອດຳນ້ຳພະລັງງານນິວເຄຼຍ Yuri Dolgoruky ຂອງກອງທັບລັດເຊຍ ປະສົບຄວາມສຳເລັດໃນການຍິງຂີປະນາວຸດຂ້າມທະວີບ Bulava 4 ລູກ ຈາກທະເລຂາວ ນອກຝັ່ງເບື້ອງຕາເວັນຕົກສຽງເໜືອຂອງປະເທດ.

ຄຳຖະແຫຼງຂອງກອງທັບລັດເຊຍລະບຸວ່າ: ເຮືອດຳນ້ຳ Yuri Dolgoruky ຍິງຂີປະນາວຸດຂຶ້ນຈາກໃຕ້ພື້ນນ້ຳຂອງທະເລຂາວ ເພື່ອໂຈມຕີເປົ້າໝາຍຈຳລອງທາງທະຫານແຫ່ງໜຶ່ງ ຢູ່ແຫຼມຄຳຊັດຄາ (Kamchatka) ທາງພາກຕາເວັນອອກໄກຂອງປະເທດ, ເຊິ່ງຖືເປັນຄັ້ງທຳອິດທີ່ມີການທົດລອງຂີປະນາວຸດລຸ້ນດັ່ງກ່າວພ້ອມກັນເຖິງ 4 ລູກ.

ເຮືອດຳນ້ຳ Yuri Dolgoruky ເປັນເຮືອດຳນ້ຳທີ່ມີນ້ຳໜັກ 14,720 ໂຕນ ຈາກກອງເຮືອດຳນ້ຳທາງຍຸດທະສາດແບບ Borei-class ລຸ້ນ 4 ທີ່ສາມາດບັນທຸກຂີປະນາວຸດ Bulava ເຊິ່ງເປັນຂີປະນາວຸດຂ້າມທະວີບໄດ້ຫຼາຍເຖິງ 16 ລູກ, ນອກນັ້ນຍັງສາມາດຕິດຕັ້ງຂີປະນາວຸດຂະໜາດນ້ອຍໄດ້ອີກດ້ວຍ.

ການທົດລອງຄັ້ງນີ້ ຖືເປັນການຍິງທົດສອບຂີປະນາວຸດ Bulava ຄັ້ງທຳອິດໃນຮອບ 1 ປີ ທີ່ກ່ອນໜ້າທີ່ເຮືອດຳນ້ຳ Yuri Dolgoruky ປະສົບຄວາມສຳເລັດໃນການຍິງຂີປະນາວຸດ Bulava ເຂົ້າໃສ່ເປົ້າໝາຍຈຳລອງດຽວກັນ ແຕ່ຂະນະນັ້ນຄັ້ງນັ້ນແມ່ນຍິງຈາກທະເລແບເຣນ.






No comments

Powered by Blogger.