ຍີ່ປຸ່ນນ້ຳຖ້ວມໃຫຍ່ ແລະ ເກີດແຜ່ນດິນໄຫວ ເສຍຊີວິດແລ້ວ 44 ພ້ອມທັງຍັງມີຜູ້ສູນຫາຍຈຳນວນຫຼາຍ - ອິດສະຫຼະ

ຍີ່ປຸ່ນນ້ຳຖ້ວມໃຫຍ່ ແລະ ເກີດແຜ່ນດິນໄຫວ ເສຍຊີວິດແລ້ວ 44 ພ້ອມທັງຍັງມີຜູ້ສູນຫາຍຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 8 ກໍລະກົດ 2018 ວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຍີ່ປຸ່ນ ຍັງຄົງຮັກສາລະດັບການເຕືອນໄພສະພາບອາກາດຢູ່ໃນລະດັບຮຸນແຮງ ຄວບຄຸມ 2 ແຂວງເທິງເກາະຮອນຊູໄດ້ແກ່ ແຂວງກຽວໂຕ ແລະ ແຂວງກິຟຸ ທີ່ລວມໄປເຖິງການເຕືອນໃຫ້ປະຊາຊົນເພີ່ມຄວາມລະມັດລະວັງ ແລະ ຕື່ນຕົວຕະຫຼອດເວລາຕໍ່ສະຖານະການນ້ຳຖ້ວມກະທັນຫັນ, ນ້ຳປ່າໄຫຼຊຸ ແລະ ດິນເຊາະເຈື່ອນ ແຕ່ໄດ້ຍົກເລີກປະກາດແບບດຽວກັນນີ້ສຳລັບ 3 ແຂວງໃນພູມມິພາກຄິວຊູຄື: ແຂວງນາງາຊາກິ, ແຂວງຊາງະ ແລະ ແຂວງຟຸກຸໂອກະ ແລະ ອີກ 4 ແຂວງເທິງເກາະຮອນຊູໄດ້ແກ່ແຂວງທົດໂຕຣິ, ແຂວງຮິໂຣຊິມະ, ແຂວງກາຍາມະ ແລະ ແຂວງຮຽວໂງະ ເຊິ່ງຢູ່ພາຍໃຕ້ຄຳສັ່ງມາຕັ້ງແຕ່ສະຖານະການເກີດຂຶ້ນເມື່ອວັນພະຫັດທີ່ຜ່ານມາ.

ເຊິ່ງສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຍີ່ປຸ່ນ ໄດ້ວັດແທກປະລິມານນ້ຳຝົນສະສົມສູງສຸດລະຫວ່າງວັນສຸກເຖິງວັນເສົາທີ່ຜ່ານມາໄດ້ 583 ມິນລິແມັດ ທີ່ເມືອງໂມໂຕຢາມະ ຫ່າງຈາກນະຄອນຫຼວງໂຕກຽວໄປທາງທິດຕາເວັນຕົກປະມານ 600 ກິໂລແມັດ ໃນເວລາດຽວກັນ, ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດຍີ່ປຸ່ນ ປະກາດການອົບພະຍົບປະຊາຊົນໃນພື້ນທີ່ສ່ຽງລວມຫຼາຍກວ່າ 1.6 ລ້ານຄົນ ນອກເໜືອຈາກອີກ 3.1 ລ້ານຄົນທີ່ເຈົ້າໜ້າທີ່ຂໍຄວາມຮ່ວມມືໃຫ້ອົບພະຍົບອອກຈາກອາຄານບ້ານເຮືອນ.



