ສອງເກົາຫຼີ ປົດເຄື່ອງຂະຫຍາຍສຽງ ໂຄສະນາຕໍ່ຕ້ານເຊິ່ງກັນ ແລະ ກັນ ຕາມເຂດຊາຍແດນອອກ - ອິດສະຫຼະ

ສອງເກົາຫຼີ ປົດເຄື່ອງຂະຫຍາຍສຽງ ໂຄສະນາຕໍ່ຕ້ານເຊິ່ງກັນ ແລະ ກັນ ຕາມເຂດຊາຍແດນອອກ



ສຳນັກຂ່າວຕ່າງປະເທດລາຍງານ 1 ພຶດສະພາ 2018 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ ອອກຖະແຫຼງການວ່າ: ເຈົ້າໜ້າທີ່ໄດ້ເລີ່ມປົດເຄື່ອງຂະຫຍາຍສຽງທຸກຈຸດຕະຫຼອດແນວຊາຍແດນຂອງເຂດປອດທະຫານ ທີ່ເປັນຊາຍແດນຮ່ວມກັບເກົາຫຼີເໜືອແລ້ວ ເມື່ອເວລາ 14:00 ຕາມເວລາທ້ອງຖິ່ນ, ດ້ານເຈົ້າໜ້າທີ່ຂອງກອງທັບປະຊາຊົນເກົາຫຼີ (ເໜືອ) ກໍ່ໄດ້ດຳເນີນການປົດເຄື່ອງຂະຫຍາຍສຽງໃນຝັ່ງຂອງເກົາຫຼີເໜືອເຊັ່ນກັນ ເພື່ອສ້າງບັນຍາກາດແຫ່ງສັນຕິພາບ ແລະ ເປັນມິດ ຕາມການຮ່ວມມືທີ່ເລີ່ມຂຶ້ນຈາກກອງປະຊຸມສຸດຍອດລະຫວ່າງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກັບ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ທີ່ບ້ານປັນມຸນຈອມ ຝັ່ງເກົາຫຼີໃຕ້ ເມື່ອວັນສຸກ 27 ເມສາ 2018 ທີ່ຜ່ານມາ.


ເຊິ່ງກອງທັບເກົາຫຼີໃຕ້ ໄດ້ຕິດຕັ້ງເຄື່ອງຂະຫຍາຍສຽງປະມານ 40 ຈຸດ ຕະຫຼອດແນວເຂດປອດທະຫານ ຕັ້ງແຕ່ປີ 1963, ຂະນະທີ່ຂໍ້ມູນຂອງຝ່າຍເກົາຫຼີເໜືອບໍ່ເປັນທີ່ຊັດເຈນ ໂດຍການກະຈາຍສຽງໂຄສະນາຕໍ່ຕ້ານເຊິ່ງກັນ ແລະ ກັນ ຕາມຊາຍແດນເປັນຍຸດທະສາດທີ່ທັງສອງເກົາຫຼີໃຊ້ເປັນສົງຄາມຈິດຕະສາດ ຕໍ່ກັນມາຫຼາຍທົດສະວັດແລ້ວ. ເຖິງຢ່າງໃດກໍ່ຕາມ ເກົາຫຼີເໜືອເປັນຝ່າຍຫຼຸດລະດັບລຳໂພງກະຈາຍສຽງຂອງຕົນມາຕັ້ງແຕ່ເດືອນກຸມພາ ທີ່ຜ່ານມາ ເຊິ່ງເປັນໄລຍະຂອງການແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເກົາຫຼີໃຕ້ໄດ້ຊ່ວຍປະສານງານໃນເລື່ອງຕ່າງໆ ຈົນນັກກີລາຂອງເກົາຫຼີເໜືອ 22 ຄົນໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ.

ຂະນະດຽວກັນ, ທຳນຽບປະທານປະເທດເກົາຫຼີໃຕ້ ໄດ້ອອກຖະແຫຼງການວ່າ ທ່ານ ມູນ ແຈ-ອິນ ໄດ້ຍື່ນໜັງສືເຖິງທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ ຂໍໃຫ້ສົ່ງຄະນະເຈົ້າໜ້າທີ່ມາຮ່ວມກວດສອບນິຄົມນິວເຄຼຍປຸງກະເຢ-ຣີ ທີ່ທາງການເກົາຫຼີເໜືອປະກາດຈະປິດຕົວລົງພາຍໃນເດືອນພຶດສະນານີ້ ເຊິ່ງທ່ານ ອັນໂດນິໂອ ກູເຕເຣສ ມີໜັງສືຕອບກັບໃນເບື້ອງຕົ້ນວ່າຮັບຊາບ ແລະ ຈະສົ່ງຕໍ່ຄຳຮ້ອງຂອງລັດຖະບານເກົາຫຼີໃຕ້ເຂົ້າສູ່ການພິຈາລະນາຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເພື່ອຂໍຮັບການພິຈາລະນາອະນຸມັດຕໍ່ໄປ, ໂດຍນິຄົມນິວເຄຼຍປຸງກະເຢ-ຣີ ຕັ້ງຢູ່ໃນແຂວງຮຳກະຢອງເໜືອ ທາງພາກຕາເວັນອອກສຽງເໜືອຂອງເກົາຫຼີເໜືອ ເປັນສະຖານທີ່ທົດລອງລະເບີດນິວເຄຼຍຂອງເກົາຫຼີເໜືອທັງ 6 ຄັ້ງ ນັບຕັ້ງແຕ່ປີ 2006 ແລະ ການທົດລອງລະເບີດນິວເຄຼຍຄັ້ງຫຼ້າສຸດຂອງເກົາຫຼີເໜືອທີ່ເກີດຂຶ້ນເມື່ອວັນທີ 3 ກັນຍາ 2017 ໂດຍລະເບີດລູກດັ່ງກ່າວມີອະນຸພາບແຮງກວ່າການທົດລອງທຸກໆຄັ້ງທີ່ຜ່ານມາ.


No comments

Powered by Blogger.