ສ.ອາເມຣິກາ ສັ່ງຫ້າມໃຊ້ ແລະ ຂາຍ ໂທລະສັບ Huawei ແລະ ZTE ຈາກຈີນ ໃນກອງທັບ - ອິດສະຫຼະ

ສ.ອາເມຣິກາ ສັ່ງຫ້າມໃຊ້ ແລະ ຂາຍ ໂທລະສັບ Huawei ແລະ ZTE ຈາກຈີນ ໃນກອງທັບ



ສຳນັກຂ່າວຕ່າງປະເທດລາຍງານ 3 ພຶດສະພາ 2018 ວ່າ: ທ່ານ ພົນຕີ ເດບ ອິສເບີນ ໂຄສົກກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ກ່າວເມື່ອວັນພຸດ ທີ 2 ພຶດສະພາ 2018 ວ່າ: ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ມີຄຳສັ່ງນັບຕັ້ງແຕ່ວັນທີ 25 ເມສາ 2018 ທີ່ຜ່ານມາ ໃຫ້ຮຽກເກັບໂທລະສັບ ແລະ ສິນຄ້າທີ່ກ່ຽວຂ້ອງເຊິ່ງຜະລິດໂດຍບໍລິສັດສອງແຫ່ງຂອງຈີນຄື: Huawei ແລະ ZTE ອອກຈາກຮ້ານຄ້າຂອງກະຊວງປ້ອງກັນປະເທດໃນຖານທັບທຸກແຫ່ງທົ່ວໂລກ ເນື່ອງຈາກອຸປະກອບທີ່ຜະລິດໂດຍບໍລິສັດທັງສອງແຫ່ງອາດກໍ່ໃຫ້ເກີດຄວາມສ່ຽງທີ່ບໍ່ອາດຍອມຮັບໄດ້ ຕໍ່ບຸກຄະລາກອນ ແລະ ພາລະກິດຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ.

ເຊິ່ງການເຄື່ອນໄຫວດັ່ງກ່າວຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ເກີດຂຶ້ນພາຍຫຼັງສຳນັກຂ່າວກອງແຫ່ງຊາດ (DNI) ເຊິ່ງເປັນໜ່ວຍງານທີ່ຄຸ້ມຄອງເຄືອຂ່າຍຂ່າວກອງທຸກແຫ່ງຂອງສະຫະລັດ ອາເມຣິກາ ທີ່ລວມເຖິງສຳນັກຂ່າວກອງກາງ (CIA), ສຳນັກງານສືບສວນສອບສວນກາງ (FBI) ແລະ ສຳນັກງານຄວາມໝັ້ນຄົງແຫ່ງຊາດ (NSA) ອອກລາຍງານເມື່ອເດືອນກຸມພາ 2017 ວ່າຜະລິດຕະພັນຂອງ Huawei ມີຄວາມສ່ຽງດ້ານຄວາມໝັ້ນຄົງຕໍ່ຜູ້ໃຊ້ງານ.

ໃນເວລາດຽວກັນ, ໜັງສືພິມ The Wall Street Journal ລາຍງານໂດຍອ້າງແຫຼ່ງຂ່າວວ່າ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກຳລັງພິຈາລະນາການໃຊ້ຄຳສັ່ງ ເພື່ອຈຳກັດບໍລິສັດດ້ານໂທລະຄົມມະນາຄົມບາງແຫ່ງຂອງຈີນ ຈາກການຈຳໜ່ວຍສິນຄ້າໃນສະຫະລັດ ອາເມຣິກາ ເຊິ່ງລາຍງານດັ່ງກ່າວຍັງລະບຸວ່າ: ຜູ້ນຳສະຫະລັດ ອາເມຣິກາ ແລະ ຄະນະກຳລັງເນັ້ນເປົ້າໄປທີ່ Huawei ແລະ ZTE ພາຍຫຼັງເມື່ອຕົ້ນປີນີ້ໄດ້ໃຊ້ຄຳສັ່ງກົດດັນໃຫ້ AT&T ເຊິ່ງເປັນບໍລິສັດດ້ານໂທລະຄົມມະນາຄົມລາຍໃຫຍ່ທີ່ສຸດຂອງໂລກ ແລະ ມີສຳນັກງານໃຫ້ຢູ່ໃນລັດເທັກຊັສ ໃຫ້ຍົກເລີກຂໍ້ຕົກລົງກັບ Huawei ໃນການຈຳໜ່າຍໂທລະສັບຜ່ານ AT&T.


No comments

Powered by Blogger.