ດ່ວນ…! ເລີ່ມປະຕິບັດການນຳນ້ອງໆ 13 ຄົນອອກຈາກຖ້ຳຫຼວງ ຄາດວ່າ 21:00 ໂມງ ຜູ້ທຳອິດພົ້ນປາກຖ້ຳ - ອິດສະຫຼະ

ດ່ວນ…! ເລີ່ມປະຕິບັດການນຳນ້ອງໆ 13 ຄົນອອກຈາກຖ້ຳຫຼວງ ຄາດວ່າ 21:00 ໂມງ ຜູ້ທຳອິດພົ້ນປາກຖ້ຳ



ສຳນັກຂ່າວຕ່າງປະເທດລາຍງານ 8 ກໍລະກົດ 2018 ວ່າ: ທ່ານ ນະຣົງສັກ ໂອສົດທະນາກອນ ໃນຖານະຜູ້ບັນຊາການສູນອຳນວຍການຮ່ວມຄົ້ນຫາຜູ້ສູນຫາຍໃນຖ້ຳຫຼວງ, ປ່າສະຫງວນຂຸນນ້ຳນາງນອນ, ຈັງຫວັດຊຽງຣາຍ ປະເທດໄທ ກ່າວວ່າ: ມື້ນີ້ເປັນມື້ທີ 16 ທີ່ເຈົ້າໜ້າທີ່ປະຕິບັດການຊ່ວຍເຫຼືອນ້ອງໆທັງ 13 ຄົນ ເຊິ່ງອຸປະສັກຂອງພວກເຮົາມີສອງຢ່າງຄື: ນ້ຳ ແລະ ເວລາ ດັ່ງນັ້ນ, ພວກເຮົາຕ້ອງເຮັດທຸກວິທີທາງ ເຖິງແມ່ນວ່າຈະຊະນະທຳມະຊາດບໍ່ໄດ້.

ທ່ານ ນະຣົງສັກ ຖະແຫຼງວ່າ ປະຕິບັດການນຳນ້ອງໆ 13 ຄົນອອກຈາກຖ້ຳຫຼວງ ໄດ້ເລີ່ມຂຶ້ນແລ້ວເມື່ອເວລາ 10:00 ໂມງ ຂອງວັນອາທິດນີ້ ໂດຍມີຜູ້ເຂົ້າຮ່ວມປະຕິບັດການ 18 ຄົນ ແບ່ງເປັນຜູ້ຊ່ຽວຊານຈາກຕ່າງປະເທດ 13 ຄົນ ແລະ ເຈົ້າໜ້າທີ່ໜ່ວຍຮົບພິເສດ 5 ຄົນ, ໂດຍທ່ານ ນະຣົງສັກຄາດວ່າຈະມີໂອກາດເຫັນນ້ອງໆອອກຈາກຖ້ຳເປັນຄົນທຳອິດໃນເວລາປະມານ 21:00​ ໂມງ ແລະ ຈະຄ່ອຍໆຕາມຫຼັງອອກມາເລື້ອຍໆ ໂດຍເດັກ 1 ຄົນ ຈະມີນັກດຳນ້ຳປະກົບຕົວມາ 2 ຄົນ.

ທ່ານ ນະຣົງສັກ ກ່າວອີກວ່າ: ສະຖານະການນ້ຳເຖິງແມ່ນວ່າຈະເປັນອຸປະສັກ ແຕ່ໂຖງ 1, 2 ແລະ 3 ສາມາດຍ່າງໄດ້ຕະຫຼອດຮອດຝັ່ງແລ້ວ ເຊິ່ງບໍ່ເຄີຍມີຕະຫຼອດໄລຍະ 10 ກວ່າວັນມານີ້ ແລະ ຕອນນີ້ຈະມີພາຍຸລູກໃໝ່ພັດເຂົ້າມາ ຫາກພວກເຮົາລໍ້ຖ້າ ແລະ ມີຝົນຕົກລົງມາເພີ່ມຕະຫຼອດໄລຍະ 3-4 ວັນຂ້າງໜ້າ ປະລິນມານ້ຳກໍ່ຈະເພີ່ມຂຶ້ນອີກ, ແຕ່ເມື່ອພວກເຮົາພ້ອມມາຫຼາຍວັນແລ້ວ 1.​ ຄືຄວາມພ້ອມຂອງນ້ອງໆທັງ 13 ຄົນ ດ້ານຮ່າງກາຍ ແລະ ຈິດໃຈ ເຂົາເຈົ້າມີສະພາບຮ່າງກາຍ ແລະ ຈິດໃຈດີຫຼາຍ, ມີຄວາມເດັດດ່ຽວ ແລະ ຮັບຊາບພາລະກິດທີ່ຈະປະຕິບັດ ແລະ ເຂົາເຈົ້າພ້ອມທີ່ຈະອອກມາຮ່ວມກັບພວກເຮົາ ເຖິງແມ່ນວ່າຈະຕ້ອງປະເຊີນກັບສິ່ງໃດກໍ່ຕາມ ແລະ ໄດ້ຢືນຢັນໃຫ້ຄອບຄົວຮັບຊາບກ່ອນແລ້ວຈຶ່ງປະຕິບັດການ ແລະ ຄອບຄົວກໍ່ເຫັນດີກັບພວກເຮົາ. 2. ທີມແພດ, ທີມປະຕິບັດການ ພວກເຮົາໄດ້ຊ້ອມປະຕິບັດການຕົວຈິງ ຄວາມສັບສົນແມ່ນແຕ່ວິນາທີດຽວຈະເກີດຂຶ້ນບໍ່ໄດ້ ຢືນຢັນວ່າການປະຕິບັດການໃນຄັ້ງນີ້ພ້ອມທຸກໆດ້ານ. ຂໍໃຫ້ທຸກຄົນລໍຖ້າຟັງຂ່າວດີ ແລະ ສົ່ງກຳລັງໃຈຊ່ວຍໃນການປະຕິບັດພາລະກິດໃຫ້ສຳເລັດໂດຍໄວ.

No comments

Powered by Blogger.