ສ.ອາເມຣິກາ ເພີ່ມມາດຕະການເຂັ້ມງວດອອກວີຊາ ໃຫ້ເຈົ້າໜ້າທີ່ລັດຂອງ ສປປ.ລາວ ແລະ ມຽນມາ - ອິດສະຫຼະ

ສ.ອາເມຣິກາ ເພີ່ມມາດຕະການເຂັ້ມງວດອອກວີຊາ ໃຫ້ເຈົ້າໜ້າທີ່ລັດຂອງ ສປປ.ລາວ ແລະ ມຽນມາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10​ ກໍລະກົດ 2018 ທີ່ຜ່ານມາວ່າ:​ ກະຊວງຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາເມຣິກາ ອອກຖະແຫຼ່ງການເມື່ອວັນອັງຄານທີ່ຜ່ານມາວ່າ ລັດຖະບານສະຫະລັດ ອາເມຣິກາ ໄດ້ເພີ່ມຄວາມເຂັ້ມງວດໃນມາດຕະການພິຈາລະນາອອກວີຊາໃຫ້ກັບພົນລະເມືອງບາງກຸ່ມຈາກມຽນມາ ແລະ ສປປ.ລາວ ເນື່ອງຈາກທັງສອງປະເທດປະຕິເສດຮັບກັບພົນລະເມືອງຂອງຕົນເອງ ທີ່ອາໄສຢູ່ໃນສະຫະລັດ ອາເມຣິກາຢ່າງຜິດກົດໝາຍ ແລະ ລັດຖະບານສະຫະລັດ ອາເມຣິກາຈຳເປັນຕ້ອງຊຸກດັນບຸກຄົນກຸ່ມນີ້ອອກນອກປະເທດ.


ຖະແຫຼງການຂອງກະຊວງຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາເມຣິກາລະບຸວ່າ ຕາບໃດທີ່ລັດຖະບານຂອງທັງສອງປະເທດຍັງຄົງບໍ່ແດງເຖິງການໃຫ້ຄວາມຮ່ວມມືຢ່າງເໝາະສົມ ມາດຕະການຈຳກັດການອອກວີຊາອາດມີການຂະຫຍາຍວົງກວ້າງໄປອີກ ເຊິ່ງໝາຍເຖິງປະຊາຊົນທົ່ວໄປອາດໄດ້ຮັບຜົນກະທົບຕາມໄປດ້ວຍ ການຍົກເລີກຂໍ້ຈຳກັດຈະເກີດຂຶ້ນຕໍ່ກໍ່ເມື່ອມຽນມາ ແລະ ສປປ.ລາວ ໃຫ້ການຮ່ວມມືກັບສະຫະລັດ ອາເມຮິກາ ໃນລະດັບທີ່ຍອມຮັບໄດ້.

ເຊິ່ງຂໍ້ມູນຂອງກະຊວງຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາເມຣິກາບໍ່ໄດ້ລະບຸລາຍລະອຽດກ່ຽວກັບພົນລະເມືອງມຽນມາ ແລະ ສປປ.ລາວ ທີ່ຈະໄດ້ຮັບຜົນກະທົບຈາກມາດຕະການດັ່ງກ່າວຢ່າງຊັດເຈນ, ເຖິງຢ່າງໃດກໍ່ຕາມ ແຫຼ່ງຂ່າວໃນກະຊວງການຕ່າງປະເທດສະຫະລັດ ອາເມຣິກາເປີດເຜີຍວ່າ ສະຫະລັດ ອາເມຣິກາໄດ້ສັ່ງໃຫ້ສະຖານທູດ ແລະ ສະຖານກົງສຸນໃຫຍ່ຂອງສະຫະລັດ ອາເມຣິກາໃນມຽນມາ ແລະ ສປປ.ລາວ ເພີ່ມຄວາມເຂັ້ມງວດໃນການອອກວີຊາປະເພດ B1 ສຳລັບການເຮັດວຽກ ແລະ B2 ສຳລັບການເດີນທາງທ່ອງທ່ຽວ ສຳລັບເຈົ້າໜ້າທີ່ກະຊວງແຮງງານ, ໜ່ວຍການກວດຄົນເຂົ້າເມືອງ, ກະຊວງປ້ອງກັນຄວາມສະຫງົບຂອງທັງສອງປະເທດໃນລະດັບຮອງຫົວໜ້າຂຶ້ນໄປ ແລະ ຄຳສັ່ງດັ່ງກ່າວຈະຄວບຄຸມທັງສະມາຊິກໃນຄອບຄົວອີກດ້ວຍ.

No comments

Powered by Blogger.