ຫວຽດນາມ ຕັດອິດສະຫຼະພາບ ກຸ່ມຜູ້ປະທ້ວງຮຸນແຮງ ຕໍ່ຕ້ານສຳປະທານດິນ 99 ປີ - ອິດສະຫຼະ

ຫວຽດນາມ ຕັດອິດສະຫຼະພາບ ກຸ່ມຜູ້ປະທ້ວງຮຸນແຮງ ຕໍ່ຕ້ານສຳປະທານດິນ 99 ປີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ກໍລະກົດ 2018 ທີ່ຜ່ານມາວ່າ: ສານຫວຽດນາມໃນແຂວງບິນຖ່ວນ ທາງພາກໃຕ້ຂອງຫວຽດນາມ ມີຄຳພິພາກສາເມື່ອວັນພະຫັດທີ່ຜ່ານມາ ໃຫ້ລົງໂທດຕັດອິດສະຫຼະພາບປະຊາຊົນ 6 ຄົນ ເປັນເວລາຫຼາຍເດືອນຈົນເຖິງ 2 ປີ ຈາກຄວາມຜິດຖານໃຊ້ຄວາມຮຸນແຮງ, ດຶກແກວ່ງກ້ອນຫິນ ແລະ ລະເບີດໄຟໃສ່ເຈົ້າໜ້າທີ່ຕຳຫຼວດ ລະຫວ່າງການປະທ້ວງຕໍ່ຕ້ານຮ່າງກົດໝາຍໃຫ້ເອກະຊົນເຊົ່າເນື້ອທີ່ດິນ 99 ປີ ໃນເຂດເສດຖະກິດພິເສດຫຼາຍແຫ່ງຂອງຫວຽດນາມ.


ລາຍງານຂອງສື່ທ້ອງຖິ່ນຫວຽດນາມໃຫ້ຮູ້ວ່າ: ຈຳເລີຍທັງ 6 ຄົນຖືກສານແຂວງບິນຖ່ວນຕັດສິນວ່າ ມີຄວາມຜິດຖານກໍ່ກວນຄວາມສະຫງົບສຸກຂອງສາທາລະນະ, ການປະທ້ວງຮ່າງກົດໝາຍໃຫ້ເຊົ່າດິນ ເກີດຂຶ້ນທົ່ວຫວຽດນາມເມື່ອເດືອນທີ່ຜ່ານມາ ໂດຍກຸ່ມຜູ້ປະທ້ວງເປັນຫ່ວງວ່າເຂດເສດຖະກິດພິເສດຂອງຫວຽດນາມ ຈະຕົກໄປຢູ່ໃນມືຂອງກຸ່ມນັກລົງທຶນຈີນ ແລະ ຍັງມີຜູ້ປະທ້ວງອີກຫຼາຍສິບຄົນທີ່ຖືກເຈົ້າໜ້າທີ່ຈັບກຸມ ແລະ ລໍຖ້າການພິຈາລະນາຄະດີໃນສານ.




No comments

Powered by Blogger.