ຜູ້ນຳລັດເຊຍ ແລະ ຜູ້ນຳ ສ.ອາເມຣິກາ ຈະພົບປະຫາລືກັນຢ່າງເປັນທາງການຄັ້ງທຳອິດ ທີ່ແຟງລັງ - ອິດສະຫຼະ

ຜູ້ນຳລັດເຊຍ ແລະ ຜູ້ນຳ ສ.ອາເມຣິກາ ຈະພົບປະຫາລືກັນຢ່າງເປັນທາງການຄັ້ງທຳອິດ ທີ່ແຟງລັງ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 28 ມິຖຸນາ 2018 ທີ່ຜ່ານມາວ່າ: ທຳນຽບຂາວ ແລະ ທຳນຽບເຄຼມລິນ ອອກຖະແຫຼງການເມື່ອວັນພະຫັດ ວ່າທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແລະ ທ່ານ ປູຕິນ ປະທານປະເທດລັດເຊຍ ມີກຳນົດພົບປະຫາລືກັນທີ່ນະຄອນຫຼວງເຮວຊິງກິ ປະເທດແຟງລັງ ໃນວັນທີ 16 ກໍລະກົດ 2018 ນີ້ ໂດຍກຳນົດການດັ່ງກ່າວເປັນຜົນມາຈາກການພົບປະຫາລືລະຫວ່າງຜູ້ນຳລັດເຊຍ ກັບ ທ່ານ ຈອນ ໂບຕັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາເມຣິກາ ທີ່ເດີນທາງຢ້ຽມຢາມນະຄອນຫຼວງມົດສະກູ ເມື່ອວັນພຸດທີ່ຜ່ານມາ.


ເຊິ່ງການເລືອກວັນທີ 16 ກໍລະກົດ ໃຫ້ເປັນຖືໄດ້ວ່າເປັນຊ່ວງໄລຍະເວລາທີ່ເໝາະສົມ ເນື່ອງຈາກຈະເກີດຂຶ້ນພາຍຫຼັງທີ່ທ່ານ ໂດໂນ ທຣຳ ເຂົ້າຮ່ວມປະຊຸມສຸດຍອດຜູ້ນຳປະເທດສະມາຊິກອົງການສົນທິສັນຍາອາກລັງຕິກເໜືອ (NATO) ລະຫວ່າງວັນທີ 11-12 ກໍລະກົດ ທີ່ນະຄອນຫຼວງບຣັສເຊວ ປະເທດແບນຊິກ ແລະ ການຢ້ຽມຢາມປະເທດອັງກິດຢ່າງເປັນທາງການ ແລະ ເປັນການໃຫ້ເວລາກັບທ່ານ ປູຕິນ ໃນການເຂົ້າຮ່ວມພິທີປິດການແຂ່ງຂັນບານໂລກ 2018 ໃນວັນທີ 15 ກໍລະກົດ 2018 ນີ້.

ເຖິງແມ່ນວ່າຜູ້ນຳສະຫະລັດ ອາເມຣິກາ ແລະ ຜູ້ນຳລັດເຊຍຈະເຄີຍພົບກັນມາແລ້ວ 2 ຄັ້ງ ແຕ່ຖືເປັນການໂອ້ລົມກັນນອກຮອບການປະຊຸມສາກົນເທົ່ານັ້ນ, ການພົບປະຫາລືກັນທີ່ນະຄອນຫຼວງຂອງແຟງລັງ ຈຶ່ງຈະເປັນການປະຊຸມຮ່ວມກັນຢ່າງເປັນທາງການຄັ້ງທຳອິດຂອງທັງສອງຜູ້ນຳ, ເຖິງຢ່າງໃດກໍ່ຕາມ ຂໍ້ມູນຈາກທຳນຽບຂາວ ແລະ ທຳນຽບເຄຼມລິນຍັງບໍ່ໄດ້ລະບຸຈະຍົກບັນຫາໃດຂຶ້ນມາປະຊຸມ ເວັ້ນພຽງແຕ່ວ່າຜູ້ນຳສະຫະລັດ ອາເມຣິກາ ແລະ ລັດເຊຍຈະໃຫ້ຄວາມສຳຄັນກັບການປຶກສາຫາລືເພື່ອຟື້ນຟູສາຍພົວພັນ ແລະ ຄວາມໝັ້ນຄົງແຫ່ງຊາດ ທີ່ເຊື່ອມໂຍງກັບສະຖານະການໃນຫຼາຍດ້ານ.

ທີ່ຜ່ານມາ, ນະຄອນຫຼວງເຮວຊິງກິ ເຄີຍເປັນສະຖານທີ່ຈັດປະຊຸມສຸດຍອດຢ່າງເປັນທາງການລະຫວ່າງຜູ້ນຳສະຫະລັດ ອາເມຣິກາ ກັບ ລັດເຊຍ ຫຼື ອະດີດສະຫະພາບໂຊວຽດມາແລ້ວຢ່າງໜ້ອຍ 3 ຄັ້ງ ຕັ້ງແຕ່ສະໄໝສົງຄາມເຢັນ ໂດຍທ່ານປະທານປະເທດ ເຈີຣາດ ຟອດ ພົບກັບທ່ານ ເລໂອນິດ ເບຼສເນບ ເລຂາທິການໃຫຍ່ພັກຄອມມູນິດແຫ່ງສະຫະພາບໂຊວຽດ ເມື່ອປີ 1975, ທ່ານປະທານປະເທດ ຈອດ ເອສ. ດັບເບິນຢູ ພົບປະຫາລືກັບທ່ານ ມິຄາອິວ ກໍບາຊັອບ ເລຂາທິການໃຫຍ່ພັກຄອມມູນິດແຫ່ງສະຫະພາບໂຊວຽດ ເມື່ອປີ 1990 ແລະ ທ່ານປະທານປະເທດ ບິວ ຄລິນຕັນ ພົບປະຫາລືກັບທ່ານ ບໍຣິສ ເຢວຊິນ ຜູ້ນຳລັດເຊຍ ເມື່ອປີ 1997.

No comments

Powered by Blogger.