ຜູ້ນຳສອງຊາດລາວ-ຈີນ ເຫັນດີສ້າງຕັ້ງ “ປະຊາຄົມຮ່ວມຊາຕາກຳລາວ-ຈີນ” ເພື່ອຮັດແໜ້ນສາຍພົວພັນ - ອິດສະຫຼະ

ຜູ້ນຳສອງຊາດລາວ-ຈີນ ເຫັນດີສ້າງຕັ້ງ “ປະຊາຄົມຮ່ວມຊາຕາກຳລາວ-ຈີນ” ເພື່ອຮັດແໜ້ນສາຍພົວພັນ



ວິທະຍຸກະຈາຍສຽງແຫ່ງປະເທດຈີນລາຍງານເມື່ອວັນທີ 30​ ພຶດສະພາ 2018 ທີ່ຜ່ານມາວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ໃນໂອກາດທີ່ທາງໄປຢ້ຽມຢາມ ສປ.ຈີນ ເຊິ່ງທັງສອງທ່ານເຫັນດີເປັນເອກະພາບກັນວ່າ: ຈະຊຸກຍູ້ການສ້າງ “ປະຊາຄົມຮ່ວມຊາຕາກຳຈີນ-ລາວ, ລາວ-ຈີນ” ໃຫ້ໄດ້ຮັບໝາກຜົນອັນໃໝ່, ເພື່ອສ້າງຄວາມຜາສຸກໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງຊາດໃຫ້ດີຂຶ້ນກວ່າເກົ່າ.

ທ່ານ ສີ ຈິ້ນຜິງ ກ່າວວ່າ, ຂ້າພະເຈົ້າໄດ້ພົບປະກັບທ່ານ ບຸນຍັງ ວໍລະຈິດ ເປັນປະຈຳໃນຫຼາຍປີທີ່ຜ່ນມາ, ປີ 2017 ຍັງໄດ້ບັນລຸການຢ້ຽມຢາມເຊິ່ງກັນ ແລະ ກັນ, ມີຄວາມເປັນເອກະພາບກັນຫຼາຍຢ່າງລະຫວ່າງພວກຂ້າພະເຈົ້າ ເຊິ່ງພວມໄດ້ຮັບການຜັນຂະຫຍາຍເປັນຢ່າງດີ, ອັນໄດ້ນຳເອົາຜົນປະໂຫຍດທີ່ແທ້ຈິງມາຍັງປະຊາຊົນສອງຊາດ. ປີ 2013 ຂ້າພະເຈົ້າໄປສະເໜີເປັນຄັ້ງທຳອິດວ່າ ຈີນ-ລາວ ຄວນສ້າງປະຊາຄົມຮ່ວມຊາຕາກຳ ທີ່ມີຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງ, ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງຈາກຝ່າຍລາວ. ຂ້າພະເຈົ້າຮ່ວມກັບທ່ານ ບຸນຍັງ ວໍລະຈິດ ມີຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນກ່ຽວກັບຈີນ-ລາວ ທີ່ຈະສ້າງປະຊາຄົມຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ ແລະ ໄດ້ບັນທຶກເຂົ້າໃນຖະແຫຼງການຮ່ວມລະຫວ່າງສອງປະເທດ, ເຊິ່ງໄດ້ຮັບການຮັບຮອງຈາກທັງສອງພັກ ສອງລັດຖະບານ ແລະ ປະຊາຊົນສອງຊາດ, ອັນໄດ້ສະແດງໃຫ້ເຫັນເຖິງບົດບາດຊີ້ນຳນຳພາທີ່ສຳຄັນຕໍ່ສາຍພົວພັນສອງພັກ ແລະ ລັດຖະບານສອງປະເທດ ທີ່ໄດ້ຊຸກຍູ້ໃຫ້ສາຍພົວກັນຈີນ-ລາວເຂົ້າສູ່ຍຸກສະໄໝທີ່ດີທີ່ສຸດໃນປະຫວັດສາດ.

ທ່ານ ສີ ຈິ້ນຜິງ ກ່າວຕື່ມວ່າ: ຄຽງຄູ່ກັບສາຍພົວພັນຈີນ-ລາວເຂົ້າສູ່ໄລຍະພັດທະນາອັນໃໝ່, ຢູ່ບົນພື້ນຖານການບູລະນະຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳໃຫ້ໝັ້ນຄົງກວ່າເກົ່າ, ສອງຝ່າຍຄວນສຸມໃສ່ການສ້າງປະຊາຄົມຮ່ວມຊາຕາກຳ ເພື່ອຊຸກຍູ້ການຫັນປ່ຽນຈາກທັດສະນະຄະຕິ ໃຫ້ເປັນການປະພຶດຕົວຈິງ, ຈາກວິໄສທັດກາຍເປັນຄວາມຈິງ, ເຮັດໃຫ້ປະຊາຄົມຮ່ວມປະຊາກຳຈີນ-ລາວ ແຕກໜໍ່ຈໍ່ແໜງ ແລະ ແຕກດອກອອກຜົນຄື:

