ອິດສະຣາແອນ ບຸກໂຈມຕີກຸ່ມຮາມາສ ໃນເຂດກາຊາ ຢ່າງດຸເດືອດໜັກໜ່ວງ - ອິດສະຫຼະ

ອິດສະຣາແອນ ບຸກໂຈມຕີກຸ່ມຮາມາສ ໃນເຂດກາຊາ ຢ່າງດຸເດືອດໜັກໜ່ວງ



ສຳນັກຂ່າວຕ່າງປະເທດລາຍງານ 30 ພຶດສະພາ 2018 ວ່າ: ກອງກຳລັງປ້ອງກັນອິດສະຣາແອນ ລາຍງານວ່າໄດ້ປະຕິບັດການໂຈມຕີທາງບົກ ແລະ ທາງອາກາດ ຕໍ່ເປົ້າໝາຍຫຼາຍກວ່າ 35 ແຫ່ງ ໃນເຂດກາຊາ ລະຫວ່າງວັນອັງຄານ ທີ່ຜ່ານມາ ຫາຕອນເຊົ້າມືດຂອງວັດພຸດນີ້ ຕາມເວລາທ້ອງຖິ່ນ ແລະ ໄດ້ມີການລະເບີດທຳລາຍອຸໂມງແຫ່ງໜຶ່ງໃກ້ກັບຈຸດຜ່ານແດນຣາຟາ ທາງທິດໃຕ້ຂອງເຂດກາຊາ ເຊິ່ງໃກ້ກັບຊາຍແດນເອຢິບ ແລະ ອຸໂມງມີເສັ້ນທາງແຍກຍ່ອຍເຂົ້າມາຍັງເຂດແດນຂອງອິດສະຣາແອນອີກດ້ວຍ, ເພື່ອຕອບໂຕ້ການທີ່ກຸ່ມຮາມາສ ລະດົມຍິງຈະຫຼວດ ແລະ ປືນໃຫຍ່ລວມກັນຫຼາຍກວ່າ 70 ຄັ້ງ ຂ້າມເຂດແດນໃສ່ອິດສະຣາແອນ ຕະຫຼອດວັນອັງຄານທີ່ຜ່ານມາ.

ຂະນະທີ່ກຸ່ມຮາມາສ ແລະ ແນວຮ່ວມອອກຖະແຫຼງການປະກາດເປັນຜູ້ຍິງຈະຫຼວດ ແລະ ປືນໃຫຍ່ໂຈມຕີອິດສະຣາແອນ ເພື່ອຕອບໂຕ້ສະຖານະການຄວາມຮຸນແຮງຕາມແນວຊາຍແດນຕັ້ງແຕ່ວັນທີ 30 ມີນາ ທີ່ຜ່ານມາ ເຊິ່ງມີຜູ້ເສຍຊີວິດຫຼາຍກວ່າ 120 ຄົນ ນອກເໜືອຈາກເຫດຈະລາຈົນນອງເລືອດໃນວັນເປີດສະຖານທູດສະຫະລັດ ອາເມຣິກາ ປະຈຳນະຄອນເຢຣູຊາເລມ ເມື່ອວັນທີ 14 ພຶດສະພາ ທີ່ຜ່ານມາ ເຊິ່ງມີຜູ້ເສຍຊີວິດຫຼາຍກວ່າ 60 ຄົນພາຍໃນວັນດຽວ.



ໃນດ້ານຂອງທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີຂອງອິດສະຣາແອນ ຮຽກປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງ ໂດຍກ່າວວ່າ ສະຖານະການທີ່ເກີດຂຶ້ນຖືເປັນສະພາວະທີ່ອິດສະຣາແອນ ແລະ ກຸ່ມຮາມາສ ເຂົ້າໃກ້ສົງຄາມຫຼາຍທີ່ສຸດ ນັບຕັ້ງແຕ່ສົງຄາມເມື່ອກາງປີ 2014 ທີ່ກິນເວລາເກືອບ 2 ເດືອນ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 2,200 ຄົນ ສ່ວນໃຫຍ່ເປັນປະຊາຊົນປາເລສໄຕ (ປາແລັດສະຕິນ) ພ້ອມທັງເຕືອນວ່າອິດສະຣາແອນ ຈະປະຕິບັດການທາງທະຫານຕາມແນວຊາຍແດນໃນລະດັບຮຸນແຮງແບບນີ້ຕໍ່ໄປ ຕາບໃດທີ່ກຸ່ມຮາມາສຍັງບໍ່ຢຸດການໂຈມຕີ.


No comments

Powered by Blogger.