ເກີດການປະທ້ວງຢ່າງຮຸນແຮງ ແລະ ໜັກໜ່ວງ ໃນວັນກຳມະກອນ ຢູ່ປະເທດຝຣັ່ງ - ອິດສະຫຼະ

ເກີດການປະທ້ວງຢ່າງຮຸນແຮງ ແລະ ໜັກໜ່ວງ ໃນວັນກຳມະກອນ ຢູ່ປະເທດຝຣັ່ງ



ສຳນັກຂ່າວຕ່າງປະເທດລາຍງານ 2 ພຶດສະພາ 2018 ວ່າ: ກະຊວງປ້ອງກັນຄວາມສະຫງົບຂອງຝຣັ່ງລາຍງານບັນຍາກາດການເດີນຂະບວນປະທ້ວງຄັ້ງໃຫຍ່ປະຈຳປີ ໃນວັນກຳມະກອນ ເມື່ອວັນອັງຄານ ທີ 1 ພຶດສະພາ ທີ່ຜ່ານມາ ໂດຍຈາກການປະເມີນຈຳນວນຜູ້ເຂົ້າຮ່ວມກິດຈະກຳປະທ້ວງໃນປີນີ້ທົ່ວປະເທດມີປະມານ 143,000 ຄົນ ເພີ່ມຂຶ້ນເລັກໜ້ອຍຈາກປີທີ່ຜ່ານມາ.

ເຖິງຢ່າງໃດກໍ່ຕາມ, ບັນຍາກາດຂອງກິດຈະກຳໃນວັນກຳມະກອນ ຢູ່ຝຣັ່ງ ໃນປີນີ້ໄດ້ເຄັ່ງຕຶງກວ່າຫຼາຍປີທີ່ຜ່ານໆມາ ເນື່ອງຈາກສະຫະພາບແຮງງານ ແລະ ສະຫະພາບນັກສຶກສາຕ້ອງການໃຊ້ໂອກາດນີ້ສະແດງພະລັງ ເພື່ອເພີ່ມແຮງກົດດັນຕໍ່ທ່ານ ເອມມານູເອວ ມາຄຼອງ ປະທານປະເທດຝຣັ່ງ ທີ່ຕ້ອງການປະຕິຮູບລັດວິສາຫະກິດລົດໄຟແຫ່ງຊາດ ເຊິ່ງເປັນລັດວິສາຫະກິດຂະໜາດໃຫຍ່ທີ່ກຳລັງປະສົບບັນຫາພາວະໜີ້ສິນສູງ ແລະ ການປະຕິຮູບມະຫາວິທະຍາໄລຂອງລັດ ທີ່ຫຼາຍຝ່າຍວິຈານວ່າ ຄືຄວາມເສື່ອມຖອຍຂອງການບໍລິຫານຈາກພາກລັດ.




ເຊິ່ງສະຖານະການການປະທ້ວງທີ່ເຄັ່ງຕຶງ ແລະ ຮຸນແຮງທີ່ສຸດແມ່ນຢູ່ໃນນະຄອນຫຼວງປາຣີສ ໂດຍຕຳຫຼວດ ແລະ ກຸ່ມຜູ້ປະທ້ວງເຊິ່ງສ່ວນໃຫຍ່ໃສ່ຊຸດສີດຳ ແລະ ໜ້າກາກປົກປິດໃບໜ້າ ປະທະກັນຢ່າງດຸເດືອດ ສົ່ງຜົນໃຫ້ທັງສອງຝ່າຍໄດ້ຮັບບາດເຈັບເປັນຈຳນວນຫຼາຍ, ຂະນະທີ່ເຈົ້າໜ້າທີ່ໄດ້ຈັບກຸມຜູ້ກໍ່ຄວາມບໍ່ສະຫງົບໄດ້ 276 ຄົນ, ນອກຈາກນີ້ຍັງມີລາຍງານການປຸ້ນສະດົມໃນຮ້ານຄ້າຢ່າງໜ້ອຍ 31 ແຫ່ງ ໃນຈຳນວນນີ້ 2 ແຫ່ງຖືກຈູດເຜົາ, ລົດ 16 ຄັນໄດ້ຮັບຄວາມເສຍຫາຍ ໂດຍມີ 6 ຄັນຖືກຈູດເຜົາ.

ໃນດ້ານຂອງທຳນຽບປະທານປະເທດຝຣັ່ງ ໄດ້ເຜີຍແຜ່ຖະແຫຼງການຂອງທ່ານ ເອມມານູເອວ ມາຄຼອງ ທີ່ກຳລັງຢູ່ໃນລະຫວ່າງການເດີນທາງຢ້ຽມຢາມປະເທດອົດສະຕຣາລີໃນອາທິດນີ້ ປະນາມເຫດການທີ່ເກີດຂຶ້ນ ແລະ ຢືນຢັນວ່າລັດຖະບານພາຍໃຕ້ການນຳພາຂອງທ່ານ ທີ່ເຂົ້າມາບໍລິຫານປະເທດຕັ້ງແຕ່ເດືອນພຶດສະພາ ປີທີ່ຜ່ານມາ ຈະເດີນໜ້າຕາມແຜນຍຸດທະສາດປະຕິຮູບລັດວິສາຫະກິດລົດໄຟຕໍ່ໄປ.


No comments

Powered by Blogger.