ປ.ທຣຳ ເຊື່ອໝັ້ນວ່າ ລັດເຊຍບໍ່ໄດ້ແຊກແຊງການເມືອງພາຍໃນຂອງ ສ.ອາເມຣິກາ - ອິດສະຫຼະ

ປ.ທຣຳ ເຊື່ອໝັ້ນວ່າ ລັດເຊຍບໍ່ໄດ້ແຊກແຊງການເມືອງພາຍໃນຂອງ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 17 ກໍລະກົດ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແລະ ທ່ານ ວະລາດິເມຍ ປູຕິນ ປະທານປະເທດລັດເຊຍຖະແຫຼງຮ່ວມກັນເມື່ອວັນຈັນທີ່ຜ່ານມາ ພາຍຫຼັງສຳເລັດການພົບປະຫາລືກັນຢ່າງເປັນທາງການຄັ້ງທຳອິດລະຫວ່າງສອງຜູ້ນຳ ທີ່ທຳນຽບປະທານປະເທດແຟງລັງ ໃນນະຄອນຫຼວງເຮວຊິງກິ ໂດຍບັນຫາສຳຄັນຂອງການຖະແຫຼງແມ່ນລວມໄປເຖິງບັນຫາທີ່ໜ່ວຍຂ່າວກອງຂອງສະຫະລັດ ອາເມຣິກາມີຄວາມໝັ້ນໃຈວ່າ ລັດເຊຍໄດ້ຢູ່ເບື້ອງຫຼັງການແຊກແຊງການເລືອກຕັ້ງປະທານປະເທດສະຫະລັດ ອາເມຣິກາ ເມື່ອປີ 2016, ໂດຍທ່ານ ໂດໂນ ທຣຳ ກ່າວວ່າທ່ານໄດ້ຮັບການຢືນຢັນຈາກທ່ານ ປູຕິນ ວ່າລັດເຊຍບໍ່ໄດ້ກ່ຽວຂ້ອງ ແລະ ຕົວທ່ານເອງກໍ່ເຊື່ອໝັ້ນຕໍ່ຄຳກ່າວນັ້ນ ແຕ່ກໍ່ເຊື່ອໃນການປະຕິບັດງານຂອງທຸກຝ່າຍທີ່ກ່ຽວຂ້ອງ.


ເຊິ່ງທ່ານ ໂດໂນ ທຣຳ ກ່າວວ່າຄະນະຫາສຽງເລືອກຕັ້ງຂອງທ່ານບໍ່ໄດ້ມີການເຊື່ອມໂຍງໃນດ້ານໃດກັບທຳນຽບເຄຼມລິນ (ທຳນຽບປະທານປະເທດລັດເຊຍ) ແລະ ທ່ານຍິນດີເປັນຢ່າງຍິ່ງເມື່ອທ່ານ ປູຕິນ ສະເໜີທີ່ຈະຮ່ວມມືໃນການສືບສວນສອບສວນບັນຫາດັ່ງກ່າວນີ້, ໃນດ້ານຂອງຜູ້ນຳລັດເຊຍກ່າວວ່າ ລັດຖະບານລັດເຊຍບໍ່ໄດ້ແຊກແຊງການເລືອກຕັ້ງຂອງສະຫະລັດ ອາເມຣິກາເມື່ອ 2 ປີກ່ອນ ແລະ ບໍ່ເຄີຍມີຄວາມຄິດທີ່ຈະກະກຳການດັ່ງກ່າວ, ເມື່ອມີຜູ້ສື່ຂ່າວຄົນໜຶ່ງຖາມວ່າແລ້ວທ່ານ ປູຕິນ ຢາກໃຫ້ທ່ານ ໂດໂນ ທຣຳ ເປັນປະທານປະເທດສະຫະລັດ ອາເມຣິກາບໍ່? ທ່ານ ປູຕິນ ຕອບວ່າ ແນ່ນອນຖ້າຫາກທ່ານ ໂດໂນ ທຣຳ ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດກັບມາດີໄດ້.


