ນ້ອງໆທີມໝູປ່າ ອອກຖ້ຳຫຼວງມາໄດ້ແລ້ວເປັນຄົນທີ 8, ສ່ວນອີກ 5 ຄົນຍັງລໍຖ້າຮອບຕໍ່ໄປ - ອິດສະຫຼະ

ນ້ອງໆທີມໝູປ່າ ອອກຖ້ຳຫຼວງມາໄດ້ແລ້ວເປັນຄົນທີ 8, ສ່ວນອີກ 5 ຄົນຍັງລໍຖ້າຮອບຕໍ່ໄປ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ກໍລະກົດ 2018 ທີ່ຜ່ານມາວ່າ: ທ່ານ ນະຣົງສັກ ໂອສົດທະນາກອນ ຜູ້ບັນຊາການສູນອຳນວຍການຮ່ວມຄົ້ນຫາຜູ້ສູນຫາຍໃນຖ້ຳຫຼວງ, ປ່າສະຫງວນຂຸນນ້ຳນາງນອນ ຈັງຫວັດຊຽງຣາຍ ປະເທດໄທ ຖະແຫຼງຂ່າວຕໍ່ສື່ມວນຊົນ ເຖິງຄວາມຄືບໜ້າຂອງພາລະກິດຊ່ວຍເຫຼືອນ້ອງໆທີມໝູປ່າ ອະຄາເດມີ ທີ່ຍັງເຫຼືອຢູ່ໃນຖ້ຳ 9 ຄົນ ກ່າວວ່າ: ສາມາດຊ່ວຍເຫຼືອນ້ອງໆອອກມາໄດ້ອີກ 4 ຄົນ ແລະ ໄດ້ສົ່ງເຖິງໂຮງໝໍເປັນທີ່ຮຽບຮ້ອຍ, ໂດຍປະຕິບັດການໄດ້ເລີ່ມຕັ້ງແຕ່ 11:00 ເຖິງ 20:00 ໂມງ ຂອງວັນຈັນທີ່ຜ່ານມາ ເຊິ່ງທັງ 4 ຄົນປອດໄພດີ. ໂດຍປະຕິບັດການຄັ້ງທຳອິດເມື່ອວັນອາທິດທີ່ຜ່ານມາແມ່ນໃຊ້ເວລາ 11 ຊົ່ວໂມງ ແຕ່ໃນວັນຈັນທີ່ຜ່ານມາໃຊ້ເວລາພຽງ 9 ຊົ່ວໂມງ ໄວ້ຂຶ້ນ 2 ຊົ່ວໂມງ ໂດຍໃຊ້ທີມປະຕິບັດງານຫຼາຍຂຶ້ນ ມີຄວາມຊຳນານຫຼາຍຂຶ້ນ ລົງໄປປະມານ 100​ ກວ່າຄົນ, ຄົນດຳນ້ຳມີ 18 ຄົນ ແລະ ໄດ້ກຽມພ້ອມຢ່າງເຕັມທີ່ໃນຄັ້ງຖັດໄປ.

ຜູ້ສື່ຂ່າວຖາມວ່າ ໃນວັນອັງຄານນີ້ ທີມໝູປ່າອີກ 5 ຄົນທີ່ເຫຼືອ ຈະອອກມາທັງໝົດເລີຍບໍ່? ທ່ານ ນະຣົງສັກ ກ່າວວ່າ ທຸກຢ່າງຂຶ້ນຢູ່ກັບສະພາບຄວາມພ້ອມ.


ໃນດ້ານຂອງທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ກໍ່ໄດ້ໄປຢ້ຽມຢາມໃຫ້ກຳລັງໃຈເຈົ້າໜ້າທີ່ທຸກຝ່າຍທີ່ກ່ຽວຂ້ອງ ແລະ ຄອບຄົວຂອງນ້ອງໆທີມໝູປ່າ ພ້ອມທັງກ່າວວ່າຕ້ອງຖອດຖອນບົດຮຽນຈາກເຫດການນີ້ ແລະ ບໍ່ຄວນມີເຫດການແບບນີ້ເກີດຂຶ້ນອີກ.

ໂດຍນັກເຕະບານເຍົາວະຊົນທີມ ໝູປ່າ ອະຄາເດມີທັງ 13 ຄົນ ແມ່ນໄດ້ຕິດຢູ່ໃນຖ້ຳຫຼວງ ມາຕັ້ງແຕ່ວັນທີ 23 ມິຖຸນາ ທີ່ຜ່ານມາ ຈາກການຄົ້ນຫາພາຍໃນຖ້ຳທີ່ເຕັມໄປດ້ວຍອຸປະສັກ ເພາະມີນ້ຳຖ້ວມຂັງ ແລະ ກິນເວລາໄປເຖິງ 10 ວັນ ຈຶ່ງຄົ້ນພົບທີມໝູປ່າ ໃນວັນທີ 2 ກໍລະກົດ ທີ່ຜ່ານມາ ໂດຍນັກດຳນ້ຳຈາກປະເທດອັງກິດ. ພາຍຫຼັງຄົ້ນພົບກໍ່ໄດ້ມີການດຳເນີນການໃນຫຼາຍດ້ານ ເພື່ອຫາແນວທາງໃນການນຳທີມໝູປ່າອອກຈາກຖ້ຳ ທັງການສູບນ້ຳອອກຈາກຖ້ຳ ແລະ ການຊອກຫາຊ່ອງທາງໃໝ່ເພື່ອອອກຈາກຖ້ຳ.

ແຕ່ດ້ວຍໄລຍະເວລາທີ່ບິບບັງຄັບ ແລະ ທັງເປັນລະດູຂອງຟ້າຝົນ ຈຶ່ງໄດ້ມີການຕັດສິນໃຈຢ່າງຮີບດ່ວນ ເພື່ອຄວາມປອດໄພຂອງທຸກຄົນ ລວມທັງນ້ອງໆ ແລະ ທຸກໜ່ວຍງານທີ່ປະຕິບັດພາລະກິດຄົ້ນຫາ, ໃນທີ່ສຸດເມື່ອວັນອາທິດ ທີ່ຜ່ານມາ ພາຍຫຼັງລະດັບນ້ຳໃນຖ້ຳຫຼຸດລົງ ຈຶ່ງໄດ້ມີການຕັດສິນໃຈນຳນ້ອງໆຊຸດທຳອິດອອກມາໄດ້ 4 ຄົນ ແລະ ໃນວັນຈັນ ທີ່ຜ່ານມາອີກ 4 ຄົນ ເຊິ່ງປັດຈຸບັນນີ້ຍັງເຫຼືອຢູ່ໃນຖ້ຳ 5 ຄົນ ທີ່ຕ້ອງດຳເນີນການຕໍ່ໄປ.

No comments

Powered by Blogger.