ຍົນຮົບ Su-30 ກອງທັບລັດເຊຍຕົກ ນອກຝັ່ງເບື້ອງຕາເວັນຕົກຂອງຊີຣີ ນັກບິນເສຍຊີວິດ 2 ຄົນ - ອິດສະຫຼະ

ຍົນຮົບ Su-30 ກອງທັບລັດເຊຍຕົກ ນອກຝັ່ງເບື້ອງຕາເວັນຕົກຂອງຊີຣີ ນັກບິນເສຍຊີວິດ 2 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 3 ພຶດສະພາ 2018 ວ່າ: ຍົນຮົບແບບ Sukhoi Su-30 ຂອງກອງທັບອາກາດລັດເຊຍ ຕົກລົງໃນທະເລເມດີເຕີເຣນຽນ ນອກຊາຍຝັ່ງເບື້ອງຕາເວັນຕົກຂອງຊີຣີ, ກະຊວງປ້ອງກັນປະເທດລັດເຊຍ ຖະແຫຼງວ່າ: ຂະນະທີ່ຍົນກຳລັງບິນຢູ່ໃນລະດັບສູງ ພາຍຫຼັງບິນຂຶ້ນຈາກຖານທັບຄະໄມມີມ ທາງພາກຕາເວັນຕົກຂອງຊີຣີ ຍົນຮົບ Su-30 ໄດ້ຕົກລົງໃນທະເລເມດີເຕີເຣນຽນ ພ້ອມນັກບິນ 2 ຄົນ ທີ່ພະຍາຍາມກອບກູ້ຍົນຈົນນາທີສຸດທ້າຍ ເຮັດໃຫ້ເສຍຊີວິດຄາຍົນ ແລະ ຖະແຫຼງການຍັງກ່າວອີກວ່າ ຍົນລຳດັ່ງກ່າວບໍ່ໄດ້ຖືກຍິງຕົກ, ສ່ວນສາເຫດຂອງການຕົກແມ່ນກຳລັງຢູ່ໃນຂັ້ນຕອນຂອງການກວດສອບ.
ເຊິ່ງອຸປະຕິເຫດຄັ້ງນີ້ ເຮັດໃຫ້ຈຳນວນທະຫານລັດເຊຍ ທີ່ເສຍຊີວິດໃນສົງຄາມກາງເມືອງຊີຣີ ເພີ່ມຂຶ້ນເປັນ 86 ຄົນ.

ໂດຍອຸປະຕິເຫດຄັ້ງກ່ອນໜ້ານີ້, ແມ່ນເກີດຂຶ້ນເມື່ອເດືອນມີນາ ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 39 ຄົນ ຈາກເຫດຍົນຂົນສົ່ງຂອງກອງທັບລັດເຊຍແບບ Antonov An-26 ຕົກລົງໃນໄລຍະຫ່າງພຽງ 500 ແມັດ ຈາກລານແລ່ນຂອງສະໜາມບິນໃນຖານທັບອາກາດຄະໄມມີມ ຂະນະທີ່ຈະລົງຈອດ.


No comments

Powered by Blogger.