ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ຢ້ຽມຢາມເກົາຫຼີເໜືອ - ອິດສະຫຼະ

ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ຢ້ຽມຢາມເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 31 ພຶດສະພາ 2018 ວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານວ່າທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ເດີນທາງດ້ວຍຖ້ຽວບິນພິເສດຂອງລັດຖະບານລັດເຊຍ ເຖິງນະຄອນຫຼວງປຽງຢາງ ເມື່ອຕອນເຊົ້າຂອງວັນພະຫັດນີ້ ຕາມເວລາທ້ອງຖິ່ນ, ໂດຍທ່ານ ຊິນ ຮົງ-ຊອນ ຮອງລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອລໍຖ້າໃຫ້ການຕ້ອນຮັບ ຫຼັງຈາກນັ້ນທ່ານ ເຊີເກ ລາວາຣົບ ແລະ ຄະນະໄດ້ເຂົ້າພົບກັບທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ພາຍໃນຫ້ອງຮັບແຂກຂອງຕຶກສະພາປະຊາຊົນແຫ່ງຊາດ ໃນນະຄອນຫຼວງປຽງຢາງ.






ເຊິ່ງລັດຖະບານລັດເຊຍ ແລະ ລັດຖະບານເກົາຫຼີເໜືອບໍ່ເປີດເຜີຍຂໍ້ມູນກ່ຽວກັບກຳນົດການຢ້ຽມຢາມ ແລະ ພາລະກິດໂດຍລວມຂອງທ່ານ ເຊີເກ ລາວາຣົບຢ່າງຊັດເຈນວ່າຈະໃນເວລາດົນປານໃດ ແຕ່ຫຼາຍຝ່າຍຄາດການວ່າບັນຫາສຳຄັນຂອງການພົບປະຫາລືອາດຈະລວມເຖິງການປະຊຸມທີ່ປະເທດສິງກະໂປ ລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໃນວັນທີ 12 ມິຖຸນາ 2018 ນີ້ ແລະ ແນວທາງການປົດອາວຸດນິວເຄຼຍຂອງເກົາຫຼີເໜືອ.




ໃນອີກດ້ານໜຶ່ງທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ໄດ້ເປັນເຈົ້າພາບລ້ຽງອາຫານຄ່ຳໃຫ້ກັບທ່ານ ຄິມ ຢອງ-ຊອນ ຮອງປະທານພັກແຮງງານເກົາຫຼີ ເຊິ່ງເຮັດໜ້າທີ່ເປັນຜູ້ແທນພິເສດຂອງທ່ານ ຄິມ ຈອງ-ອຶນ ໃນການຢ້ຽມຢາມສະຫະລັດ ອາເມຣິກາ ທີ່ຕຶກແຫ່ງໜຶ່ງໃນນະຄອນນິວຢອກ ໂດຍທ່ານ ຄິມ ຢອງ-ຊອນ ຖືເປັນມືຂວາຂອງຜູ້ນຳເກົາຫຼີເໜືອ ແລະ ຖືເປັນເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີເໜືອຄົນທຳອິດໃນຮອບ 18 ປີ ທີ່ເດີນທາງຢ້ຽມຢາມສະຫະລັດ ອາເມຣິກາ ຖັດຈາກທ່ານ ໂຈ ມະຢອງ-ຣັອກ ເມື່ອປີ 2000.


No comments

Powered by Blogger.