ສ.ອາເມຣິກາບອກເກົາຫຼີເໜືອ ໃຫ້ເບິ່ງຫວຽດນາມເປັນຕົ້ນແບບ ໃນການສ້າງສາຍພົວພັນຈາກສັດຕູ ສູ່ຮຸ້ນສ່ວນ - ອິດສະຫຼະ

ສ.ອາເມຣິກາບອກເກົາຫຼີເໜືອ ໃຫ້ເບິ່ງຫວຽດນາມເປັນຕົ້ນແບບ ໃນການສ້າງສາຍພົວພັນຈາກສັດຕູ ສູ່ຮຸ້ນສ່ວນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 8 ກໍລະກົດ 2018 ທີ່ຜ່ານມາວ່າ: ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວຕໍ່ກອງປະຊຸມຜູ້ບໍລິຫານທຸລະກິດໃນນະຄອນຫຼວງຮາໂນຍ ເມື່ອວັນອາທິດທີ່ຜ່ານມາວ່າ: ທ່ານຫວັງວ່າໃນມື້ໜຶ່ງສະຫະລັດ ອາເມຣິກາຈະເປັນຮຸ້ນສ່ວນກັບເກົາຫຼີເໜືອ ໃນລະດັບດຽວກັນກັບຫວຽດນາມ ອະດີດປະເທດທີ່ເປັນສັດຕູກັນມາຢ່າງຍາວນານ.


ຄວາມເຫັນຂອງທ່ານ ໄມ ພອມແພວ ເກີດຂຶ້ນພາຍຫຼັງທີ່ທ່ານເດີນທາງຢ້ຽມຢາມເກົາຫຼີເໜືອເປັນເວລາ 2 ວັນລະຫວ່າງວັນສຸກ-ວັນເສົາ ທີ່ຜ່ານມາ ໂດຍມີເປົ້າໝາຍເພື່ອເຈລະຈາກັບຜູ້ນຳເກົາຫຼີເໜືອ ໃຫ້ຍົກເລີກໂຄງການອາວຸດນິວເຄຼຍ ແຕ່ຖືກເກົາຫຼີເໜືອກ່າວຫາວ່າ ເອົາລັດເອົາປຽບ ຮຽກຮ້ອງແຕ່ພຽງຝ່າຍດຽວແບບແກ້ງອັນທະພານ.

ທ່ານ ໄມ ພອມແພວ ກ່າວອີກວ່າ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເຊື່ອວ່າເກົາຫຼີເໜືອສາມາດເບິ່ງຫວຽດນາມເປັນຕົວຢ່າງ ເຊິ່ງຜູ້ນຳຫວຽດນາມຮູ້ດີວ່າປະເທດຫວຽດນາມສາມາດປະຕິຮູບ ແລະ ສ້າງສາຍພົວພັນກັບສະຫະລັດ ໂດຍບໍ່ສົ່ງຜົນກະທົບຕໍ່ອະທິປະໄຕ ແລະ ຮູບແບບການປົກຄອງຂອງລັດຖະບານ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາກ່າວອີກວ່າ ໃນໄລຍະ 20 ທີ່ຜ່ານມາ ການຄ້າສອງຝ່າຍລະຫວ່າງສະຫະລັດ ອາເມຣິກາ ແລະ ຫວຽດນາມ ເຕີບໃຫຍ່ຂະຫຍາຍຕົວເຖິງ 8,000%, ບໍລິສັດຕ່າງໆ ໃນສະຫະລັດ ອາເມຣິກາ ນຳເງິນເຂົ້າມາລົງທຶນໃນຫວຽດນາມຫຼາຍພັນລ້ານໂດລາສະຫະລັດ ແລະ ຄວາມພິເສດນີ້ສາມາດເກີດຂຶ້ນກັບເກົາຫຼີເໜືອໄດ້ເຊັ່ນກັນ.

No comments

Powered by Blogger.