ອັນໜຶ່ງ, ຕ້ອງເພີ່ມທະວີການແລກປ່ຽນດ້ານຍຸດທະສາດ, ປັບປຸງພື້ນຖານດ້ານການເມືອງຂອງປະຊາຄົມຮ່ວມຊາຕາກຳໃຫ້ໜັກແໜ້ນກວ່າເກົ່າ ໂດຍສອງຝ່າຍຈີນ-ລາວ ຄວນດຳເນີນການສົນທະນາ ແລະ ແລກປ່ຽນກັນໃຫ້ເປັນກົນໄກຢ່າງຮອບດ້ານໃນຫຼາຍລະດັບ, ເພື່ອຍົກລະດັບຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ອັນທີສອງ, ຕ້ອງລົງເລິກການຮ່ວມມືທີ່ແທດເໝາະກັບຕົວຈິງ, ຮັດແໜ້ນສາຍພານແຫ່ງຜົນປະໂຫຍດຂອງປະຊາຄົມຮ່ວມຊາຕາກຳ ໂດຍສອງຝ່າຍຄວນສຸມໃສ່ການຊຸກຍູ້ການຮ່ວມມືໃນໂຄງການໃຫຍ່ໆພາຍໃຕ້ກອບ “ໜຶ່ງແລວໜຶ່ງເສັ້ນທາງ” ເພີ່ມທະວີການຮ່ວມມືດ້ານຊີວິດການເປັນຢູ່ຂອງປະຊາຊົນ ແລະ ຫຼຸດຜ່ອນຄວາມທຸກຍາກ, ປະສານສົມທົບກັນ, ເພື່ອຈໍ່ຕົວເປັນສະພາບການໃໝ່ແຫ່ງການຮ່ວມມືລະຫວ່າງຈີນ-ລາວ.

ອັນທີສາມ, ຕ້ອງເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ ເພື່ອສ້າງເປັນແນວປ້ອງກັນໃນກົນໄກຫຼາຍຝ່າຍເຊັ່ນ: ອົງການສະຫະປະຊາຊາດ, ການຮ່ວມມືອາຊີຕາເວັນອອກສຽງໃຕ້ ແລະ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງສອງປະເທດຢ່າງເກີດຜົນ.

ອັນທີສີ່, ຕ້ອງຊຸກຍູ້ການແລກປ່ຽນບຸກຄະລາກອນ ແລະ ວັດທະນະທຳໃຫ້ຄຶກຄັກຂຶ້ນຕື່ມ, ສ້າງພື້ນຖານດ້ານຈິດໃຈປະຊາຊົນຂອງປະຊາຄົມຮ່ວມຊາຕາກຳໃຫ້ແໜ້ນແຟ້ນກວ່າເກົ່າ. ຜ່ານຈາກການໄປມາຫາສູ່ກັນລະຫວ່າງະຊາຊົນ ແລະ ການແລກປ່ຽນດ້ານວັດທະນະນຳ, ເຮັດໃຫ້ແນວຄິດກ່ຽວກັບປະຊາຄົມຮ່ວມຊາຕາກຳຝັງເລິກຢູ່ໃນໃຈປະຊາຊົນ ແລະ ປູກຈິດສຳນຶກໄວ້ຢູ່ໃນຮາກຖານ.

ອັນສຸດທ້າຍ ຕ້ອງໃຫ້ຄວາມສຳຄັນຕໍ່ການອະນຸລັກສິ່ງແວດລ້ອມ, ຊຸກຍູ້ປະຊາຄົມຮ່ວມຊາຕາກຳ ໃຫ້ພັດທະນາແບບຍືນຍົງ ສອງຝ່ານຄວນເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນດ້ານການອະນຸລັກສິ່ງແວດລ້ອມ ເພື່ອຊຸກຍູ້ຄົ້ນຫາເສັ້ນທາງໃໝ່ ໃນການສ້າງປະຊາຄົມຮ່ວມຊາຕາກຳແບບສີຂຽວ.

ທ່ານ ບຸນຍັງ ວໍລະຈິດ ກ່າວວ່າ: ທ່ານ ສີ ຈິ້ນຜິງ ແມ່ນເພື່ອນມິດຜູ້ສະໜິດສະໜົມຂອງພັກ-ລັດຖະບານ ແລະ ປະຊາຊົນລາວ ຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງພວກຂ້າພະເຈົ້າ ໃນໄລຍະທີ່ທ່ານ ສີ ຈິ້ນຜິງ ຢ້ຽມຢາມ ສປປ.ລາວ ໃນປີກາຍນີ້ ພວມໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ ແລະ ຕັ້ງໜ້າ, ອັນໄດ້ນຳພາການພົວພັນສອງພັກ ແລະ ລັດຖະບານສອງປະເທດຂຶ້ນສູ່ລະດັບໃໝ່. ຂ້າພະເຈົ້າເຫັນດີເຫັນພ້ອມຕໍ່ຄວາມເຫັນຊີ້ນຳຂອງທ່ານ ສີ ຈິ້ນຜິງ ກ່ຽວກັບການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ, ຍິນດີເສີມຂະຫຍາຍບົດບາດຂອງການພົວພັນລະຫວ່າງສອງພັກໃນການຊີ້ນຳນຳພາການພົວພັນລາວ-ຈີນທາງການເມືອງ, ຮັກສາການພົບປະລຫວ່າງການນຳຂັ້ນສູງຂອງສອງພັກເປັນປະຈຳ, ເພີ່ມທະວີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນດ້ານການກໍ່ສ້າງພັກ ແລະ ການປົກຄອງປະເທດ ກໍ່ຄືການຮ່ວມມືລະຫວ່າງລັດຖະບານໃນທຸກຂົງເຂດຕົວຈິງ, ເລັ່ງລັດຊຸກຍູ້ການຮ່ວມມືໃນໂຄງການໃຫຍ່ພາຍໃຕ້ກອບ “ໜຶ່ງແລວໜຶ່ງເສັ້ນທາງ” ຮັດແໜ້ນການປະສານສົມທົບກັນໃນວຽກສາກົນ ແລະ ພາກພື້ນ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳສັງຄົມນິຍົມລາວ-ຈີນທີ່ໝັ້ນຄົງ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດກໍ່ຄືພາກພື້ນແຫ່ງນີ້.

No comments

Powered by Blogger.