ມູນຄ່າການນຳເຂົ້າ-ສົ່ງອອກ 6 ເດືອນຕົ້ນປີ 2018 ບັນລຸໄດ້ທັງໝົດ 5,011 ລ້ານໂດລາ - ອິດສະຫຼະ

ມູນຄ່າການນຳເຂົ້າ-ສົ່ງອອກ 6 ເດືອນຕົ້ນປີ 2018 ບັນລຸໄດ້ທັງໝົດ 5,011 ລ້ານໂດລາ



ກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າ: ໃນ 6 ເດືອນຕົ້ນປີ 2018 ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງ ສປປ.ລາວ ສາມາດບັນລຸໄດ້ທັງໝົດ 5,011 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 14.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ.

ໂດຍການສົ່ງອອກປະຕິບັດໄດ້ 2,262 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 4.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສິນຄ້າສົ່ງອອກຕົ້ນຕໍແມ່ນໄຟຟ້າ, ທອງ ແລະ ແຮ່ທອງ, ໂຄງຮ່າງກ້ອງບັນທຶກພາບ, ເຄື່ອງໃຊ້ໄຟຟ້າ, ເຄື່ອງນຸ່ງຫົ່ມ,​ ຄຳປະສົມ, ກາເຟ, ໝາກກ້ວຍ ແລະ ຢາງພາລາ, ປະເທດສົ່ງອອກຕົ້ນຕໍແມ່ນ: ໄທ, ຈີນ, ຫວຽດນາມ, ອິນເດຍ, ຍີ່ປຸ່ນ ແລະ ເຢຍລະມັນ.

ສ່ວນການນຳເຂົ້າບັນລຸໄດ້ 2,212 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 24.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສິນຄ້າທີ່ນຳເຂົ້າຕົ້ນຕໍ່ແມ່ນນ້ຳມັນເຊື້ອໄຟ (ນ້ຳມັນແອັດຊັງ, ກາຊວນ ແລະ ກາດ), ເຄື່ອງໃຊ້ໄຟຟ້າ, ພາຫະນະທາງບົກ ແລະ ຊິ້ນສ່ວນອາໄຫຼ່, ອຸປະກອນກົນຈັກ, ເຄື່ອງໃຊ້ໄຟຟ້າ, ເຫຼັກ ແລະ ອຸປະກອນທີ່ເຮັດດ້ວຍເຫຼັກ. ປະເທດທີ່ ສປປ.ລາວ ນຳເຂົ້າສ່ວນໃຫຍ່ ຍັງແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດເຊັ່ນ: ໄທ, ຈີນ ແລະ ຫວຽດນາມ. ນອກຈາກນັ້ນ, ຍັງນຳເຂົ້າມາຈາກປະເທດຍີ່ປຸ່ນ, ເກົາຫຼີໃຕ້, ອິນໂດເນເຊຍ, ສິງກະໂປ.

No comments

Powered by Blogger.