ຈີນພ້ອມສະໜັບສະໜູນເຕັມທີ່ ເພື່ອສັນຕິພາບຢູ່ແຫຼມເກົາຫຼີ - ອິດສະຫຼະ

ຈີນພ້ອມສະໜັບສະໜູນເຕັມທີ່ ເພື່ອສັນຕິພາບຢູ່ແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 3 ພຶດສະພາ 2018 ວ່າ: ກະຊວງການຕ່າງປະເທດຂອງຈີນ ອອກຖະແຫຼງການກ່ຽວກັບການເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງ ຂອງທ່ານ ຫວັງ ອີ້ ທີ່ປຶກຫາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ເມື່ອວັນພຸດ ທີ 2 ພຶດສະພາ 2018 ວ່າ: ທ່ານ ຫວັງ ອີ້ ກ່າວກັບທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ສະແດງຄວາມຍິນດີໃນນາມຜູ້ແທນລະດັບສູງຂອງລັດຖະບານຈີນ ຕໍ່ຄວາມສຳເລັດເບື້ອງຕົ້ນ ຂອງການພົບປະຫາລືຄັ້ງສຳຄັນລະຫວ່າງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກັບ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ທີ່ບ້ານປັນມຸນຈອມ ຝັ່ງເກົາຫຼີໃຕ້ ເມື່ອວັນທີ 27 ເມສາ 2018 ທີ່ຜ່ານມາ.



ເຊິ່ງທ່ານ ຫວັງ ອີ້ ຖືເປັນເຈົ້າໜ້າທີ່ລະດັບສູງສຸດດ້ານນະໂຍບາຍການຕ່າງປະເທດຄົນທຳອິດຂອງຈີນ ໃນຮອບ 11​ປີ ທີ່ເດີນເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງ ຢ່າງເປັນທາງການ ເພື່ອຢືນຢັນເຖິງການສະໜັບສະໜູນຢ່າງເຕັມທີ່ຈາກຈີນຕໍ່ຂະບວນການປົດອາວຸດນິວເຄຼຍຂອງເກົາຫຼີເໜືອ ເຊັ່ນດຽວກັບການປະຕິຮູບເສດຖະກິດໃນປະເທດ ແລະ ການຟື້ນຟູສາຍພົວພັນກັບເກົາຫຼີໃຕ້, ຂະນະດຽວກັນ ທ່ານ ຫວັງ ອີ້ ກ່າວເຖິງການປະຊຸມຄັ້ງຕໍ່ໄປຂອງຜູ້ນຳສູງສຸດເກົາຫຼີເໜືອ ທີ່ຈະເປັນການພົບປະຫາລືກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ວ່າຈະເປັນຄວາມຄືບໜ້າຄັ້ງສຳຄັນ ແລະ ລັດຖະບານຈີນພ້ອມທີ່ຈະມີບົດບາດຢ່າງສ້າງສັນ ຕໍ່ຂະບວນການສ້າງສັນຕິພາບຢູ່ແຫຼມເກົາຫຼີ.


No comments

Powered by Blogger.