ເກົາຫຼີເໜືອ - ສ.ອາເມຣິກາ ລົງນາມຮ່ວມກັນ 4 ຂໍ້ ເພື່ອສັນຕິພາບຢູ່ແຫຼມເກົາຫຼີ - ອິດສະຫຼະ

ເກົາຫຼີເໜືອ - ສ.ອາເມຣິກາ ລົງນາມຮ່ວມກັນ 4 ຂໍ້ ເພື່ອສັນຕິພາບຢູ່ແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 12 ມິຖຸນາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແລະ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອຮ່ວມກັນລົງນາມໃນເອກະສານສະບັບໜຶ່ງ ເຊິ່ງຜູ້ນຳສະຫະລັດ ອາເມຣິກາກ່າວວ່າເປັນຂໍ້ຕົກລົງທີ່ຄວບຄຸມ ໂດຍສະເພາະການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ ທີ່ຈະເກີດຂຶ້ນໂດຍໄວທີ່ສຸດພາຍໃນອະນາຄົດອັນໃກ້ນີ້, ໂດຍຂໍ້ຕົກລົງສະບັບດັ່ງກ່າວປະກອບມີເນື້ອໃນ 4 ຂໍ້ທີ່ສຳຄັນຄື:

1. ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອໃຫ້ຄຳໝັ້ນສັນຍາວ່າຈະສະຖາປະນາສາຍພົວພັນລະຫວ່າງກັນຄັ້ງໃໝ່ ເພື່ອໃຫ້ເປັນໄປຕາມຄວາມປາດຖະໜາຂອງປະຊາຊົນທັງສອງປະເທດ ເພື່ອສັນຕິພາບ ແລະ ຄວາມຮຸ່ງເຮືອງ.

2. ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອຈະໃຊ້ຄວາມພະຍາຍາມຮ່ວມກັນໃນການສ້າງສັນຕິພາບທີ່ໝັ້ນຄົງ ແລະ ຍືນຍົງຢູ່ແຫຼມເກົາຫຼີ.

3. ເກົາຫຼີເໜືອໃຫ້ຄຳໝັ້ນສັນຍາວ່າ ຈະເດີນໜ້າຂະບວນການປົດອາວຸດນິວເຄຼຍຢ່າງຖາວອນຢູ່ແຫຼມເກົາຫຼີ ເພື່ອເປັນການຢ້ຳເຖິງເຈດຕະນາຂອງປະຕິຍານປັນມຸນຈອມ ທີ່ສອງເກົາຫຼີໄດ້ຮ່ວມກັນລົງນາມກັນໃນວັນທີ 27 ເມສາ 2018 ທີ່ຜ່ານມາ.

4. ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອ ໃຫ້ຄຳໝັ້ນສັນຍາຈະຮ່ວມຄົ້ນຫາສະເລີຍເສິກ-ຜູ້ຫາຍສາບສູນປາງສົງຄາມ ລວມທັງການສົ່ງຕົວ ຫຼື ຮ່າງທີ່ເຫຼືອຢູ່ຜູ້ທີ່ສາມາດພິສູດຕົວຕົນໄດ້ແລ້ວທັນທີ.

ຂະນະດຽວກັນ ຜູ້ນຳສະຫະລັດ ອາເມຣິກາ ກໍ່ໄດ້ກ່າວຊົມເຊີຍຜູ້ນຳເກົາຫຼີເໜືອວ່າ ມີຄວາມສະຫຼຽວສະຫຼາດ, ມີພອນສະຫວັນ ແລະ ເປັນຜູ້ທີ່ມີອຸດົມການຮັກຊາດຢ່າງແຮງກ້າ. ການພົບປະຫາລືກັນທີ່ໂຮງແຮມຄາເປລລາ ບົນເກາະເຊນໂຕຊາໃນຄັ້ງນີ້ ເປັນໂອກາດອັນດີທີ່ຕ່າງຝ່າຍຕ່າງໄດ້ມີໂອກາດສ້າງຄວາມຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຫວັງເປັນຢ່າງຍິ່ງວ່າຈະໄດ້ມີໂອກາດພົບປະເຈລະຈາກັນອີກໃນອະນາຄົດ.

ໃນດ້ານຂອງຜູ້ນຳເກົາຫຼີເໜືອບໍ່ໄດ້ກ່າວຫຍັງຫຼາຍຕໍ່ໜ້າຜູ້ສື່ຂ່າວ ແຕ່ໃນຕອນຕົ້ນຂອງການພົບປະຫາລືທ່ານ ຄິມ ຈອງ-ອຶນ ກ່າວວ່າການປະຊຸມຄັ້ງນີ້ຄື ຈຸດເລີ່ມຕົ້ນທີ່ດີຂອງສັນຕິພາບ ແລະ ການປ່ຽນແປງຄັ້ງຍິ່ງໃຫຍ່ທີ່ກຳລັງຈະເກີດຂຶ້ນ ແຕ່ບໍ່ໄດ້ລົງເລິກລາຍລະອຽດ, ເວັ້ນພຽງວ່າເສັ້ນທາງຂອງສາຍພົວພັນລະຫວ່າງສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອຕໍ່ຈາກໄປຈະບໍ່ຊ້ຳຮອຍປະຫວັດສາດ, ຂະນະທີ່ພາຍຫຼັງສຳເລັດການຮ່ວມລົງນາມທ່ານ ຄິມ ຈອງ-ອຶນ ແລະ ຄະນະກໍ່ໄດ້ເດີນທາງກັບປະເທດເກົາຫຼີເໜືອທັນທີ, ສ່ວນຜູ້ນຳສະຫະລັດ ອາເມຣິກາ ໄດ້ສົ່ງຜູ້ນຳເກົາຫຼີເໜືອ ແລະ ຄະນະອອກເດີນທາງກັບປະເທດດ້ວຍຕົນເອງ ແລະ ຜູ້ນຳສະຫະລັດ ອາເມຣິກາ ແລະ ຄະນະມີກຳນົດເດີນທາງກັບໃນຕອນຄ່ຳຂອງວັນດຽວກັນນີ້ຕາມເວລາທ້ອງຖິ່ນ.









No comments

Powered by Blogger.