ຂະນະທີ່ລັດຖະບານຍີ່ປຸ່ນໄດ້ໃຫ້ຂໍ້ມູນຈຳນວນຜູ້ເສຍຊີວິດຈາກໄພນ້ຳຖ້ວມຄັ້ງຮຸນແຮງທີ່ສຸດໃນຮອບຫຼາຍທົດສະວັດຄັ້ງນີ້ມີຢ່າງໜ້ອຍ 44 ຄົນແລ້ວ ແຕ່ຍັງມີຜູ້ສູນຫາຍອີກ 48 ຄົນ, ເຖິງຢ່າງໃດກໍ່ຕາມ ສື່ທ້ອງຖິ່ນຂອງຍີ່ປຸ່ນຫຼາຍແຫ່ງລາຍງານຈຳນວນຜູ້ເສຍຊີວິດໄວ້ທີ່ ບໍ່ຕ່ຳກວ່າ 50 ຄົນ ແລະ ມີທິດທາງຈະເພີ່ມສູງຂຶ້ນອີກ ເນື່ອງຈາກສະຖານະການຍັງຢູ່ໃນສະພາວະວິກິດ, ໃນດ້ານຂອງທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ຮຽກປະຊຸມສຸກເສີນໜ່ວຍງານທີ່ກ່ຽວຂ້ອງໃນວັນອາທິດນີ້ ແລະ ສັ່ງລະດົມກຳລັງເຈົ້າໜ້າທີ່ກອງກຳລັງພິທັກມາຕຸພູມ, ຕຳຫຼວດ ແລະ ພະນັກງານດັບເພີງລວມຫຼາຍກວ່າ 48,000 ຄົນ ໃຫ້ກະຈາຍກຳລັງລົງພື້ນທີ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພ.

ໃນຂະນະດຽວກັນ, ເມື່ອວັນທີ 7 ກໍລະກົດ ທີ່ຜ່ານມາ ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ອາເມຣິກາ ແຈ້ງເຫດແຜ່ນດິນໄຫວຮຸນແຮງວັດແທກໄດ 5.9 ແມັກນິຈູດ ເມື່ອເວລາ 20:23 ນາທີຂອງວັນເສົາທີ່ຜ່ານມາ ຕາມເວລາທ້ອງຖິ່ນ ໂດຍມີສູນກາງຢູ່ເລິກ 39 ກິໂລແມັດ ນອກຝັ່ງເກາະຮອນຊູ ຂອງຍີ່ປຸ່ນ, ໃນດ້ານຂອງສຳນັກງານອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ລາຍງານວ່າບໍ່ມີປະກາດເຕືອນໄພເລື່ອງຄື້ນຍັກສຶມານິ ນອກຈາກນັ້ນກໍ່ຍັງບໍ່ມີລາຍງານຄວາມເສຍຫາຍຮຸນແຮງຈາກຜົນຂອງແຜ່ນດິນໄຫວ.

ປະຊາຊົນທີ່ອາໄສຢູ່ໃນເຂດແຂວງຊິບະ ລາຍງານວ່າພົບການສັ່ນສະເທືອນຢ່າງຮຸນແຮງ ບາງຄົນບອກວ່າມີສິ່ງຂອງຕົກລົງມາຈາກຊັ້ນວາງເຄື່ອງ ແຕ່ເບື້ອງຕົ້ນຍັງບໍ່ພົບມີຜູ້ບາດເຈັບ, ສະຖານນີໂທລະພາບ NHK ລາຍງານວ່າ ບໍ່ພົບຄວາມຜິດປົກກະຕິເກີດຂຶ້ນຮັບໂຮງໄຟຟ້ານິວເຄຼຍໃນບໍລິເວນທີ່ກວດພົບແຜ່ນດິນໄຫວ.

ໃນດ້ານຂອງໂຄສົກຂອງສະໜາມບິນສາກົນນາຣິຕະ ຖະແຫຼງວ່າ ຜົນຈາກແຜ່ນດິນໄຫວຮຸນແຮງເຮັດໃຫ້ຕ້ອງຢຸດໃຫ້ບໍລິການຊົ່ວຄາວເຊັ່ນ: ຕ້ອງປິດລານບິນຊົ່ວຄາວ ແຕ່ກໍ່ເປີດໃຫ້ບໍລິການໄດ້ອີກຄັ້ງພາຍຫຼັງກວດສອບພົບວ່າ ບໍ່ມີຄວາມເສຍຫາຍແຕ່ຢ່າງໃດ ແລະ ເຖິງແມ່ນວ່າແຜ່ນດິນໄຫວຈະຮຸນແຮງແຕ່ກໍ່ບໍ່ໄດ້ເຮັດໃຫ້ເກີດຄວາມແຕກຕື່ນໃນສະໜາມບິນ.

ເຊິ່ງປະເທດຍີ່ປຸ່ນ ແມ່ນນອນຢູ່ໃນເຂດວົງແຫວນແຫ່ງໄຟ ມະຫາສະໝຸດປາຊີຟິກຈຸດທີ່ແຜ່ນເປືອກໂລກມາບັນຈົບກັນ ຈຶ່ງເກີດແຜ່ນດິນໄຫວ ແລະ ພູໄຟລະເບີດເປັນປະຈຳ.

No comments

Powered by Blogger.