ຂະນະດຽວກັນ, ທ່ານ ປູຕິນ ກ່າວເຖິງຄະນະສືບສວນສອບສວນຂອງສຳນັກງານສອບສວນກາງ (FBI) ທີ່ນຳໂດຍທ່ານ ໂຣເບິດ ມຸນເລີ ທີ່ໄດ້ຟ້ອງພົນລະເມືອງລັດເຊຍໄປແລ້ວຫຼາຍກວ່າ 20 ຄົນ ໂດຍກຸ່ມຫຼ້າສຸດຄືການຟ້ອງຮ້ອງເຈົ້າໜ້າທີ່ສຳນັກກ່າວກອງທະຫານຂອງລັດເຊຍ (GRU) 12 ຄົນ ເມື່ອອາທິດທີ່ຜ່ານມາວ່າ ເປັນເກມການເມືອງ ແລະ ເຕືອນວ່າຈະນຳມາເຊິ່ງຄວາມເສຍຫາຍຕໍ່ສະຫະລັດ ອາເມຣິກາເອງ, ນອກຈາກນີ້ ຜູ້ນຳລັດເຊຍຍັງກ່າວອີກວ່າ ລັດຖະບານລັດເຊຍພ້ອມທີ່ຈະຕໍ່ອາຍຸສັນຍາສັນຕິພາບສອງຝ່າຍ ວ່າດ້ວຍການຫຼຸດຈຳນວນອາວຸດນິວເຄຼຍ ທີ່ຮຽກໂດຍຫຍໍ້ວ່າ “ນິວສະຕາ” ເຊິ່ງສັນຍາມີຜົນມາຕັ້ງແຕ່ປີ 2011 ແລະ ສັນຍາຈະໝົດອາຍຸໃນປີ 2021.

ສຳລັບການພົບປະຫາລືລະຫວ່າງທ່ານ ໂດໂນ ທຣຳ ກັບ ທ່ານ ປູຕິນ ໃນຄັ້ງນີ້ ຖືເປັນຄັ້ງທຳອິດຢ່າງເປັນທາງການໃນຮອບ 21 ປີທີ່ປະທານປະເທດສະລັດ ອາເມຣິກາ ແລະ ລັດເຊຍປະຊຸມຮ່ວມກັນ ຫຼື ນັບຕັ້ງແຕ່ສະໄໝການເປັນປະທານປະເທດຂອງທ່ານ ບິວ ຄລິນຕັນ ພົບປະຫາລືກັບ ທ່ານ ບໍຣິສ ເຢຊິນ ເມື່ອປີ 1997, ເຖິງຢ່າງໃດກໍ່ຕາມ ກະແສຕອບຮັບໃນສະຫະລັດ ອາເມຣິກາ ແລະ ລັດເຊຍຕໍ່ການພົບປະກັນຂອງສອງຜູ້ນຳຄັ້ງນີ້ ແຕກຕ່າງຢ່າງຊັດເຈນ ໂດຍກະຊວງການຕ່າງປະເທດໃນນະຄອນຫຼວງມົດສະກູ ໄດ້ອອກຖະແຫຼງການສະແດງຄວາມເພິ່ງພໍໃຈ ແຕ່ບັນດາແກນນຳຂອງທັງພັກຣິພົບລິກັນ ແລະ ພັກເຄໂມແຄຼດໃນສະພາສູງຂອງສະຫະລັດ ອາເມຣິກາເຫັນໄປໃນທິດທາງດຽວກັນວ່າ ເປັນຄັ້ງທຳອິດໃນປະຫວັດສາດການເມືອງສະຫະລັດ ອາເມຣິກາ ທີ່ຜູ້ນຳປະເທດກ່າວໂທດໜ່ວຍງານຂອງຕົວເອງວ່າໃສ່ຮ້າຍລັດເຊຍ.

No comments

Powered by Blogger.