ຖະແຫຼງຢ່າງເປັນທາງການ, ທີມໝູປ່າຕິດຖ້ຳຫຼວງອອກມາແລ້ວ 4 ສ່ວນທີ່ເຫຼືອຍັງລໍຖ້າທີ່ຈຸດເດີມ - ອິດສະຫຼະ

ຖະແຫຼງຢ່າງເປັນທາງການ, ທີມໝູປ່າຕິດຖ້ຳຫຼວງອອກມາແລ້ວ 4 ສ່ວນທີ່ເຫຼືອຍັງລໍຖ້າທີ່ຈຸດເດີມ



ສຳນັກຂ່າວຕ່າງປະເທດລາຍງານ 8 ກໍລະກົດ 2018 ວ່າ: ທ່ານ ນະຣົງສັກ ໂອສົດທະນາກອນ ຜູ້ບັນຊາການສູນອຳນວຍການຮ່ວມຄົ້ນຫາຜູ້ສູນຫາຍໃນຖ້ຳຫຼວງ, ປ່າສະຫງວນຂຸນນ້ຳນາງນອນ ຈັງຫວັດຊຽງຣາຍ ປະເທດໄທກ່າວວ່າ ການປະຕິບັດງານມີເຈົ້າໜ້າທີ່ດຳນ້ຳທັງໝົດ 90 ກວ່າຄົນ ແລະ 50 ກວ່າຄົນເປັນນັກດຳນ້ຳຈາກຕ່າງປະເທດ ອີກ 40 ຄົນເປັນນັກດຳນ້ຳຂອງໄທ, ໃນມື້ນີ້ພວກເຮົາປະສົບຄວາມສຳເລັດຫຼາຍ ນ້ອງຄົນທຳອິດທີ່ອອກຈາກຖ້ຳມາໄດ້ ແມ່ນໃນເວລາ 17:40 ນາທີ ແລະ ຄົນທີ 2 ອອກຕໍ່ມາປະມານ 10 ນາທີ ແລະ ນຳສົ່ງໂຮງໝໍແລ້ວ ແລະ ຄົນທີ 3-4 ອອກມາປະມານ 19:40 ນາທີ ແລະ 19:50 ນາທີ ແລະ ສົ່ງຕົວໄປຍັງໂຮງໝໍແລ້ວ ທັງໝົດປອດໄພ.

ທ່ານ ນະຣົງສັກ ກ່າວອີກວ່າ ສ່ວນທີ່ເຫຼືອ 9 ຄົນ ຍັງຢູ່ຈຸດເດີມຄືບໍລິເວນເນີນນົມສາວ ເຊິ່ງຈະເລີ່ມດຳເນີນການເມື່ອພ້ອມ ແລະ ຕ້ອງວາງຖັງອົກຊີໃໝ່ທັງໝົດ ແລະ ໄດ້ມີການຮຽກປະຊຸມຄະນະເພື່ອປະເມີນສະຖານະການອີກຄັ້ງ.



ນັກເຕະບານເຍົາວະຊົນທີມ ໝູປ່າ ອະຄາເດມີ 13 ຄົນ ແມ່ນໄດ້ຕິດຢູ່ໃນຖ້ຳຫຼວງ ມາຕັ້ງແຕ່ວັນທີ 23 ມິຖຸນາ ທີ່ຜ່ານມາ ຈາກການຄົ້ນຫາພາຍໃນຖ້ຳທີ່ເຕັມໄປດ້ວຍອຸປະສັກ ແລະ ກິນເວລາໄປເຖິງ 10 ວັນ ມາໃນວັນທີ 2 ກໍລະກົດ ທີ່ຜ່ານມາ ເວລາ 21:30 ນາທີ ທີມນັກດຳນ້ຳຈາກປະເທດອັງກິດ ໄດ້ພົບທີມໝູປ່າ ແລະ ທັງ 13 ຄົນຍັງມີຊີວິດ ຢູ່ບໍລິເວນທີ່ເອີ້ນວ່າເນີນນົມສາວຂອງຖ້ຳຫຼວງ.

ພາຍຫຼັງທີ່ແພດເຂົ້າໄປປະຖົມພະຍາບານເບື້ອງຕົ້ນພາຍໃນຖ້ຳ ແລະ ໃຫ້ນ້ອງໆກິນອາຫານພັກຟື້ນ ເພື່ອໃຫ້ມີກຳລັງແຮງງກັບຄືນມາ, ຈົນມາເຖິງວັນອາທິດນີ້, ສູນອຳນວຍການຮ່ວມຄົ້ນຫາຜູ້ສູນຫາຍໃນຖ້ຳຫຼວງ ຈຶ່ງໄດ້ຕັດສິນໃຈທີ່ຈະນຳນ້ອງໆທີມໝູປ່າດຳນ້ຳອອກຈາກຖ້ຳ ເພາະເປັນຫ່ວງເລື່ອງຝົນທີ່ຈະຕົກລົງມາເພີ່ມ ແລະ ອາດເຮັດໃຫ້ນ້ຳພາຍໃນຖ້ຳສູງຂຶ້ນຕື່ມອີກ, ຈົນໃນທີ່ສຸດ ປະຕິບັດການຄັ້ງທຳອິດກໍ່ສາມາດນຳພານ້ອງໆທີມໝູ່ປ່າ 4 ຄົນອອກມາຈາກຖ້ຳຢ່າງປອດໄພ.

No comments

Powered by Blogger.