ປະຊາຊົນຊີຣີຫຼາຍກວ່າ 1.6 ແສນຄົນ ອົບພະຍົບໜີໄພສົງຄາມ ທີ່ເມືອງດາຣາ ພາກໃຕ້ຂອງປະເທດ - ອິດສະຫຼະ

ປະຊາຊົນຊີຣີຫຼາຍກວ່າ 1.6 ແສນຄົນ ອົບພະຍົບໜີໄພສົງຄາມ ທີ່ເມືອງດາຣາ ພາກໃຕ້ຂອງປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 30 ມິຖຸນາ 2018 ວ່າ: ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR) ລາຍງານເມື່ອວັນສຸກ ທີ່ຜ່ານມາວ່າ ຈຳນວນປະຊາຊົນໜີອອກຈາກເມືອງດາຣາ ທາງພາກຕາເວັນຕົກສຽງໃຕ້ຂອງຊີຣີ ເຊິ່ງໃກ້ກັບພູພຽງໂກລັນ ແລະ ກຳລັງເປັນສະໜາມຮົບແຫ່ງຫຼ້າສຸດລະຫວ່າງກອງທັບຝ່າຍລັດຖະບານທີ່ໄດ້ຮັບການສະໜັບສະໜູນຈາກລັດເຊຍ ແລະ ກອງກຳລັງຝ່າຍກະບົດນຳໂດຍກອງທັບປົດປ່ອຍຊີຣີ ທີ່ສະຫະລັດ ອາເມຣິກາເປັນຜູ້ສະໜັບສະໜູນ ເພີ່ມເປັນຫຼາຍກວ່າ 160,000 ຄົນ.

ເຊິ່ງການສູ້ຮົບໄດ້ທະວີຄວາມຮຸນແຮງມາຕັ້ງແຕ່ກາງເດືອນນີ້, ໂດຍຂໍ້ມູນຈາກອົງກອນສັງເກດການດ້ານສິດທິມະນຸດຊີຣີ ລາຍງານວ່າ ກອງທັບລັດເຊຍໄດ້ປະຕິບັດການໂຈມຕີທາງອາກາດໃຫ້ກ່ອນ ເພື່ອເປີດທາງໃຫ້ກັບທະຫານຊີຣີ ແລະ ພັນທະມິດ ໄດ້ເຂົ້າໄປປະຕິບັດການພາກພື້ນດິນ ເຖິງແມ່ນວ່າຍັງບໍ່ມີລາຍງານທີ່ຢືນຢັນເຖິງຄວາມເສຍຫາຍຢ່າງເປັນທາງການ ແຕ່ອົງກອນສັງເກດການດ້ານສິດທິມະນຸດຊີຣີປະເມີນຈຳນວນຜູ້ເສຍຊີວິດໄວ້ທີ່ປະມານ 100 ຄົນ.

ຂະນະທີ່ອິດສະຣາແອນ ແລະ ຊອກດານີ (ຈໍແດນ) ເຊິ່ງເປັນສອງປະເທດທີ່ມີຊາຍແດນເຊື່ອມຈອດກັບສະໜາມຮົບໃນເມືອງດາຣາ ຍັງຄົງຢຶດໝັ້ນໃນການປະຕິເສດທີ່ຈະຮັບຜູ້ລີ້ໄພຊາວຊີຣີເພີ່ມເຕີມ ປັດຈຸບັນທັງສອງປະເທດໄດ້ໃຫ້ການຊ່ວຍເຫຼືອດ້ານມະນຸດແກ່ຜູ້ລີ້ໄພຊາວຊີຣີລວມກັນຫຼາຍກວ່າ 660,000 ຄົນ, ໃນດ້ານຂອງທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ ຮຽກຮ້ອງປະເທດເພື່ອນບ້ານທາງພາກໃຕ້ຂອງຊີຣີໃຫ້ເປີດຊາຍແດນຮັບຜູ້ລີ້ໄພອີກຄັ້ງໃໝ່ຈາກເມືອງດາຣາ ແລະ ຂໍໃຫ້ຄູ່ກໍລະນີຢຸດຕິການໃຊ້ຄວາມຮຸນແຮງຕໍ່ກັນທັນທີ ເຊິ່ງຕໍ່ມາແຫຼ່ງຂ່າວໃນລັດຖະບານຊອກດານີໄດ້ກ່າວວ່າມີການບັນລຸຂໍ້ຕົກລົງຢຸດຍິງແລ້ວ ແຕ່ຍັງບໍ່ມີຝ່າຍໃດໃນຊີຣີ ລວມໄປເຖິງສະຫະລັດ ອາເມຣິກາ ແລະ ລັດເຊຍ ອອກມາຢືນຢັນ ຫຼື ປະຕິເສດຂໍ້ມູນດັ່ງກ່າວ.







No comments

Powered by Blogger.