ເກົາຫຼີເໜືອ-ໃຕ້ ຟື້ນຟູລະບົບວິທະຍຸສື່ສານທາງທະເລຮ່ວມກັນ ຄັ້ງທຳອິດໃນຮອບ 10​ ປີ - ອິດສະຫຼະ

ເກົາຫຼີເໜືອ-ໃຕ້ ຟື້ນຟູລະບົບວິທະຍຸສື່ສານທາງທະເລຮ່ວມກັນ ຄັ້ງທຳອິດໃນຮອບ 10​ ປີ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 1 ກໍລະກົດ 2018 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ ອອກຖະແຫຼງການເມື່ອວັນອາທິດ ທີ່ຜ່ານມາວ່າ: ເຮືອລາດຕະເວັນຂອງກອງທັບເກົາຫຼີໃຕ້ ແລະ ກອງທັບປະຊາຊົນເກົາຫຼີ (KPA) ຂອງເກົາຫຼີເໜືອ ທີ່ລອຍລຳຢູ່ໃນທະເລເຫຼືອງ ສາມາດຕິດຕໍ່ກັນຜ່ານວິທະສື່ສານຜ່ານຊ່ອງຄວາມຖີ່ລະຫວ່າງປະເທດ ເມື່ອເວລາ 09:00 ໂມງ ຕາມເວລາທ້ອງຖິ່ນ ໂດຍເຈົ້າໜ້າທີ່ເທິງເຮືອຂອງເກົາຫຼີເໜືອສາມາດສື່ສານຕອບກັບໄດ້ຢ່າງທັນທ່ວງທີ ຖືເປັນຄັ້ງທຳອິດນັບຕັ້ງແຕ່ເດືອນພຶດສະພາ 2008 ທີ່ລັດຖະບານເກົາຫຼີເໜືອກັບມາຕິດຕໍ່ກັບລັດຖະບານເກົາຫຼີໃຕ້ ຜ່ານລະບົບສື່ສານເພື່ອການແຈ້ງໄພ ແລະ ຄວາມປອດໄພທາງທະເລໃນລະດັບສາກົນ.

ເຊິ່ງພັດທະນາການໃນການຟື້ນຟູຄວາມສຳພັນດັ່ງກ່າວເປັນຜົນສືບເນື່ອງຈາກການພົບປະຫາລືລະຫວ່າງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກັບ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ທີ່ບ້ານປັນມຸນຈອມ ເມື່ອວັນທີ 27 ເມສາ 2018 ທີ່ຜ່ານມາ, ຂະນະທີ່ກຳນົດການຈັດງານຮ່ວມມືກັນຄັ້ງຕໍ່ໄປຂອງສອງເກົາຫຼີ ຄືງານພົບປະລະຫວ່າງສະມາຊິກໃນຄອບຄົວ ແລະ ຍາດພີ່ນ້ອງທີ່ພັດພາກຈາກັນໃນປາງສົງຄາມເກົາຫຼີ ລະຫວ່າງວັນທີ 20-26 ສິງຫາ 2018 ນີ້ ທີ່ຣີສອດເທິງພູຄຸມກັງ ໃນແຂວງຄັງວອນ ທາງພາກຕາເວັນອອກສຽງໃຕ້ຂອງເກົາຫຼີເໜືອ.

No comments

Powered by Blogger.