ຜູ້ແທນລະດັບສູງເກົາຫຼີເໜືອ ຢ້ຽມຢາມ ສ.ອາເມຣິກາ ເພື່ອພົບປະກຽມພ້ອມຄວາມການເຈລະຈາຂອງສອງຜູ້ນຳ - ອິດສະຫຼະ

ຜູ້ແທນລະດັບສູງເກົາຫຼີເໜືອ ຢ້ຽມຢາມ ສ.ອາເມຣິກາ ເພື່ອພົບປະກຽມພ້ອມຄວາມການເຈລະຈາຂອງສອງຜູ້ນຳ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 30 ພຶດສະພາ 2018 ທີ່ຜ່ານມາວ່າ: ທ່ານ ນາງ ຊາຣາ ແຊນເດີ ໂຄສົກທຳນຽບຂາວຖະແຫຼງເມື່ອວັນພຸດ ທີ່ຜ່ານມາ ຢືນຢັນຄວາມພ້ອມຂອງສະຫະລັດ ອາເມຣິກາ ໃນການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຈະເຂົ້າຮ່ວມພົບປະເຈລະຈາກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ປະເທດສິງກະໂປ ໃນວັນທີ 12 ມິຖຸນາ 2018 ນີ້ ແລະ ກ່າວເຖິງຄະນະປະຕິບັດງານ 2 ຄະນະຂອງສະຫະລັດ ອາເມຣິກາ ທີ່ຊຸດໜຶ່ງຢູ່ເກົາຫຼີໃຕ້ ນຳໂດຍທ່ານ ຊອງ ຄິມ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງມະນິລາ ພົບປະຫາລືກັບຄະນະຜູ້ແທນຂອງເກົາຫຼີເໜືອ ທີ່ບ້ານປັນມຸຈອມ ແລະ ອີກຄະນະໜຶ່ງແມ່ນຢູ່ປະເທດສິງກະໂປແລ້ວ ແລະ ພົບປະຫາລືກັບເຈົ້າໜ້າທີ່ຂອງລັດຖະບານເກົາຫຼີເໜືອ ວ່າຈະມີການພົບປະກັບອີກ ແຕ່ບໍ່ໄດ້ລົງລາຍລະອຽດ.



ຂະນະດຽວກັນທ່ານ ຄິມ ຢອງ-ຊອນ ຮອງປະທານພັກແຮງງານເກົາຫຼີ ແລະ ອະດີດຜູ້ອຳນວຍການສຳນັກຂ່າວກອງແຫ່ງຊາດເກົາຫຼີ ເຊິ່ງຖືກັນວ່າເປັນບຸກຄົນທີ່ເປັນມືຂວາຂອງທ່ານ ຄິມ ຈອງ-ອຶນ ເດີນທາງດ້ວຍຖ້ຽວບິນຂອງສາຍການບິນ Air China ໄປຍັງນະຄອນນິວຢອກ ເພື່ອພົບປະຫາກັບທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ລະຫວ່າງວັນພຸດ ເຖິງ ວັນພະຫັດນີ້ ໂດຍທ່ານ ຄິມ ຢອງ-ຊອນ ອາຍຸ 72 ປີ ຖືເປັນເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີເໜືອຄົນທຳອິດໃນຮອບ 18 ປີ ທີ່ເດີນທາງຢ້ຽມຢາມສະຫະລັດ ອາເມຣິກາ ຕໍ່ຈາກທ່ານ ໂຈ ມະຢອງ-ຣັອກ ຢ້ຽມຢາມສະຫະລັດ ອາເມຣິກາ ເມື່ອປີ 2000 ແລະ ພົບປະຫາລືກັບທ່ານປະທານປະເທດ ບິວ ຄລິນຕັນ ຂອງສະຫະລັດ ອາເມຣິກາທີ່ທຳນຽບຂາວ.
ນອກຈາກນີ້, ການເຄື່ອນໄຫວດັ່ງກ່າວຢູ່ສະຫະລັດ ອາເມຣິກາ ຍັງເກີດຂຶ້ນໃນເວລາດຽວກັນກັບທີ່ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍຢ້ຽມຢາມນະຄອນຫຼວງປຽງຢາງ ເພື່ອພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອ ກ່ຽວກັບຄວາມຄືບໜ້າໃນການປົດອາວຸດນິວເຄຼຍ, ຂະນະທີ່ທ່ານ ໂດໂນ ທຣຳ ຍັງມີກຳນົດການພົບປະຫາລືກັບທ່ານ ຊິນໂຊ ອາເບະ ລັດຖະມົນຕີຍີ່ປຸ່ນ ທີ່ນະຄອນຫຼວງວໍຊິງຕັນ ໃນວັນທີ 7 ມິຖຸນາ 2018 ນີ້ ຄາດວ່າຈະປຶກສາຫາລືກັນໃນບັນຫາທີ່ກ່ຽວຂ້ອງກັບເກົາຫຼີເໜືອເປັນຫຼັກ.




No comments

Powered by Blogger.