ຜູ້ນຳເກົາຫຼີເໜືອ ຕອບຮັບຄຳເຊີນ ປ.ທຣຳ ໃນການຢ້ຽມຢາມ ສ.ອາເມຣິກາ ແລະ ສ.ອາເມຣິກາ ຈະຢຸດຕິຊ້ອມຮົບກັບເກົາຫຼີໃຕ້ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ຕອບຮັບຄຳເຊີນ ປ.ທຣຳ ໃນການຢ້ຽມຢາມ ສ.ອາເມຣິກາ ແລະ ສ.ອາເມຣິກາ ຈະຢຸດຕິຊ້ອມຮົບກັບເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 12 ມິຖຸນາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຖະແຫຼງຂ່າວ ທີ່ສິງກະໂປ ເມື່ອຕອນບ່າຍຂອງວັນອັງຄານນີ້ ພາຍຫຼັງທີ່ທ່ານ ຄິມ ຈອງ-ອຶນ ແລະ ຄະນະເດີນທາງກັບປະເທດແລ້ວ ເພື່ອສະຫຼຸບເນື້ອໃນຂອງການປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງຜູ້ນຳສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອ ທີ່ໃຊ້ເວລາປະມານ 5 ຊົ່ວໂມງ ລວມເຖິງການປຶກສາຫາລືແບບຕົວຕໍ່ຕົວ ໂດຍຜ່ານລ່າມຂອງແຕ່ລະຝ່າຍປະມານ 41 ນາທີ ເຊິ່ງທ່ານ ໂດໂນ ທຣຳ ກ່າວວ່າ ຖືເປັນຄວາມຄືບໜ້າຄັ້ງສຳຄັນ ຂອງສາຍພົວພັນລະຫວ່າງສອງປະເທດ ພ້ອມທັງກ່າວຂອບໃຈທ່ານ ຄິມ ຈອງ-ອຶນ ທີ່ເປີດທາງໄປສູ່ອະນາຄົດໃໝ່ທີ່ສົດໃສ ສຳລັບປະຊາຊົນເກົາຫຼີເໜືອ ແລະ ຈະເປັນການນຳພາເກົາຫຼີເໜືອກັບເຂົ້າສູ່ສັງຄົມໂລກ.



ທ່ານ ໂດໂນ ທຣຳ ຈະສັ່ງໃຫ້ຢຸດຕິການຊ້ອມຮົບ ລະຫວ່າງກອງທັບສະຫະລັດ ອາເມຣິກາ ແລະ ເກົາຫຼີໃຕ້, ຂະນະທີ່ການເຈລະຈາລະຫວ່າງ 2 ປະເທດຍັງຈະດຳເນີນຕໍ່ໄປ, ສ່ວນຄຳຖາມຂອງນັກຂ່າວກ່ຽວກັບອາວຸດນິວເຄຼຍຂອງເກົາຫຼີເໜືອ ທ່ານ ໂດໂນ ທຣຳ ຕອບວ່າ ໜ່ວຍງານຂ່າວກອງຂອງສະຫະລັດ ອາເມຣິກາມີຂໍ້ມູນໃນເລື່ອງນີ້ຢ່າງຈຳກັດ ຮູ້ພຽງແຕ່ວ່າມີຫຼາຍ ແລະ ຍອມຮັບວ່າການປົດອາວຸດນິວເຄຼຍຂອງເກົາຫຼີເໜືອຕ້ອງໃຊ້ເວລາຍາວນານ, ທ່ານ ໂດໂນ ທຣຳ ຍັງກ່າວອີກວ່າ ທ່ານ ຄິມ ຈອງ-ອຶນ ຕອບຮັບຄຳເຊີນຂອງທ່ານ ທີ່ຈະໄປຢ້ຽມຢາມທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ ຕາມເວລາທີ່ເໝາະສົມ.

ໃນດ້ານຂອງນັກວິເຄາະສະຫຼຸບຜົນການປະຊຸມສຸດຍອດຄັ້ງນີ້ວ່າ: ສິ່ງທີ່ເປັນຮູບປະທຳໄວທີ່ສຸດຄື ການຄົ້ນຫາທະຫານສະຫະລັດ ອາເມຣິກາ ທີ່ຫາຍສາບສູບແຕ່ປາງສົງຄາມເກົາຫຼີລະຫວ່າງປີ 1950-1953 ແລະ ນຳກະດູກກັບໄປຍັງປະເທດ ເຊິ່ງການຕົກລົງດັ່ງກ່າວແມ່ນມີຢູ່ໃນຖະແຫຼງການທີ່ຜູ້ນຳທັງສອງປະເທດໄດ້ຮ່ວມກັນລົງນາມ ໂດຍມີທະຫານສະຫະລັດ ອາເມຣິກາ ສູນຫາຍໃນສົງຄາມເກົາຫຼີເກືອບ 7,800 ຄົນ ໂດຍປະມານ 5,300 ຄົນ ໃນຈຳນວນດັ່ງກ່າວສູນຫາຍໃນເຂດແດນຂອງເກົາຫຼີເໜືອ.


No comments

Powered by Blogger.