ສ.ອາເມຣິກາ ຈະເດີນໜ້າຂວໍ້າບາດເກົາຫຼີເໜືອຕໍ່ໄປ ຈົນກວ່າຈະປົດອາວຸດນິວເຄຼຍຢ່າງຖາວອນ - ອິດສະຫຼະ

ສ.ອາເມຣິກາ ຈະເດີນໜ້າຂວໍ້າບາດເກົາຫຼີເໜືອຕໍ່ໄປ ຈົນກວ່າຈະປົດອາວຸດນິວເຄຼຍຢ່າງຖາວອນ



ສຳນັກຂ່າວຕ່າງປະເທດລາຍງານ 8 ກໍລະກົດ 2018 ວ່າ: ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ຖະແຫຼງໃນວັນອາທິດນີ້ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ວ່າລັດຖະບານສະຫະລັດ ອາເມຣິກາ ຈະເດີນໜ້າບັງຄັບໃຊ້ມາດຕະການກົດດັນທາງການທູດ ແລະ ເສດຖະກິດຕໍ່ເກົາຫຼີເໜືອຕໍ່ໄປ ຈົນກວ່າລັດຖະບານເກົາຫຼີເໜືອຈະມີການປົດອາວຸດນິວເຄຼຍຢ່າງຖາວອນ, ເຊິ່ງທ່ານ ໄມ ພອມແພວ ໄດ້ກ່າວເຖິງການພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອ ທີ່ນະຄອນຫຼວງປຽງຢາງເມື່ອວັນທີ 6-7 ກໍລະກົດທີ່ຜ່ານມາວ່າ ເປັນໄປດ້ວຍດີ.

ເຖິງຢ່າງໃດກໍ່ຕາມ, ພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ທ່ານ ໄມ ພອມແພວ ເດີນທາງອອກຈາກນະຄອນຫຼວງປຽງຢາງ ສຳນັກຂ່າວກາງເກົາຫຼີ (KCNA) ໄດ້ເຜີຍແຜ່ຖະແຫຼງການຂອງກະຊວງການຕ່າງປະເທດເກົາຫຼີເໜືອ ທີ່ປະນາມລັດຖະບານສະຫະລັດ ອາເມຣິກາວ່າ “ປຽບດັ່ງແກ້ງອັນທະພານ” ແລະ ທ່ານ ໄມ ພອມແພວ ມີນະໂຍບາຍທີ່ຜິດພາດຢ່າງໃຫຍ່ຫຼວງ ໃນການເດີນໜ້າກົດດັນໃຫ້ລັດຖະບານເກົາຫຼີເໜືອປະຕິບັດຕາມຄວາມຕ້ອງການຂອງສະຫະລັດ ອາເມຣິກາແຕ່ພຽງຝ່າຍດຽວ, ນອກຈາກນີ້ເກົາຫຼີເໜືອຍັງຢືນຢັນວ່າໄດ້ມີການລະເບີດທຳລາຍອຸໂມງ ແລະ ສິ່ງກໍ່ສ້າງພາຍໃນນິຄົມນິວເຄຼຍປຸງກະເຢ-ຣີ ແຕ່ໃນລະຫວ່າງການພົບປະຫາລືເມື່ອທ້າຍອາທິດທີ່ຜ່ານມາ ທ່ານ ໄມ ພອມແພວ ແລະ ຄະນະບໍ່ສາມາດພິສູດໃຫ້ເຫັນເຖິງຄວາມປະນີປະນອມຂອງສະຫະລັດ ອາເມຣິກາໄດ້.

ຂະນະດຽວກັນ, ຖະແຫຼງການຍັງລະບຸເຖິງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ປະກາດຢຸດຕິການຊ້ອມຮົບຮ່ວມລະຫວ່າງກອງທັບສະຫະລັດ ອາເມຣິກາ ກັບເກົາຫຼີໃຕ້ວ່າ ເປັນເງື່ອນໄຂທີ່ປ່ຽນແປງໄດ້ຕະຫຼອດ ແລະ ວິຈານທ່ານ ໄມ ພອມແພວ ແລະ ຄະນະວ່າບໍ່ຈິງໃຈ ຈາກການທີ່ໄດ້ຍົກເອົາບັນຫາການຢຸດຕິສົງຄາມເກົາຫຼີຢ່າງເປັນທາງການຂຶ້ນມາກ່າວວ່າ ການລົງນາມໃນສົນທິສັນຍາສັນຕິພາບ ສະຫະລັດ ອາເມຣິກາຈະເປັນໜຶ່ງໃນປະເທດທີ່ຕ້ອງລົງນາມໃນຂໍ້ຕົກລົງນີ້.

ເຊິ່ງການເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງ ເມື່ອທ້າຍອາທິດທີ່ຜ່ານມາຂອງທ່ານ ໄມ ພອມແພວ ຖືເປັນຄັ້ງທີ 3 ແລ້ວ ພາຍໃນໄລຍະເວລາພຽງບໍ່ພໍເທົ່າໃດເດືອນ ນັບຕັ້ງແຕ່ຮັບຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເມື່ອທ້າຍເດືອນເມສາ ທີ່ຜ່ານມາ ແລະ ເປັນຄັ້ງທຳອິດພາຍຫຼັງຜ່ານພົ້ນການປະຊຸມສຸດຍອດລະຫວ່າງທ່ານ ໂດໂນ ທຣຳ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມາ ຢູ່ປະເທດສິງກະໂປ, ເຊິ່ງທ່ານ ໄມ ພອມແພວ ໄດ້ຮັບການຕ້ອນຮັບຈາກທ່ານ ຄິມ ຢອງ-ຊອນ ຮອງປະທານພັກແຮງງານເກົາຫຼີ ເຊິ່ງເປັນມືຂວາຂອງທ່ານ ຄິມ ຈອງ-ອຶນ ແຕ່ທ່ານ ໄມ ພອມແພວ ບໍ່ໄດ້ເຂົ້າພົບທ່ານ ຄິມ ຈອງ-ອຶນ ໃນການເດີນທາງຢ້ຽມຢາມຄັ້ງນີ້.

No comments

Powered by Blogger.