ປ.ທຣຳ ເອົາຈົດໝາຍທີ່ຜູ້ນຳເກົາຫຼີເໜືອສົ່ງຫາ ລົງເຜີຍແຜ່ໃນໂລກອອນລາຍ - ອິດສະຫຼະ

ປ.ທຣຳ ເອົາຈົດໝາຍທີ່ຜູ້ນຳເກົາຫຼີເໜືອສົ່ງຫາ ລົງເຜີຍແຜ່ໃນໂລກອອນລາຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ກໍລະກົດ 2018 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງສຳເນົາພາບຖ່າຍຈົດໝາຍຈາກທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ພ້ອມຄຳບັນຍາຍວ່າເປັນ “ຈົດໝາຍທີ່ດີຫຼາຍ!” ແລະ “ຂະບວນການຄືບໜ້າເປັນຢ່າງດີ” ຈົດໝາຍສະບັບດັ່ງກ່າວລົງວັນທີ 6 ກໍລະກົດ ທີ່ຜ່ານມາ ເຊິ່ງເປັນວັນທີ ທີ່ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງເປັນຄັ້ງທີ 3 ພາຍໃນໄລຍະເວລາພຽງບໍ່ພໍເທົ່າໃດເດືອນ ໂດຍທ່ານ ໄມ ພອມແພວ ໄດ້ພົບປະໂອລົ້ມກັບທ່ານ ຄິມ ຢອງ-ຊອນ ຮອງປະທານພັກແຮງງານເກົາຫຼີ ແຕ່ບໍ່ໄດ້ພົບປະກັບທ່ານ ຄິມ ຈອງ-ອຶນ.
ເຊິ່ງເນື້ອໃນຂອງຈົດໝາຍສະບັບດັ່ງກ່າວລະບຸເຖິງຖະແຫຼງການຮ່ວມຂອງຜູ້ນຳເກົາຫຼີເໜືອ ກັບ ຜູ້ນຳສະຫະລັດ ອາເມຣິກາ ທີ່ສິງກະໂປ ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມາ ວ່າເປັນຈຸດເລີ່ມຕົ້ນຂອງການເດີນທາງທີ່ມີຄວາມໝາຍ ແລະ ທ່ານ ຄິມ ຈອງ-ອຶນ ມີຄວາມເຊື່ອໝັ້ນໜັກແໜ້ນຕໍ່ຄວາາມຸ່ງໝັ້ນອັນແຮງກ້າ, ຄວາມພະຍາຍາມຢ່າງຈິງໃຈ ແລະ ການປະຕິບັດຕໍ່ກັນໃນແບບພິເສດລະຫວ່າງທ່ານ ຄິມ ຈອງ-ອຶນ ກັບ ທ່ານ ໂດໂນ ທຣຳ ຈະເປັນການເປີດປະຕູສູ່ອະນາຄົດໃໝ່ລະຫວ່າງເກົາຫຼີເໜືອ ກັບ ສະຫະລັດ ອາເມຣິກາ ແລະ ແນ່ນອນວ່າຈະປະສົບຄວາມສຳເລັດ.


ເຖິງຢ່າງໃດກໍ່ຕາມ, ໃນອີກດ້ານໜຶ່ງມີລາຍງານວ່າ: ສະຫະລັດ ອາເມຣິກາ ໄດ້ຍື່ນຄຳຮ້ອງເຖິງຄະນະກຳມາທິການຂວໍ້າບາດຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຮຽກຮ້ອງໃຫ້ມີການອອກມາດຕະການຫ້າມການຊື້-ຂາຍຜະລິດຕະພັນປີໂຕຣລຽມສຳເລັດຮູບກັບເກົາຫຼີເໜືອທັນທີ ເນື່ອງຈາກລັດຖະບານສະຫະລັດ ອາເມຣິກາກວດສອບພົບວ່າ ໃນລະຫວ່າງວັນທີ 1 ມັງກອນ ເຖິງ 30 ພຶດສະພາ ປີນີ້ ມີການສົ່ງອອກຜະລິດຕະພັນຊະນິດດັ່ງກ່າວສູ່ເກົາຫຼີເໜືອຫຼາຍເຖິງ 759,793 ບາເຣວ ເກີນກວ່າປະລິມານຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດກຳນົດໄວ້ ທີ່ບໍ່ໃຫ້ເກີນ 500,000 ບາເຣວເທົ່ານັ້ນ.



No comments

Powered by Blogger.