ສ.ອາເມຣິກາ ສົ່ງເຮືອຮົບ 2 ລຳແລ່ນຜ່ານຊ່ອງແຄບໄຕ້ຫວັນ ຈາກທະເລຈີນໃຕ້ ໄປທະເລຈີນຕາເວັນອອກ - ອິດສະຫຼະ

ສ.ອາເມຣິກາ ສົ່ງເຮືອຮົບ 2 ລຳແລ່ນຜ່ານຊ່ອງແຄບໄຕ້ຫວັນ ຈາກທະເລຈີນໃຕ້ ໄປທະເລຈີນຕາເວັນອອກ



ສຳນັກຂ່າວຕ່າງປະເທດລາຍງານ 8 ກໍລະກົດ 2018 ວ່າ: ກອງເຮືອປາຊີຟິກຂອງກອງທັບສະຫະລັດ ອາເມຣິກາ ທີ່ມີຖານປະຕິບັດການຢູ່ທີ່ເພີຮາເບີ ເກາະຮາວາຍ ອອກຖະແຫຼງການວ່າເຮືອຮົບ 2 ລຳຂອງກອງທັບເຮືອສະຫະລັດ ອາເມຣິກາໄດ້ເດີນທາງຈາກທະເລຈີນໃຕ້ໄປຍັງທະເລຈີນຕາເວັນອອກ ໂດຍໃຊ້ເສັ້ນທາງຜ່ານເຂດນ່ານນ້ຳສາກົນບໍລິເວນຊ່ອງແຄບໄຕ້ຫວັນ ເມື່ອຕອນເຊົ້າຂອງວັນເສົາທີ່ຜ່ານມາ ຕາມເວລາທ້ອງຖິ່ນ.

ເຊິ່ງຖະແຫຼງການຂອງກອງທັບເຮືອສະຫະລັດ ບໍ່ໄດ້ລະບຸຂໍ້ມູນໃດກ່ຽວກັບເຮືອ ມີພຽງກ່າວວ່າປະຕິບັດການດັ່ງກ່າວເປັນໄປຕາມຫຼັກປະຕິບັດຂອງເສລີພາບໃນການລາດຕະເວນໃນເຂດນ່ານນ້ຳສາກົນ ແລະ ເສັ້ນທາງນີ້ເປັນເສັ້ນທາງທີ່ໃຊ້ເປັນປະຈຳ ໃນປະຕິບັດການເດີນເຮືອຂອງກອງທັບເຮືອສະຫະລັດ ອາເມຣິກາລະຫວ່າງທະເລຈີນໃຕ້ກັບທະເລຈີນຕາເວັນອອກ, ຂະນະທີ່ຕໍ່ມາກະຊວງປ້ອງກັນປະເທດຂອງໄຕ້ຫວັນລາຍງານວ່າ ເຮືອທັງ 2 ລຳຄື: ເຮືອ USS Mustin ແລະ ເຮືອ USS Benfold ແລະ ເຮືອຍັງປັກຫຼັກຢູ່ບໍລິເວນຊ່ອງແຄບໄຕ້ຫວັນ ເມື່ອຕອນກາງເດິກຂອງວັນເສົາທີ່ຜ່ານມາ.

ໃນດ້ານຂອງລັດຖະບານຈີນຍັງບໍ່ສະແດງທ່າທີຢ່າງເປັນທາງການຕໍ່ສະຖານະການທີ່ເກີດຂຶ້ນ ແຕ່ບົດບັນນາທິການສະບັບວັນອາທິດນີ້ ຂອງໜັງສືພິມ The Global Time ໜຶ່ງໃນກະບອກສຽງພາສາອັງກິດຂອງພັກຄອມມູນິດຈີນ ປະນາມເລື່ອງນີ້ວ່າ ສະຫະລັດ ອາເມຣິກາ ພະຍາຍາມຈຸດຊະນວນບັນຍາກາດຄວາມເຄັ່ງຕຶງບໍລິເວນຊ່ອງແຄບໄຕ້ຫວັນ ແລະ ຮຽກຮ້ອງໃຫ້ກອງທັບເຮືອ ກອງທັບປົດປ່ອຍປະຊາຊົນຈີນ ອອກມາເຄື່ອນໄຫວຢ່າງຈິງຈັງ ເນື່ອງຈາກເຫດການນີ້ເກີດຂຶ້ນພຽງ 1 ອາທິດ ພາຍຫຼັງທີ່ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ເດີນທາງຢ້ຽມຢາມນະຄອນຫຼວງປັກກິ່ງຢ່າງເປັນທາງການ ເມື່ອທ້າຍເດືອນມິຖຸນາ ທີ່ຜ່ານມາ.

No comments

Powered by Blogger.