ໄຕ້ຫວັນກຽມຮັບມືກັບພາຍຸໄຕ້ຝຸ່ນມາເຣຍ, ຂະນະທີ່ນ້ຳຖ້ວມຍີ່ປຸ່ນຍອດຜູ້ເສຍຊີວິດສູງເຖິງ 156 ຄົນແລ້ວ ຍັງສູນຫາຍຈຳນວນຫຼາຍ - ອິດສະຫຼະ

ໄຕ້ຫວັນກຽມຮັບມືກັບພາຍຸໄຕ້ຝຸ່ນມາເຣຍ, ຂະນະທີ່ນ້ຳຖ້ວມຍີ່ປຸ່ນຍອດຜູ້ເສຍຊີວິດສູງເຖິງ 156 ຄົນແລ້ວ ຍັງສູນຫາຍຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 10 ກໍລະກົດ 2018 ວ່າ: ເຈົ້າໜ້າທີ່ໄຕ້ຫວັນ ໄດ້ອົບພະຍົບປະຊາຊົນ ທີ່ອາໄສຢູ່ຕາມເຂດພື້ນທີ່ສ່ຽງໃກ້ກັບພູ, ໄດ້ສັ່ງປິດໂຮງຮຽນ ແລະ ສຳນັກງານ, ສ່ວນສາຍການບິນຕ່າງໆ ໄດ້ປະກາດຍົກເລີກຖ້ຽວບິນໃນວັນອັງຄານນີ້, ຂະນະທີ່ພາຍຸໄຕ້ຝຸ່ນ “ມາເຣຍ” ທີ່ມີທິດທາງເຂົ້າຫາເກາະໄຕ້ຫວັນ ໄດ້ເຮັດໃຫ້ເກີດຝົນຕົກໜັກ ແລະ ກະແສລົມພັດແຮງ.


ສຳນັກງານອຸຕຸນິຍົມວິທະຍາໄຕ້ຫວັນລາຍງານວ່າ: ເມື່ອເວລາ 17:00 ໂມງ ຂອງວັນອັງຄານນີ້ ຕາມເວລາທ້ອງຖິ່ນ ພາຍຸໄຕ້ຝຸ່ນມາເຣຍໄດ້ເຄື່ອນຕົວຢູ່ໃນມະຫາສະໝຸດປາຊີຟິກ ປະມານ 310 ກິໂລແມັດນອກຝັ່ງເບື້ອງທິດຕາເວັນອອກຂອງເມືອງອີ້ຫຼານ ດ້ວຍຄວາມໄວລົມເຖິງ 173 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຜົນກະທົບຈະຮຸນແຮງສຸດໃນຕອນກາງເດິກຂອງຄືນວັນອັງຄານນີ້ ບາງພື້ນທີ່ອາດມີປະຕິມານນ້ຳຝົນເຖິງ 500 ມິລິແມັດ.


ທາງການໄຕ້ຫວັນໄດ້ສົ່ງທະຫານກະຈາຍກຳລັງອອກໄປເສີມກັບເຈົ້າໜ້າທີ່ທ້ອງຖິ່ນ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນໃນຫຼາຍພື້ນທີ່ສ່ຽງ ແລະ ປະຊາຊົນເກືອບ 700 ຄົນ ຖືກອົບພະຍົບອອກຈາກບ້ານເຮືອນ ທີ່ຢູ່ຕີນພູໃນເມືອງອີ້ຫຼານ ເມື່ອຫົວຄ່ຳຂອງວັນອັງຄານນີ້ ເນື່ອງຈາກເປັນຫ່ວງວ່າຈະເກີດດິນເຈື່ອນ.

ທາງດ້ານຂອງຍີ່ປຸ່ນ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄວາມຄືບໜ້າຂອງສະຖານະການນ້ຳຖ້ວມ ຈາກຝົນຕົກໜັກທີ່ສຸດໃນຮອບ 36 ປີ ທາງພາກຕາເວັນຕົກ ແລະ ພາກກາງຂອງຍີ່ປຸ່ນ ເມື່ອວັນອັງຄານໜ່ວຍກູ້ໄພຍັງຄົງຄົ້ນຫາຜູ້ສູນຫາຍ ໃນພື້ນທີ່ປະສົບໄພ, ຂະນະທີ່ປະຊາຊົນຈຳນວນຫຼາຍທີ່ອົບພະຍົບອອກຈາກບ້ານເຮືອນໄດ້ພັກເຊົາຢູ່ສູນພັກເຊົາຊົ່ວຄາວ ທີ່ທາງການຈັດໃຫ້ໃນຫຼາຍເມືອງ ໂດຍລັດຖະບານຍີ່ປຸ່ນໄດ້ຕັ້ງໜ່ວຍງານສະເພາະກິດ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນເປັນການດ່ວນທີ່ສຸດ.


ເຊິ່ງໂຄສົກສຳນັງານບໍລິຫານໄພພິບັດ ແລະ ດັບເພີງຍີ່ປຸ່ນກ່າວວ່າ ສະຖານະການຫຼ້າສຸດເລີ່ມຜ່ອນຄາຍລົງແລ້ວ ປະຊາຊົນບາງສ່ວນເລີ່ມກັບບ້ານເຮືອນ, ພື້ນທີ່ໆໄດ້ຮັບຜົນກະທົບຫຼາຍທີ່ສຸດແມ່ນຢູ່ທາງພາກຕາເວັນອອກ ລວມເຖິງແຂວງຮິໂຣຊິມະ, ໂອກາຢາມະ, ກຽວໂຕ ແລະ ເອຮິເມະ ສ່ວນຈຳນວຜູ້ເສຍຊີວິດ ເຖິງເວລາ 19:00 ຂອງວັນອັງຄານ ທີ່ໄດ້ຮັບການຢືນຢັນ ເພີ່ມຂຶ້ນເປັນຢ່າງໜ້ອຍ 156 ຄົນແລ້ວ ແລະ ຍັງສູນຫາຍອີກວ່າ 50 ຄົນ.

No comments

Powered by Blogger.