ຮວມພາບປະຫວັດສາດໜ້າໃໝ່ຂອງ ເກົາຫຼີເໜືອ ແລະ ສ.ອາເມຣິກາ ທີ່ສິງກະໂປ - ອິດສະຫຼະ

ຮວມພາບປະຫວັດສາດໜ້າໃໝ່ຂອງ ເກົາຫຼີເໜືອ ແລະ ສ.ອາເມຣິກາ ທີ່ສິງກະໂປ



ຮວບຮວມພາບປະຫວັດສາດການປະຊຸມສຸດຍອດລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໃນການພົບປະເຈລະຈາກັນ ເພື່ອສັນຕິພາບຢູ່ແຫຼມເກົາຫຼີ ທີ່ໂຮງແຮມຄາເປລລາ, ເກາະເຊນໂຕຊາ, ປະເທດສິງກະໂປ ວັນທີ 12 ມິຖຸນາ 2018.

ໂດຍທັງສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມກັນ 1 ສະບັບ ແລະ ມີເນື້ອໃນສຳຄັນ 4 ຂໍ້ຄື:

1. ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອໃຫ້ຄຳໝັ້ນສັນຍາວ່າຈະສະຖາປະນາສາຍພົວພັນລະຫວ່າງກັນຄັ້ງໃໝ່ ເພື່ອໃຫ້ເປັນໄປຕາມຄວາມປາດຖະໜາຂອງປະຊາຊົນທັງສອງປະເທດ ເພື່ອສັນຕິພາບ ແລະ ຄວາມຮຸ່ງເຮືອງ.


2. ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອຈະໃຊ້ຄວາມພະຍາຍາມຮ່ວມກັນໃນການສ້າງສັນຕິພາບທີ່ໝັ້ນຄົງ ແລະ ຍືນຍົງຢູ່ແຫຼມເກົາຫຼີ.

3. ເກົາຫຼີເໜືອໃຫ້ຄຳໝັ້ນສັນຍາວ່າ ຈະເດີນໜ້າຂະບວນການປົດອາວຸດນິວເຄຼຍຢ່າງຖາວອນຢູ່ແຫຼມເກົາຫຼີ ເພື່ອເປັນການຢ້ຳເຖິງເຈດຕະນາຂອງປະຕິຍານປັນມຸນຈອມ ທີ່ສອງເກົາຫຼີໄດ້ຮ່ວມກັນລົງນາມກັນໃນວັນທີ 27 ເມສາ 2018 ທີ່ຜ່ານມາ.

4. ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອ ໃຫ້ຄຳໝັ້ນສັນຍາຈະຮ່ວມຄົ້ນຫາສະເລີຍເສິກ-ຜູ້ຫາຍສາບສູນປາງສົງຄາມ ລວມທັງການສົ່ງຕົວ ຫຼື ຮ່າງທີ່ເຫຼືອຢູ່ຜູ້ທີ່ສາມາດພິສູດຕົວຕົນໄດ້ແລ້ວທັນທີ.






















No comments

Powered by Blogger.