ຍອດຜູ້ເສຍຊີວິດຈາກໄພນ້ຳຖ້ວມຍີ່ປຸ່ນຄັ້ງຮຸນແຮງ ເພີ່ມສູງກວ່າ 80 ຄົນແລ້ວ ແລະ ຍັງສູນຫາຍຈຳນວນຫຼາຍ - ອິດສະຫຼະ

ຍອດຜູ້ເສຍຊີວິດຈາກໄພນ້ຳຖ້ວມຍີ່ປຸ່ນຄັ້ງຮຸນແຮງ ເພີ່ມສູງກວ່າ 80 ຄົນແລ້ວ ແລະ ຍັງສູນຫາຍຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 9 ກໍລະກົດ 2018 ວ່າ: ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນ ລາຍງານເມື່ອວັນອາທິດທີ່ຜ່ານມາ ກ່ຽວກັບສະຖານະການໄພນ້ຳຖ້ວມຄັ້ງຮຸນແຮງທີ່ສຸດໃນປະຫວັດສາດຂອງປະເທດ ວ່າພື້ນທີ່ປະສົບໄພໄດ້ຂະຫຍາຍເປັນວົງກວ້າງກວມເອົາ 19 ແຂວງ, ສ່ວນໃຫຍ່ຢູ່ບໍລິເວນພາກຕາເວັນຕົກຂອງເກາະຮອນຊູ ໂດຍໜຶ່ງໃນພື້ນທີ່ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດຄືແຂວງໂອກາຢາມະ ເນື່ອງຈາກລະດັບນ້ຳໃນອ່າງເກັບນ້ຳ 3 ແຫ່ງໃກ້ກັບແມ່ນ້ຳໂອດະ ເຊິ່ງເປັນແມ່ນ້ຳສາຍຫຼັກລົ້ນແນວກັ້ນນ້ຳໄຫຼເຂົ້າເຂດທີ່ຢູ່ອາໄສ, ມີລາຍງານວ່າປະຊາຊົນຫຼາຍກວ່າ 1,000 ຄົນ ຍັງຕິດຄ້າງຢູ່ເທິງຫຼັງຄາເຮືອນ ເພື່ອລໍຖ້າການຊ່ວຍເຫຼືອຈາກເຈົ້າໜ້າທີ່.


ໃນດ້ານຂອງສຳນັກງານປ້ອງກັນ ແລະ ຫຼຸດຜ່ອນໄພແຫ່ງຊາດຍີ່ປຸ່ນລະບຸຈຳນວນຜູ້ເສຍຊີວິດຈາກໄພນ້ຳຖ້ວມຄັ້ງນີ້ມີຢ່າງໜ້ອຍ 88 ຄົນແລ້ວ, ພົບຫຼາຍທີ່ສຸດ 38 ຄົນໃນແຂວງຮິໂຣຊິມະ, 21 ຄົນໃນແຂວງເອຮິເມະ ແລະ 13 ຄົນໃນແຂວງໂອກາຢາມະ ແຕ່ຍັງມີລາຍງານຜູ້ສູນຫາຍອີກປະມານ 50 ຄົນ ນອກຈາກນີ້ ບ້ານເຮືອນ ແລະ ສິ່ງປຸກສ້າງຫຼາຍກວ່າ 267,000 ແຫ່ງຈົມຢູ່ໃຕ້ນ້ຳທີ່ຖ້ວມສູງຫຼາຍແມັດ, ຂະນະທີ່ຄຳສັ່ງອົບພະຍົບປະຊາຊົນແລ້ວເກືອບ 6 ລ້ານຄົນ ແລະ ມີຜູ້ອົບພະຍົບແລ້ວເກືອບ 2 ລ້ານຄົນ.

ຂະນະທີ່, ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວວ່າເຈົ້າໜ້າທີ່ຈາກໜ່ວຍງານທຸກແຫ່ງທີ່ກ່ຽວຂ້ອງລວມ 54,000 ຄົນ ປະຕິບັດໜ້າທີ່ຢ່າງແຂ່ງຂັນກັບເວລາ ໃນການໃຫ້ການຊ່ວຍເຫຼືອຜູ້ປະສົບໄພໃຫ້ໄວທີ່ສຸດ ແລະ ມີຄວາມທົ່ວເຖິງທີ່ສຸດ ໂດຍເຈົ້າໜ້າທີ່ກອງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນ ໄດ້ລົງພື້ນທີ່ຊ່ວຍເຫຼືອປະຊາຊົນໃນການອົບພະຍົບອອກຈາກບ້ານເຮືອນ ແລະ ແຈກຍາຍສິ່ງຂອງຈຳເປັນໃຫ້ກັບຜູ້ຕ້ອງລໍຖ້າການອົບພະຍົບຕໍ່ໄປ ພ້ອມທັງຢ້ຳເຖິງຄວາມສ່ຽງຂອງການເກີດດິນເຈື່ອນ ແລະ ນ້ຳຖ້ວມກະທັນຫັນ ຈາກການທີ່ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນພະຍາກອນວ່າຍັງຈະມີຝົນຕົກລົງມາຢ່າງຕໍ່ເນື່ອງຕະຫຼອດອາທິດນີ້.

No comments

Powered by Blogger.