ສ.ອາເມຣິກາ ຟ້ອງ 12 ເຈົ້າໜ້າທີ່ລັດເຊຍ ແຊກແຊງການເລືອກຕັ້ງປະທານປະເທດ - ອິດສະຫຼະ

ສ.ອາເມຣິກາ ຟ້ອງ 12 ເຈົ້າໜ້າທີ່ລັດເຊຍ ແຊກແຊງການເລືອກຕັ້ງປະທານປະເທດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 13 ກໍລະກົດ 2018 ທີ່ຜ່ານມາວ່າ: ທ່ານ ຣັອດ ໂຣເຊນຕາຍ ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ອາເມຣິກາ ຖະແຫຼງວ່າ: ຄະນະສືບສວນສອບສວນອິດສະຫຼະຂອງສຳນັກງານສອບສວນກາງ (FBI) ໂດຍທ່ານ ໂຣເບິດ ມຸນເລີ ໄອຍະການພິເສດ ແລະ ອະດີດຜູ້ອຳນວຍການ FBI ຍື່ນເອກະສານຄວາມຍາວ 29 ໜ້າຕໍ່ສານລັດຖະບານກາງ ໃນນະຄອນຫຼວງວໍຊິງຕັນ ສັ່ງຟ້ອງພົນລະເມືອງສັນຊາດລັດເຊຍ 12 ຄົນ ເຊິ່ງເປັນເຈົ້າໜ້າທີ່ຂອງໜ່ວຍຂ່າວກອງທະຫານ (GRU) ໃນຂໍ້ຫາຮ່ວມກັນປະຕິບັດການໂຈມຕີທາງໄຊເບີຄັ້ງໃຫຍ່ ຕໍ່ລະບົບຄອມພິວເຕີຂອງພັກເດໂມແຄຼດ ເພື່ອລັກເອົາຂໍ້ມູນສຳຄັນກ່ຽວກັບທ່ານ ນາງ ຮິນລາຣີ ຄລີນຕັນ ຄູ່ແຂ່ງຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາຄົນປັດຈຸບັນ ໃນການເລືອກຕັ້ງເມື່ອປີ 2016.

ເຊິ່ງສຳນວນຟ້ອງລະບຸວ່າ DCLeaks ແລະ Guccifer 2.0 ເປີດເຜີຍຂໍ້ມູນທັງໝົດທີ່ລັກມາໄດ້ໄວ້ໃນຖານຂໍ້ມູນຂອງເວັບໄຊວິດີລີກ, ນອກຈາກນີ້ ພະນັກງານສືບສວນຍັງກວດພົບຮ່ອງຮອຍຂອງການລັກຂໍ້ມູນທັງຈາກຄອມພິວເຕີຂອງຄະນະກຳມະການການເລືອກຕັ້ງໃນຫຼາຍລັດເຊັ່ນ: ລັດຈໍເຈຍ, ລັດໄອໂອວາ ແລະ ລັດຟໍຣິດາ ແຕ່ຄວາມເສຍຫາຍທີ່ເກີດຂຶ້ນບໍ່ມີຜົນກະທົບຕໍ່ຜົນການນັບຄະແນນ.

ຂະນະດຽວກັນ, ທ່ານ ໂຣເຊນຕາຍ ກ່າວວ່າກ່ອນຖະແຫຼງຢ່າງເປັນທາງການ ທ່ານໄດ້ແຈ້ງເລື່ອງດັ່ງກ່າວໃຫ້ຜູ້ນຳສະຫະລັດ ອາເມຣິກາຮັບຊາບແລ້ວ ແລະ ຢືນຢັນວ່າຂະບວນການກວດສອບໃນທຸກຂັ້ນຕອນເປັນໄປຕາມກົດໝາຍ, ເຖິງຢ່າງໃດກໍ່ຕາມ ການເຄື່ອນໄຫວຂອງກະຊວງຍຸຕິທຳສະຫະລັດ ອາເມຣິກາໃນຄັ້ງນີ້ ເກີດຂຶ້ນພຽງບໍ່ພໍເທົ່າໃນວັນກ່ອນທີ່ທ່ານ ໂດໂນ ທຣຳ ແລະ ທ່ານ ປູຕິນ ປະທານປະເທດລັດເຊຍ ຈະມີກຳນົດພົບປະຫາລືກັນຢ່າງເປັນທາງການ ທີ່ນະຄອນຫຼວງເຮວຊິງກິ ປະເທດແຟງລັງ ໃນວັນທີ 16 ກໍລະກົດ ນີ້ ທ່າມກາງສຽງຮຽກຮ້ອງຂອງສະມາຊິກລະດັບສູງຂອງພັກຣີພັບລິກັນ ແລະ ພັກເດໂມແຄຼດໃນສະພາສູງ ໃຫ້ຜູ້ນຳສະຫະລັດ ອາເມຣິກາຍົກເລີກການປະຊຸມຄັ້ງນີ້.

ເຖິງຢ່າງໃດກໍ່ຕາມ, ທ່ານ ໂດໂນ ທຣຳ ກ່າວໃນລະຫວ່າງການຢ້ຽມຢາມອັງກິດໃນອາທິດນີ້ວ່າ ການພົບປະຫາລືກັບຜູ້ນຳລັດເຊຍ ຈະເກີດຂຶ້ນຕາມກຳນົດການເດີມ ແລະ ເຊື່ອໝັ້ນໃນການສ້າງສາຍພົວພັນທີ່ດີກັບລັດເຊຍ ພ້ອມທັງກ່າວຢ້ຳວ່າ ທ່ານຄືຄົນທີ່ກ້າຫານພໍທີ່ຈະປະເຊີນໜ້າກັບລັດເຊຍຫຼາຍກວ່າຜູ້ນຳສະຫະລັດ ອາເມຣິກາຄົນກ່ອນໆ, ໃນດ້ານຂອງທ່ານ ຢູຣິ ຢູຊາຄັອບ ທີ່ປຶກສາຂອງທ່ານ ປູຕິນ ກ່າວວ່າທຳນຽບເຄຼມລິນຖືວ່າທ່ານ ໂດໂນ ທຣຳ ເປັນຄູ່ເຈລະຈາທີ່ດີ.

No comments

Powered by Blogger.