ລັດຖະບານເປັນຜູ້ອະນຸຍາດໃຫ້ຊ່ຽວຊານຈາກລັດເຊຍ ລົງສຳຫຼວດໜອງຟ້າ ເພື່ອຄົ້ນຫາຊັບພະຍາກອນປິດສະໜາ - ອິດສະຫຼະ

ລັດຖະບານເປັນຜູ້ອະນຸຍາດໃຫ້ຊ່ຽວຊານຈາກລັດເຊຍ ລົງສຳຫຼວດໜອງຟ້າ ເພື່ອຄົ້ນຫາຊັບພະຍາກອນປິດສະໜາ



ສຳນັກຂ່າວສານປະເທດລາວລາຍງານ 2​ ພຶດສະພາ 2018 ວ່າ: ລັດຖະບານລາວ ກໍ່ຄືອຳນາດການປົກຄອງແຂວງອັດຕະປື ໄດ້ອະນຸຍາດໃຫ້ກອງທັບປະຊາຊົນລາວ ຮ່ວມກັບຊ່ຽວຊານ ຈາກປະເທດລັດເຊຍ ລົງສຳຫຼວດພ້ືນນ້ຳໜອງຟ້າ ເມືອງຊານໄຊ ແຂວງອັດຕະປື ເພື່ອຄົ້ນຫາຊັບພະຍາກອນປິດສະໜາຢູ່ໜອງດັ່ງກ່າວ. ທັງນີ້, ເນື່ອງຈາກວ່າ ຈະມີການພັດທະນາໜອງແຫ່ງນີ້ ໃຫ້ເປັນແຫຼ່ງທ່ຽວທ່ຽວທາງທຳມະຊາດທີ່ສວຍງາມ ອີກແຫ່ງໜຶ່ງຢູ່ແຂວງອັດຕະປື.

ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອັດຕະປືໃຫ້ຮູ້ວ່າ: ຜ່ານການສຳຫຼວດຕົວຈິງ ບັນດາຊ່ຽວຊານຢັ້ງຢືນວ່າ ມີຄວາມເລິກ 75 ແມັດ, ທາງຂ້າງອ້ອມຮອບໜອງໄດ້ພົບຫິນເປັນລັກສະນະຫຼາຍຂັ້ນ ແລະ ຢູ່ພື້ນນ້ຳໄດ້ພົບສະເກັດຫິນເປັນສີນ້ຳຕານ ຫຼື ສີເຜົາໄໝ້, ຈາກການເບິ່ງດ້ວຍຕາເປົ່າອາດແມ່ນກ້ອນຫິນທີ່ໄດ້ຜ່ານການເຜົາໄໝ້ຈາກພູໄຟລະເບີດໃນຫຼາຍຮ້ອຍປີກ່ອນ ແລະ ມີຈຳນວນຫຼວງຫຼາຍ ຢູ່ເຕັມພື້ນໜອງ, ແຕ່ບໍ່ພົບສິ່ງແປກປະຫຼາດອື່ນໆ ດັ່ງທີ່ປະຊາຊົນຄິດ ແລະ ສັນນິຖານກັນໄວ້ໃນອະດີດ.



ການລົງສຳຫຼວດໜອງຟ້າຄັ້ງນີ້, ໄດ້ຢືນຢັນທາງວິທະຍາສາດເບື້ອງຕົ້ນວ່າ ບໍ່ມີສິ່ງປິດສະໜາຢູ່ໃນໜອງແຫ່ງນີ້, ເປັນໜອງທຳມະຊາດ ທີ່ສວຍງາມເທົ່ານັ້ນ ແລະ ມີຄວາມເປັນໄປໄດ້ໃນການພັດທະນາເປັນແຫຼ່ງທ່ອງທ່ຽວທຳມະຊາດແບບອານຸລັກສິ່ງແວດລ້ອມ, ເຊິ່ງສອດຄ່ອງກັບແຜນແມ່ບົດການພັດທະນາວຽກງານທ່ອງທ່ຽວຂອງແຂວງ. ດັ່ງນັ້ນ, ຈຶ່ງເຊີນຊວນໃຫ້ນັກລົງທຶນ ຫຼື ຜູ້ປະກອບການສາມາດເຂົ້າມາມີສ່ວນຮ່ວມໃນການພັດທະນາໜອງຟ້າ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງອັດຕະປືຫຼາຍຂຶ້ນ.

ໜອງຟ້າ ຕັ້ງຢູ່ຫ່າງຈາກເທດສະບານແຂວງອັດຕະປີປະມານ 178 ກິໂລແມັດ, ເປັນໜອງທີ່ເກີດຈາກທຳມະຊາດຢູ່ເທິງພູສູງເຂດເມືອງຊານໄຊ ໃກ້ກັບຊາຍແດນປະເທດຫວຽດນາມ, ກວ້າງປະມານ 1 ກິໂລແມັດມົນທົນ ທີ່ຍັງລໍຄອຍການມາຢ້ຽມຢາມຂອງນັກທ່ອງທ່ຽວ, ໜອງແຫ່ງນີ້ຜ່ານມາສັນນິຖານກັນວ່າ ອາດເກີດຍ້ອນພູໄຟເກົ່າລະເບີດ ຫຼື ຖືກອຸກກະບາດຕຳໂລກ ທີ່ຍັງບໍ່ທັນມີການພິສູດໄດ້. ສະເພາະລະດູແລ້ງການເດີນທາງໄປສູ່ໜອງຟ້າ ແມ່ນສະດວກສະບາຍສົມຄວນ, ນັກທຸລະກິດ, ນັກທ່ອງທ່ຽວ ແລະ ອື່ນໆທີ່ໄດ້ມີໂອກາດໄປແຂວງອັດຕະປືລອງຫາເວລາໄປແວ່ຊົມຄວາມງາມ ແບບທຳມະຊາດຂອງໜອງຟ້າດ້ວຍ.

No comments

Powered by Blogger.