ລະເບີດຂ້າຕົວຕາຍໃນປາກິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 85 ຄົນ ບາດເກັບກວ່າ 100​ ຄົນ - ອິດສະຫຼະ

ລະເບີດຂ້າຕົວຕາຍໃນປາກິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 85 ຄົນ ບາດເກັບກວ່າ 100​ ຄົນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 13 ກໍລະກົດ 2018 ທີ່ຜ່ານມາວ່າ: ທ່ານ ຟາອິສ ຄາຄາ ເຈົ້າໜ້າທີ່ລະດັບສູງດ້ານສາທາລະນະສຸກຂອງແຂວງບາລູຈິສຖານ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງປະເທດປາກິດສະຖານ ເປີດເຜີຍວ່າ: ຕົວເລກຜູ້ເສຍຊີວິດຈາກເຫດໂຈມຕີດ້ວຍການລະເບີດຂ້າຕົວຕາຍໃນເມືອງມັສຕຸງ ໃກ້ກັບເມືອງເຄວດຕາ ເທດສະບານແຂວງບາລູຈິສຖານ ເພີ່ມຂຶ້ນເປັນ 85 ຄົນ ແລະ ບາດເຈັບອີກກວ່າ 100 ຄົນ ເມື່ອວັນສຸກທີ່ຜ່ານມາ.


ຈາກການເປີດເຜີຍຂອງເຈົ້າໜ້າທີ່ລະບຸວ່າ ຄົນຮ້າຍໄດ້ຈູດລະເບີດໂຈມຕີພາຍໃນບໍລິເວນ ທີ່ເປັນສະຖານທີ່ຊຸມນຸມທາງການເມືອງຂອງພັກທີ່ຕັ້ງຂຶ້ນໃໝ່ຄື ພັກລາບູຈິສຖານ ອວາມີ (BAP) ແລະ ຜູ້ສະໜັກຊິງຕຳແໜ່ງສະມາຊິກສະພາຂອງແຂວງບາລູຈິສຖານຄືທ່ານ ຊິຣາດ ໄຣຊານີ ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນລະຫວ່າງນຳສົ່ງໂຮງໝໍ.

ກອງທັບປາກິດສະຖານໄດ້ແຈ້ງເຕືອນໃຫ້ປະຊາຊົນລະວັງເລື່ອງຄວາມປອດໄພ ກ່ອນເຖິງວັນທີ 25 ກໍລະກົດນີ້ ແລະ ຮັບປາກວ່າຈະເສີມກຳລັງທະຫານ 370,000 ຄົນເຮັດໜ້າທີ່ຮັກສາຄວາມສະຫງົບຮຽບຮ້ອຍໃນລະຫວ່າງການເລືອກຕັ້ງ.

ແລະ ກ່ອນໜ້າເຫດການນີ້ບໍ່ພໍເທົ່າໃດຊົ່ວໂມງ ກໍ່ໄດ້ມີເຫດການລະເບີດໃນລະຫວ່າງການຫາສຽງເລືອກຕັ້ງທີ່ເມືອງບັນນູ ທາງພາກຕາເວັນຕົກສຽງເໜືອຂອງປາກິດສະຖານ ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 39 ຄົນ ໂດຍມີເປົ້າໝາຍຄືຂະບວນຫາສຽງຂອງພັກມຸດທາຮິດາ ມາລິສ-ອີ-ອາມານ (MMA) ແຕ່ຍັງບໍ່ມີກຸ່ມໃດອອກມາຍອມຮັບເຊັ່ນກັນ.

No comments

Powered by Blogger.