ອິດສະຣາແອນ ໂຈມຕີເຂດກາຊາ ຮຸນແຮງດຸເດືອດທີ່ສຸດໃນຮອບ 4 ປີ - ອິດສະຫຼະ

ອິດສະຣາແອນ ໂຈມຕີເຂດກາຊາ ຮຸນແຮງດຸເດືອດທີ່ສຸດໃນຮອບ 4 ປີ



ສຳນັກຂ່າວຕ່າງປະເທດລາຍງານ 15 ກໍລະກົດ 2018 ວ່າ: ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນຖະແຫຼງວ່າ: ກອງກຳລັງປ້ອງກັນອິດສະຣາແອນ (IDF) ໄດ້ປະຕິບັດການໂຈມຕີທາງທະຫານເຊິ່ງສາມາດສ້າງຄວາມເຈັບປວດທີ່ສຸດ ໃຫ້ແກ່ກຸ່ມຮາມາສໃນເຂດກາຊາ ນັບຕັ້ງແຕ່ສົງຄາມເມື່ອປີ 2014 ແລະ ພ້ອມຍົກລະດັບປະຕິບັດການອີກຫາກມີຄວາມຈຳເປັນເພື່ອເຕືອນກຸ່ມຮາມາດວ່າ ອິດສະຣາແອນບໍ່ມີທາງອົດທົນອົດກັ້ນຕໍ່ຈະຫຼວດ ແລະ ວັດຖຸລະເບີດ ຫຼື ແມ່ນແຕ່ອຸປະກອນໃດກໍ່ຕາມທີ່ລອຍມາຈາກເຂດກາຊາເຂົ້າສູ່ດິນແດນອິດສະຣາແອນ.
ຂະນະທີ່ລາຍງານຂອງກອງກຳລັງປ້ອງກັນອິດສະຣາແອນລະບຸວ່າ ຝູງຍົນຮົບໄດ້ປະຕິບັດການໂຈມຕີທາງອາກາດໃນເຂດກາຊາ ມາຕັ້ງແຕ່ວັນສຸກທີ່ຜ່ານມາ ແລະ ເມື່ອວັນເສົາທີ່ຜ່ານມາ ໄດ້ປະຕິບັດການ 3 ຮອບ, ຮອບສຸດທ້າຍຂອງວັນເປັນການທຳລາຍເປົ້າໝາຍປະມານ 40 ແຫ່ງໃນເຂດກາຊາ ບໍ່ວ່າຈະເປັນອຸໂມງ, ສູນການຂົນສົ່ງ ແລະ ອາຄານເຊິ່ງເປັນກອງບັນຊາການຂອງກຸ່ມຮາມາສ ເພື່ອຕອບໂຕ້ທີ່ກຸ່ມຮາມາສລະດົມຍິງຈະຫຼວດ ແລະ ປືນໃຫຍ່ລວມປະມານ 200 ລູກຂ້າມຊາຍແດນມາຍັງອິດສະຣາແອນ, ໂດຍມີ 60 ລູກຖືກຍິງມາຈາກພາກໃຕ້ຂອງເຂດກາຊາ ເຖິງແມ່ນວ່າລະບົບປ້ອງກັນໄພທາງອາກາດ Iron Dome ຈະສາມາດສະກັດເອົາໄວ້ໄດ້ຢ່າງໜ້ອຍ 30 ລູກ ແຕ່ມີລາຍງານວ່າປະຊາຊົນອິດສະຣາແອນໃນເມືອງສະເດຣັອດ ທີ່ຢູ່ພາກໃຕ້ຂອງປະເທດໄດ້ຮັບບາດເຈັບຢ່າງໜ້ອຍ 4 ຄົນ.
ເຖິງຢ່າງໃດກໍ່ຕາມ, ກອງກຳລັງປ້ອງກັນອິດສະຣາແອນຍັງບໍ່ເປີດເຜີຍຜົນການໂຈມຕີຕຶກສູງແຫ່ງໜຶ່ງໃນທາງຕອນເໜືອຂອງເຂດກາຊາ ເຊິ່ງຂໍ້ມູນຂ່າວກອງຂອງລັດຖະບານອິດສະຣາແອນລະບຸວ່າ ກຸ່ມຮາມາສໃຊ້ເປັນສູນເຝິກອົບຮົບ ແລະ ມີການຂຸດອຸໂມງຢູ່ໃຕ້ຕຶກດັ່ງກ່າວ, ດ້ານກະຊວງສາທາລະນະສຸກຂອງປາເລສໄຕລາຍງານວ່າ ມີຜູ້ເສຍຊີວິດຈາກປະຕິບັດການໂຈມຕີຂອງອິດສະຣາແອນຄັ້ງນີ້ຢ່າງໜ້ອຍ 2 ຄົນ, ອາຍຸ 15 ແລະ 16 ປີ ແລະ ມີຜູ້ໄດ້ຮັບບາດເຈັບອີກ 15 ຄົນ.



ເຊິ່ງບັນຍາກາດບໍລິເວນຊາຍແດນລະຫວ່າງອິດສະຣາແອນກັບເຂດກາຊາເກີດຄວາມເຄັ່ງຕຶງຮອບໃໝ່ເມື່ອວັນສຸກທີ່ຜ່ານມາ ເມື່ອເຈົ້າໜ້າທີ່ກອງກຳລັງປ້ອງກັນອິດສະຣາແອນ ໄດ້ຂ້າຊາວໜຸ່ມປາເລສໄຕ 2 ຄົນ ອາຍຸ 15 ປີ ແລະ 20 ປີ ທີ່ພະຍາຍາມປີນຂ້າມຮົ້ວກັ້ນຊາຍແດນ ແລະ ມີປະຊາຊົນປາເລສໄຕອີກຫຼາຍຮ້ອຍຄົນໄດ້ຮັບບາດເຈັບຈາກການປະທະຢ່າງດຸເດືອດກັບເຈົ້າໜ້າທີ່ຂອງອິດສະຣາແອນໃນວັນດັ່ງກ່າວ.


ເຖິງຈະມີລາຍງານວ່າສອງຝ່າຍສາມາດບັນລຸຂໍ້ຕົກລົງຢຸດຍິງເປັນການຊົ່ວຄາວແລ້ວກໍ່ຕາມ ແຕ່ສະຖານະການທີ່ເກີດຂຶ້ນໄດ້ສ້າງຄວາມເປັນຫ່ວງໃຫ້ກັບຫຼາຍຝ່າຍວ່າ ອາດລຸກລາມຂະຫຍາຍວົງກວ້າງເປັນການສູ້ຮົບຢ່າງດຸເດືອດ ດັ່ງເຊັ່ນສົງຄາມກາຊາ ໃນລະຫວ່າງເດືອນກໍລະກົດ-ສິງກາ 2014 ທີ່ຂ້າຊີວິດປະຊາຊົນປາເລສໄຕໄປຫຼາຍກວ່າ 2,100 ຄົນ ແລະ ທະຫານອິດສະຣາແອນເສຍຊີວິດ 67 ຄົນ.

No comments

Powered by Blogger.