ບຸກຈັບອະດີດນາຍົກປາກິດສະຖານ ແລະ ລູກສາວຄາເທິງຍົນ, ຂະນະທີ່ເຫດລະເບີດພາຍໃນຕາຍແລ້ວ 128 ຄົນ - ອິດສະຫຼະ

ບຸກຈັບອະດີດນາຍົກປາກິດສະຖານ ແລະ ລູກສາວຄາເທິງຍົນ, ຂະນະທີ່ເຫດລະເບີດພາຍໃນຕາຍແລ້ວ 128 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 14 ກໍລະກົດ 2018 ວ່າ: ພັກສັນນິບາດມຸດສະລິມປາກິດສະຖານ ເຊິ່ງເປັນພັກລັດຖະບານຊຸດປັດຈຸບັນຂອງປາກິດສະຖານ ລາຍງານວ່າເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງນອກເຄື່ອງແບບຫຼາຍສິບຄົນເຂົ້າຄວບຄຸມຕົວທ່ານ ນາວາສ ຊາຣີບ ອະດີດນາຍົກລັດຖະມົນຕີປາກິດສະຖານ ແລະ ທ່ານ ນາງ ມາຢຳ ນາວາສ ລູກສາວ ທັນທີ່ທີ່ຖ້ຽວບິນໂດຍສານທີ່ທັງສອງໂດຍສານມາ ໄດ້ລົງຈອດເຖິງສະໜາມບິນສາກົນລາຮໍ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ເມື່ອຕອນເຊົ້າມືດຂອງວັນເສົານີ້ ຕາມເວລາທ້ອງຖິ່ນ.
ຫຼັງຈາກນັ້ນເຈົ້າໜ້າທີ່ໄດ້ຄວບຄຸມຕົວທັງສອງໄປຍັງຄຸກອາເດຍລາ ໃນເມືອງຣາວັນພິນດີ ໃກ້ກັບນະຄອນຫຼວງອິດສະລາມາບັດ ພາຍໃນເວລາອັນວ່ອງໄວ, ເຊິ່ງທ່ານ ຊາຣີບ ອະດີດນາຍົກລັດຖະມົນຕີປາກິດສະຖານ 3 ສະໄໝ ປະກາດເມື່ອກາງອາທິດທີ່ຜ່ານມາ ວ່າທ່ານຈະຢຸດຕິການລີ້ໄພໃນອັງກິດ ແລະ ຈະເດີນທາງກັບປະເທດເພື່ອຮັບໂທດຕິດຄຸກ ພາຍຫຼັງທີ່ສານມີຄຳຕັດສິນໃຫ້ທ່ານ ຊາຣີບ ຮັບໂທດຕິດຄຸກເປັນເວລາ 10 ປີ ພ້ອມປັບໃໝເປັນເງິນອີກ 8 ລ້ານປອນສະເຕີລິງ ແລະ ຕັດສິນໃຫ້ທ່ານ ນາງ ມາຢຳ ລູກສາວຮັບໂທດຕິດຄຸກເປັນເວລາ 7 ປີ ພ້ອມປັບໃໝເປັນເງິນອີກ 2 ລ້ານປອນສະເຕີລິງ ຈາກການທີ່ພໍ່-ລູກ ບໍ່ສາມາດພິສູດແຫຼ່ງລາຍຮັບໄດ້ຢ່າງຖືກຕ້ອງຕາມກົດໝາຍ ທີ່ນຳມາໃຊ້ຊື້ຫ້ອງພັກຫຼູຫຼາ 4 ແຫ່ງໃນນະຄອນຫຼວງລອນດອນ ປະເທດອັງກິດ ແລະ ສານສັ່ງໃຫ້ຢຶດຊັບທັງ 4 ແຫ່ງໃຫ້ຕົກເປັນຂອງແຜ່ນດິນແລ້ວ.

ເຖິງຢ່າງໃດກໍ່ຕາມ, ການກັບມາບ້ານເກີດຂອງທ່ານ ຊາຣີບ ແລະ ລູກສາວເກີດຂຶ້ນໃນມື້ດຽວກັບກັບເຫດລະເບີດຂ້າຕົວຕາຍໂຈມຕີຂະວນການຫາສຽງຂອງພັກມຸດທາຮິດາ ມາລິສ-ອີອາມານ (MMA) ທີ່ເມືອງມັສຕຸງ ແຂວງບາລູຈິສຖານ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ກ່ອນການເລືອກຕັ້ງທົ່ວໄປໃນວັນທີ 25 ກໍລະກົດນີ້, ແຮງລະເບີດເຮັດໃຫ້ມີຜູ້ເສຍຊີວິດແລ້ວ 128 ຄົນ ແລະ ໄດ້ຮັບບາດເຈັບອີກປະມານ 150 ຄົນ ເຊິ່ງເຫດການດັ່ງກ່າວຍັງບໍ່ມີບຸກຄົນໃດອອກມາຮັບອ້າງວ່າຢູ່ເບື້ອງຫຼັງ ແຕ່ເຫດການດັ່ງກ່າວຖືເປັນເຫດຄວາມຮຸນແຮງທີ່ສຸດໃນຮອບ 4 ປີ ຫຼື ນັບຕັ້ງແຕ່ກຸ່ມເຕຣິດ-ອີຕາລີບັນ (TTP) ບຸກໂຈມຕີໂຮງຮຽນແຫ່ງໜຶ່ງໃນເມືອງເປຊາວ ມີຜູ້ເສຍຊີວິດຫຼາຍກວ່າ 150 ຄົນ ແລະ ສ່ວນໃຫຍ່ເປັນນັກຮຽນ.



No comments

Powered by Blogger.