ລັດເຊຍປະສົບຄວາມສຳເລັດ ຍານຂົນສົ່ງສະບຽງເຖິງສະຖານນີອະວະກາດດ້ວຍຄວາມໄວສ້າງສະຖິຕິໃໝ່ - ອິດສະຫຼະ

ລັດເຊຍປະສົບຄວາມສຳເລັດ ຍານຂົນສົ່ງສະບຽງເຖິງສະຖານນີອະວະກາດດ້ວຍຄວາມໄວສ້າງສະຖິຕິໃໝ່



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ມິຖຸນາ 2018 ທີ່ຜ່ານມາວ່າ: ຍານຂົນສົ່ງໂພຣເກຣສ (Progress) ຂອງອົງການອະວະກາດຣອສຄອສມອສ (Roscosmos) ແຫ່ງລັດເຊຍ ອອກເດີນທາງຈາກພື້ນໂລກເມື່ອເວລາ 21:51 ນາທີ ຂອງຄືນວັນຈັນທີ່ຜ່ານມາ ຕາມເວລາມາດຕະການສາກົນ ຈາກຖານປ່ອຍຍານອະວະກາດໄບໂຄນູ ຄອສໂມໂດຣມ ໃນປະເທດກາຊັກສະຖານ ແລະ ເດີນທາງໄປເຖິງສະຖານນີອະວະກາດນານາຊາດ (ISS) ເມື່ອຕອນເຊົ້າມືດຂອງວັນອັງຄານທີ່ຜ່ານມາ.

ຖະແຫຼງການຂອງຣອສຄອສມອສກ່າວວ່າ ໄລຍະເວລາຂອງການເດີນທາງລະຫວ່າງຂຶ້ນຈາກຖານປ່ອຍກັບການເຊື່ອມຕໍ່ເຂົ້າກັບສະຖານີໃຊ້ເວລາທັງໝົດ 3 ຊົ່ວໂມງກັບອີກ 40 ນາທີ ຖືເປັນຄັ້ງທຳອິດໃນປະຫວັດສາດຂອງຍານຂົນສົ່ງອະວະກາດໂພຣເກຣສ ເຊິ່ງໄວກວ່າສະຖິຕິເດີມເຖິງ 2 ຊົ່ວໂມງ.

ສະຖານນີອະວະກາດນານາຊາດໂຄຈອນຢູ່ເໜືອພື້ນໂລກປະມານ 330-435 ກິໂລແມັດ ສະຖິຕິຂອງການເດີນທາງໄປເຖິງສະຖານນີອະວະກາດນານາຊາດໄວ້ທີ່ສຸດຄື 5 ຊົ່ວໂມງ 39 ນາທີ.

ເຈົ້າໜ້າທີ່ຂອງຣອສຄອສມອສເປີດເຜີຍວ່າ ໄລຍະເວລາທີ່ຫຼຸດລົງຂອງຍານໂພຣເກຣສ ເອັມເອສ-09 ເຊິ່ງໃຊ້ຈະຫຼວດຂັບດັນ ໂຊຢູສ 2.1 ເກີດຈາກລະບົບນຳທາງແບບໃໝ່, ການເດີນທາງເມື່ອວັນອັງຄານທີ່ຜ່ານມາ ຍານໂພຣເກຣສນຳສະບຽງໄປສົ່ງສະຖານນີອະວະກາດນານາຊາດ ລວມນ້ຳໜັກ 2 ໂຕນ, ສ່ວນໃຫຍ່ເປັນເຊື້ອໄຟ ສ່ວນທີ່ເຫຼືອເປັນອົກຊີ, ນ້ຳ ແລະ ວັດສະດຸສຳລັບການທົດລອງທາງວິທະຍາສາດ.




No comments

Powered by Blogger.