ຍີ່ປຸ່ນໃຫ້ທຶນການສຶກສາແລກປ່ຽນແກ່ ສປປ.ລາວ ມູນຄ່າ 310 ລ້ານເຢັນ - ອິດສະຫຼະ

ຍີ່ປຸ່ນໃຫ້ທຶນການສຶກສາແລກປ່ຽນແກ່ ສປປ.ລາວ ມູນຄ່າ 310 ລ້ານເຢັນ



ໃນວັນທີ 11-12 ມິຖຸນາ 2018 ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 24 ພາຍໃຕ້ຫົວຂໍ້: ສືບຕໍ່ເປີດກວ້າງອາຊີ-ຈະເຮັດແນວໃດເພື່ອໃຫ້ກ້າວ ໄປສູ່ຄວາມວັດທະນາຖາວອນ ແລະ ມີສະຖຽນລະພາບ (Keeping Asia Open How to achieve Prosperity and Stability), ເຊິ່ງຈັດຂຶ້ນ ໂດຍສໍານັກງານໜັງສືພິມ ເສດຖະກິດຍີ່ປຸ່ນ ຫຼື ນິກເກ (NIKKEI).


ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດກ່າວຄໍາປາໄສ ທີ່ປິ່ນອ້ອມຫົວຂໍ້ຂອງກອງປະຊຸມຄັ້ງນີ້, ເຊິ່ງທ່ານໄດ້ສະແດງທັດສະນະກ່ຽວກັບການເປີດກວ້າງການຮ່ວມມືຂອງອາຊີ ໃນໄລຍະຜ່ານມາ ແລະ ບັນດາຂໍ້ລິເລີ່ມໃໝ່ໆ ທີ່ໄດ້ເກີດຂຶ້ນ ແລະ ກໍາລັງເກີດຂຶ້ນໃນປັດຈຸບັນ ຢູ່ອາຊີ ແລະ ໃນໂລກ ລວມທັງ ໄດ້ຊຸກຍູ້ໃຫ້ອາຊີ ສືບຕໍ່ເປີດກວ້າງການຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ຊຸກຍູ້ພາກພື້ນອື່ນ ຕ້ອງໄດ້ເປີດກວ້າງການຮ່ວມມືກັບອາຊີເຊັ່ນກັນ ໃນປັດຈຸບັນກໍ່ຄື ອະນາຄົດ ເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ກ້າວໄປສູ່ຄວາມວັດທະນາຖາວອນຂອງອາຊີ ກໍ່ຄືຂອງພາກພື້ນ ແລະ ໂລກ.

ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕອບ ຄໍາຖາມຢູ່ໃນກອງປະຊຸມ ກ່ຽວກັບການພັດທະນາພື້ນຖານໂຄງລ່າງ ການເຊື່ອມຈອດ ຢູ່ ສປປ.ລາວ ເພື່ອຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດກັບພາກພື້ນ ແລະ ຄວາມຄາດຫວັງຂອງ ສປປ.ລາວ ໃນການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ສໍາພາດຕໍ່ບັນດາສື່ມວນຊົນ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງ ສປປ.ລາວ ໃນປັດຈຸບັນ ເປັນຕົ້ນແມ່ນ ນະໂຍບາຍດຶງດູດການລົງທຶນ ທັງຈາກພາຍໃນ ແລະ ຕ່າງປະເທດ, ການພັດທະນາອຸດສາຫະກໍາທີ່ມີທ່າແຮງ ເຊັ່ນ: ອຸດສາຫະກໍາປຸງແຕ່ງກະສິກໍາ, ອຸດສາຫະກໍາພະລັງງານໄຟຟ້າທີ່ສະອາດ ແລະ ຍືນຍົງ ແລະ ອຸດສາຫະກໍາການທ່ອງທ່ຽວ ແລະ ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ລວມທັງ ການຮ່ວມມື ແລະ ການສະໜັບສະໜູນຈາກ ຍີ່ປຸ່ນ.

ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອສືບຕໍ່ຮັດແໜ້ນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ທັງລວງເລິກ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມເອກະສານແລກປ່ຽນໃຫ້ທຶນການສຶກສາ JDS ມູນຄ່າ 310 ລ້ານເຢັນລະຫວ່າງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ.ລາວ ປະຈໍາຍີ່ປຸ່ນ ແລະ ທ່ານ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ.ລາວ ຕື່ມອີກ.







No comments

Powered by Blogger.