ຜູ້ຊ່ຽວຊານຕ່າງປະເທດເຊື່ອວ່າ 13 ຊີວິດທີ່ຕິດຢູ່ໃນຖ້ຳຫຼວງ ຈັງຫວັດຊຽງຣາຍ ຍັງມີໂອກາດລອດ - ອິດສະຫຼະ

ຜູ້ຊ່ຽວຊານຕ່າງປະເທດເຊື່ອວ່າ 13 ຊີວິດທີ່ຕິດຢູ່ໃນຖ້ຳຫຼວງ ຈັງຫວັດຊຽງຣາຍ ຍັງມີໂອກາດລອດ



ສຳນັກຂ່າວຕ່າງປະເທດລາຍງານ 28 ມິຖຸນາ 2018 ວ່າ: ພາລະກິດຂອງທາງການໄທ ເຊິ່ງໃນຕອນນີ້ໄດ້ຮັບການສະໜັບສະໜູນເພີ່ມຈາກບັນດາປະເທດຕ່າງໆ ໃນການຄົ້ນຫາ ແລະ ຊ່ວຍເຫຼືອນັກເຕະບານເຍົາວະຊົນ ແລະ ຄູເຝິກສອນຂອງທີມ “ໝູປ່າ ອະຄາເດມີ” ລວມ 13 ຄົນ ເຊິ່ງຕິດຢູ່ພາຍຖ້ຳຫຼວງ ປ່າສະຫງວນຂຸນນ້ຳນາງນອນ ຈັງຫວັດຊຽງຣາຍ ໃນພາກເໜືອຂອງປະເທດໄທ ຕັ້ງແຕ່ຕອນບ່າຍຂອງວັນເສົາ 23 ມິຖຸນາ 2018 ທີ່ຜ່ານມາ ຕາມເວລາທ້ອງຖິ່ນ.


ເຊິ່ງທ່ານ ເວິນ ອັນສະເວິດ ນັກສຳຫຼວດຊາວອັງກິດເຊິ່ງເປັນໜຶ່ງໃນຜູ້ນຳທີມປະຕິບັດການຄົ້ນຫາຕັ້ງແຕ່ຕົ້ນ ໃຫ້ສຳພາດກັບສຳນັກຂ່າວ Reuters ວ່າອຸປະສັກສຳຄັນຍັງຄົງເປັນພາຍຸລົມຝົນ ທີ່ຕົກລົງມາຢ່າງໜັກ. ນອກຈາກນີ້ ພາຍໃນຖ້ຳຍັງມີສັນປັນນ້ຳອີກແຫ່ງໜຶ່ງ ໝາຍຄວາມວ່າກະແສນ້ຳໄດ້ໄຫຼມາຈາກສອງເສັ້ນທາງເຂົ້າສູ່ຖ້ຳເຊິ່ງເປັນສິ່ງທີ່ໜ້າປະຫຼາດ.

ຂະນະທີ່ຜູ້ຊ່ຽວຊານດ້ານທໍລະນີວິທະຍາຫຼາຍຄົນວິເຄາະໄປໃນທິດທາງດຽວກັນວ່າ ແນວທາງຊ່ວຍເຫຼືອທີ່ເໝາະສົມທີ່ສຸດ ໃນເວລານີ້ມີຢູ່ 2 ທາງຄື: ການດູດນ້ຳອອກມາໃຫ້ໄດ້ຫຼາຍທີ່ສຸດ ແລະ ການຄົ້ນຫາຊ່ອງທາງເຂົ້າສູ່ພາຍໃນຖ້ຳທາງອື່ນ, ທ່ານ ອັນມາ ເມຍຊາ ຜູ້ປະສານງານແຫ່ງຊາດຂອງຄະນະກຳມະການກູ້ໄພພາຍໃນຖ້ຳແຫ່ງຊາດສະຫະລັດ ອາເມຣິກາ ແລະ ຜູ້ປະພັນໜັງສືເລື່ອງ Manual of U.S. Cave Rescue Techniques ກ່າວວ່າ: ການຂຸດເຈາະຖ້ຳເປັນອີກແນວທາງໜຶ່ງໃນກໍລະນີທີ່ມີແຜນທີ່ຄວາມລະອຽດສູງ ແຕ່ອາດຕ້ອງໃຊ້ເວລາເປັນອາທິດ ແລະ ໜ່ວຍກູ້ໄພບໍ່ຄວນໃຊ້ວິທີການທີ່ສ່ຽງຫຼາຍເກີນໄປ.

ຂະນະດຽວກັນ ທ່ານ ອັນມາ ເມຍຊາ ກ່າວດ້ວຍວ່າ ສະພາບຮ່າງກາຍ ແລະ ສຸຂະພາບຂອງກຸ່ມເດັກ 12 ຄົນ ແລະ ຜູ້ເຝິກເຊິ່ງຍັງຢູ່ໃນໄວໜຸ່ມ ແລະ ທຸກຄົນເປັນນັກກີລາ ຖືເປັນຂໍ້ໄດ້ປຽບ ໂດຍຫາກສະພາບອາກາດພາຍໃນຖ້ຳບໍ່ເຢັນນຈົນເກີນໄປ ກຸ່ມຜູ້ສູນຫາຍອາດສາມາດມີຊີວິດລອດໄດ້ດົນເຖິງ 1 ເດືອນ ໂດຍການດື່ມນ້ຳຈາກແຫຼ່ງນ້ຳພາຍໃນຖ້ຳ ດ້ານຜູ້ຊ່ຽວຊານອີກສ່ວນໜຶ່ງໃຫ້ສຳພາດກັບ BCC ວ່າຕາບໃດທີ່ທັງ 13 ຄົນຢູ່ເໜືອລະດັບນ້ຳ ນັ້ນຄືຍັງມີໂອກາດລອດຊີວິດ.





No comments

Powered by Blogger.